ໃນວັນທີ 19 ມີນາ 2020, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ຫງວຽນ ບ່າ ຮຸ່ງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ. ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າອວຍພອນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ (22 ມີນາ 1955 - 22 ມີນາ 2020).