ຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາ ແລະ ເຜີຍແຜ່ເອກະສານລະນຶກວັນສາກົນ ເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ຂຶ້ນ ໃນວັນທີ 15 ທັນວາ 2020 ທີ່ ເມືອງວຽງຄໍາ, ແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ, ປະທານຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງການຕ່າງປະເທດ, ໂດຍມີບັນດາທ່ານຄະນະກົມ, ຄະນະແນກ ແລະ ວິຊາການ ຂອງກະຊວງການຕ່າງປະເທດ ແລະ ຜູ້ຕາງໜ້າຈາກພະແນກການຕ່າງປະເທດ, ສະຫະພັນແມ່ຍິງ ແຂວງ ແລະ ເມືອງວຽງຄໍາ, ແຂວງວຽງຈັນ, ໄດ້ເຂົ້າຮ່ວມທັງໝົດ 70 ກວ່າທ່ານ.
ກອງປະຊຸມ ໄດ້ຈັດຂຶ້ນດ້ວຍຈຸດປະສົງ ເພື່ອລະນຶກວັນສາກົນເພື່ອຍຸດຕິຄວາມຮຸນແຮງຕໍ່ແມ່ຍິງ ທັງເປັນການໂຄສະນາເຜີຍແຜ່ເອກະສານກົດໝາຍ ວ່າດ້ວຍ ການຕ້ານ ແລະ ສະກັດກັ້ນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ກົດໝາຍ ວ່າດ້ວຍ ຄວາມສະເໝີພາບ ຍິງ-ຊາຍ, ປະມວນກົດໝາຍແພ່ງ, ປະມວນກົດໝາຍອາຍາ ທີ່ມີຕໍ່ແມ່ຍິງ, ບັນດາສົນທິສັນຍາ ທີ່ກໍານົດຄວາມສະເໝີພາບ ຍິງ-ຊາຍ ແລະ ການຕ້ານການຈໍາແນກທຸກຮູບແບບຕໍ່ແມ່ຍິງ, ການຊ່ວຍເຫຼືອ, ການປົກປ້ອງສິດຜົນປະໂຫຍດ ແລະ ການດໍາເນີນສົ່ງຜູ້ຖືກເຄາະຮ້າຍ (ແມ່ຍິງລາວ) ກັບຄືນ ສປປ ລາວ ໃຫ້ພະນັກງານ ກະຊວງການຕ່າງປະເທດ ແລະ ຜູ້ຕາງໜ້າຈາກສະຫະພັນແມ່ຍິງ ແຂວງວຽງຈັນ ໄດ້ຮັບຟັງ ແລະ ເຂົ້າໃຈ, ເຊີ່ງມີນັກວິທະຍາກອນຈາກ ກະຊວງຍຸຕິທຳ, ຫ້ອງການກອງເລຂາ ຄະນະກໍາມະທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ກະຊວງການຕ່າງປະເທດ ກໍໄດ້ຂຶ້ນອະທິບາຍບັນດາເນື້ອໃນເອກະສານ ແລະ ບົດຮຽນຕົວຈິງ ໃນການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ເຂົ້າໃຈ ແລະ ເຫັນຄວາມສຳຄັນຕໍ່ວຽກງານດັ່ງກ່າວ. ນອກນັ້ນ, ກອງປະຊຸມທີ່ຈັດຂຶ້ນໃນຄັ້ງນີ້ ບໍ່ພຽງແຕ່ເປັນການເຜີຍແຜ່ເນື້ອໃນເອກະສານ, ບົດຮຽນຕົວຈິງເທົ່ານັ້ນ ແຕ່ຍັງໄດ້ເປັນການປຸກລະດົມປູກຈິດສໍານຶກ ໃຫ້ແກ່ພະນັກງານ-ລັດຖະກອນ ກໍ່ຄື ສັງຄົມ ໃຫ້ດັດປັບທັດສະນະຄະຕິ ແລະ ຢຸດຕິການກະທຳ ທີ່ມີລັກສະນະໃຊ້ຄວາມຮຸນແຮງທຸກຮູບແບບ ຕໍ່ແມ່ຍິງ ແລະ ເດັກນ້ອຍ.