ໃນຕອນບ່າຍຂອງວັນທີ 7 ມັງກອນ 2020, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕ້ອນຮັບການຢ້ຽມຂ່ຳນັບຂອງ ທ່ານ ນາງ ເໝົາ ໜິງ, ຮອງຫົວໜ້າກົມອາຊີ, ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ທີ່ ກະຊວງການຕ່າງເທດ. ຈຸດປະສົງຂອງການຢ້ຽມຂ່ຳນັບໃນຄັ້ງນີ້ ແມ່ນເພື່ອລາຍງານຜົນການປະຕິບັດວຽກງານ ໃນນາມປະທານຮ່ວມຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ກັບ ສປປ ລາວ ໃນໄລຍະຜ່ານມາ (2018-2020). ພ້ອມດຽວກັນນັ້ນ, ຝ່າຍຈີນ ກໍໄດ້ລາຍງານຄວາມຄືບໜ້າຂອງການກະກຽມດ້ານພະລາທິການ ແລະ ດ້ານເນື້ອໃນຂອງການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 5, ຊຶ່ງຈະຈັດຂຶ້ນໃນໄລຍະວັນທີ 19-20 ກຸມພາ 2020, ທີ່ ສົງຊິງ, ສປຈີນ.
ໃນນັ້ນ, ຝ່າຍລາວ ກໍໄດ້ແຈ້ງ ກ່ຽວກັບ ຄວາມຄືບໜ້າຂອງການກະກຽມເປັນເຈົ້າພາບຈັດກອງປະຊຸມ ຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 3 ໃນເດືອນ ມີນາ 2020 ໂດຍສະເພາະແຜນການເຄື່ອນໄຫວຂອງກອງປະຊຸມໃນເບື້ອງຕົ້ນ ໃຫ້ຝ່າຍຈີນຊາບ ເພື່ອເປັນປະທານຮ່ວມກອງປະຊຸມຜູ້ນຳໃນຄັ້ງນີ້ ໃຫ້ສຳເລັດຜົນຕາມຄາດໝາຍທີ່ວາງໄວ້.
ທັງສອງຝ່າຍ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ກັບການປະກອບສ່ວນໃນໄລຍະການເປັນປະທານຮ່ວມ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຢ່າງຫ້າວຫັນ ເຊິ່ງໄດ້ເຮັດໃຫ້ຫຼາຍໆກິດຈະກຳຂອງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃນໄລຍະຜ່ານມາ ປະສົບຜົນສຳເລັດຕາມຄາດໝາຍ ຢ່າງຈົບງາມ.
ໃນຖານະປະທານຮ່ວມ (ສປປ ລາວ-ສປ ຈີນ) ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທັງສອງຝ່າຍ ກໍສະແດງຄວາມເຊື້ອໝັ້ນເຊິ່ງກັນ ແລະ ກັນ ໃນການຕັ້ງໜ້າປະກອບສ່ວນເຂົ້າໃນການວາງທິດທາງເສີມຂະຫຍາຍ ແລະ ຮັດແໜ້ນການຮ່ວມມື ໃຫ້ມີປະສິດຕິພາບ ໃນພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ.