ໃນຕອນບ່າຍວັນທີ 8 ມັງກອນ 2020, ກະຊວງການຕ່າງປະເທດ ໄດ້ຈັດພິທີ ມອບ-ຮັບ ທຸງໄຊນຳຫນ້າຂະບວນການຂໍ້ແຂ່ງຂັນ 4 ບຸກ ໃຫ້ແກ່ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ກະຊວງການຕ່າງປະເທດ ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງສະຫວັນ ພົມວິຫານ, ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ສະຫາຍ ນາງ ວິລະວອນ ພັນທະວົງ, ຮອງເລຂາຄະນະພັກ, ປະທານກວດກາພັກ-ລັດ, ຮອງເລຂາຄະນະບໍລິຫານງານສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ແລະ ສະຫາຍ ອານຸພາບ ວົງໜໍ່ແກ້ວ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ແລະ ມີບັນດາສະຫາຍຄະນະພັກກະຊວງ, ເລຂາຫນ່ວຍພັກ ແລະ ຕາງຫນ້າຫນ່ວຍພັກຈາກຫ້ອງການ ແລະ ບັນດາກົມຕ່າງໆຂອງກະຊວງການຕ່າງປະເທດ, ແຂກຖືກເຊີນຈາກສູນກາງຊາວໜຸ່ມ ແລະ ກະຊວງອ້ອມຂ້າງຈຳນວນຫນຶ່ງ, ພ້ອມດ້ວຍສະມາຊິກຊາວໜຸ່ມ ກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ, ສະຫາຍ ອານຸພາບ ວົງໜໍ່ແກ້ວ, ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງການຕ່າງປະເທດ ໄດ້ຂຶ້ນກ່າວສະຫລຸບລາຍງານວຽກງານ 4 ບຸກ ຄັ້ງທີ 3 ແລະ ທິດທາງ ໃນຕໍ່ຫນ້າ, ໂດຍໄດ້ຍົກໃຫ້ເຫັນວ່າ: ຄະນະຊາວໜຸ່ມ ປປລ ກະຊວງການຕ່າງປະເທດ ເຄື່ອນໄຫວວຽກງານຊາວໜຸ່ມພາຍໃຕ້ການຊີ້ນຳ-ນຳພາຂອງອົງຄະນະພັກກະຊວງການຕ່າງປະເທດ ແລະ ທັງເປັນກໍາລັງແຮງທີ່ສໍາຄັນໃນການດໍາເນີນພາລະກິດວຽກງານການຕ່າງປະ ເທດ. ປະຈຸບັນ, ຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ໄດ້ຄຸ້ມຄອງສະມາຊິກຊາວໜຸ່ມພາຍໃນກະ ຊວງການຕ່າງປະເທດທັງໝົດມີ 17 ໜ່ວຍ, ມີສະມາຊິກທັງໝົດ 462 ສະຫາຍ, ຍິງ 203 ສະຫາຍ ແລະ ໜ່ວຍຊາວໜຸ່ມຂອງບັນດາສຳນັກງານການທູດ ຂອງ ສປປ ລາວ ທີ່ຕ່າງປະເທດ ຈຳນວນ 173 ໜ່ວຍ ແລະ 8 ຮາກຖານ; ໃນນີ້, ຈໍານວນສະມາຊິກຊາວໜຸ່ມທັງໝົດ 4.728 ສະຫາຍ, ຍິງ 1.924 ສະຫາຍ, ແຕ່ຈໍານວນດັ່ງກ່າວມີການເພີ່ມຂຶ້ນ ຫລື ຫລຸດລົງເປັນປະຈຳ, ເນື່ອງຈາກຊາວໜຸ່ມທີ່ເປັນນັກສຶກສາຢູ່ຕ່າງປະເທດ ທີ່ຂຶ້ນກັບໜ່ວຍ ແລະ ຮາກຖານຂອງພວກເຮົາ ແມ່ນຈະຍົກຍ້າຍກັບຄືນປະເທດ ຫລື ກົມກອງທີ່ຕົນເອງສັງກັດ ພາຍຫລັງສໍາເລັດການສຶກສາ.
ໃນໄລຍະຜ່ານມາ, ຄະນະຊາວໜຸ່ມ ປປລ ກະຊວງການຕ່າງປະເທດ ໄດ້ປະຕິບັດຂໍ້ແຂ່ງຂັນ 4 ບຸກ ທີ່ສູນກາງຊາວໜຸ່ມ ປປລ ວາງອອກໂດຍພາຍໃຕ້ການຊີ້ນຳ-ນຳພາ ຢ່າງໄກ້ຊິດ ຂອງຄະນະພັກກະຊວງການຕ່າງປະເທດ ແລະ ຄະນະນໍາຂອງສູນກາງຊາວໜຸ່ມ ປປລ, ພ້ອມທັງປະກອບສ່ວນໃນການຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ VII. ຄຽງຄູ່ກັບວຽກງານວິຊາສະເພາະ, ຄະນະຊາວໜຸ່ມ ປປລ ກະຊວງການຕ່າງປະເທດ ແມ່ນຍັງໄດ້ໃຫ້ຄວາມສໍາຄັນການເຄື່ອນໄຫວຂອງວຽກງານຊາວໜຸ່ມ, ເປັນຕົ້ນແມ່ນການປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມປະຊາຊົນປະຕິວັດລາວ. ໃນໄລຍະໃນການປະຕິບັດຂໍ້ແຂ່ງຂັນດັ່ງກ່າວ ຄະນະຊາວໜຸ່ມ ປປລ ກະຊວງການຕ່າງປະເທດ ແມ່ນມີຄວາມເອົາໃຈໃສ່ ແລະ ໜັກແໜ້ນໃນການແຂ່ງຂັນຈົນໄດ້ຮັບນາມມະຍົດຊາວໜຸ່ມ ປປລ 4 ບຸກ ເຖິງ 3 ສະໄຫມຕິດຕໍ່ກັນ ເຊິ່ງປະກອບມີ ບຸກດ້ານການເມືອງແນວຄິດ, ບຸກດ້ານການຝຶກຝົນຫຼໍ່ຫຼອມການຮຽນ, ບຸກດ້ານການຈັດຕັ້ງ ແລະ ບຸກດ້ານວິຊາສະເພາະ ຕາມມາດຕະຖານ ແລະ ເງື່ອນໄຂຂອງສູນກາງຊາວໜຸ່ມ ປປລ ວາງອອກ ແລະ ຜົນງານດັ່ງກ່າວນັ້ນ ລ້ວນແລ້ວແຕ່ແມ່ນການປະກອບສ່ວນຂອງຊາວໜຸ່ມແຕ່ລະໜ່ວຍພ້ອມດ້ວຍສະມາຊິກທຸກສະຫາຍ ທີ່ມີຄວາມສາມັກຄີເປັນເອກກະພາບກັນປະຕິບັດຂໍ້ແຂງຂັນ 4 ບຸກ ຢ່າງຕັ້ງໜ້າ.
ໃນໂອກາດດັ່ງກ່າວນີ້, ເພື່ອສືບຕໍ່ຮັກສາມູນເຊື້ອດັ່ງກ່າວ ຊາວຫນຸ່ມກະຊວງການຕ່າງປະເທດ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງ ສະຫາຍ ທອງສະຫວັນ ພົມວິຫານ, ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະຫາຍ ນາງ ວິລະວອນ ພັນທະວົງ, ຮອງເລຂາຄະນະພັກ, ປະທານກວດກາພັກ-ລັດ, ຮອງເລຂາຄະນະບໍລິຫານງານສູນກາງຊາວຫນຸ່ມ ປປລ, ເຊິ່ງທັງສອງສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນດັ່ງກ່າວ ທີ່ຊາວຫນຸ່ມກະຊວງການຕ່າງປະເທດຍາດມາໄດ້ ໃນການປະກອບສ່ວນດ້ວຍຄວາມຮັບຜິດຊອບສູງເຂົ້າໃນການຜັນຂະຫຍາຍແນວທາງ ແລະ ນະໂຍບາຍການຕ່າງປະເທດຂອງພັກ ເພື່ອສ້າງສາ ແລະ ພັດທະນາປະເທດຊາດ ແລະ ຮຽກຮ້ອງໃຫ້ຊາວຫນຸ່ມໃນຂະແຫນງການຕ່າງປະເທດ ເອົາໃຈໃສ່ເຮັດວຽກງານການເມືອງ-ແນວຄິດໃຫ້ເຂັ້ມແຂງຂຶ້ນ ເພື່ອສຶກສາອົບຮົມໃຫ້ສະມາຊິກຊາວໜຸ່ມໃຫ້ກຳແຫນ້ນເຊື່ອມຊຶມແນວທາງປ່ຽນແປງໃຫ່ມອັນຖືກຕ້ອງ ແລະ ມີຫລັກການຂອງພັກ, ເສີມຂະຫຍາຍນໍ້າໃຈຮັກຊາດ, ເປັນເຈົ້າຕົນເອງ ບົນພື້ນຖານຢຶດຫມັ້ນເສັ້ນທາງກ້າວຂຶ້ນສັງຄົມນິຍົມ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ການຈັດຕັ້ງທຸກຂັ້ນ, ຮັບປະກັນຄວາມສະຫົງບ ແລະ ມີສະຖຽນລະພາບໃນທຸກດ້ານ; ສືບຕໍ່ສ້າງບາດກ້າວບຸກທະລຸຢ່າງແຂງແຮງກວ່າເກົ່າດ້ານການສ້າງຊັບພະຍາກອນມະນຸດ ໂດຍເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານການທູດ ກໍຄືພະນັກງານຮຸ້ນໜຸ່ມທີ່ເຮັດວຽກໃນຂະແໜງການຕ່າງປະເທດ ໃຫ້ມີຄວາມເຂັ້ມແຂງດ້ານວິຊາການ-ວິຊາສະເພາະ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນແຕ່ລະໄລຍະຕາມທິດຫັນເປັນຫນຸ່ມ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງ, ແບບແຜນການຊີ້ນຳ-ນຳພາຂອງຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ ໂດຍເຮັດໃຫ້ເປັນລະບົບ, ເຂັ້ມແຂງ ແລະ ສາມາດຊີ້ນຳການເຄື່ອນໄຫວວຽກງານຊາວໜຸ່ມໄດ້ຢ່າງເໝາະສົມ, ມີປະສິດທິພາບ ແລະ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຕົວຈິງຂອງໜ້າທີ່ການເມືອງຂະແໜງການຕ່າງ ປະເທດ; ຄຽງຄູ່ກັນນັ້ນ, ກໍ່ໃຫ້ສືບຕໍ່ແກ້ໄຂຂໍ້ຄົງຄ້າງ ໂດຍຊອກຫາມາດຕະການ ແລະ ວິທີການແກ້ໄຂບັນຫາໃຫ້ທັນກັບສະພາບການຕົວຈິງ ບົນພື້ນຖານການປຶກສາຫາລື ແລະ ມີຄວາມເປັນເອກະພາບສູງພາຍໃນຄະນະ ເພື່ອເຮັດໃຫ້ຊາວໜຸ່ມຂະແຫນງການຕ່າງປະເທດ ມີຄວາມຫນັກແຫນ້ນເຂັ້ມແຂງ ໃຫ້ສົມກັບ ປະທານ ໄກສອນ ພົມວິຫານ ໄດ້ໃຫ້ສົມຍານາມຊາວໜຸ່ມໄວ້ວ່າ: ຊາວໜຸ່ມ ຈົ່ງເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ ພາຍຸລົມແດງ ຈົ່ງກາຍເປັນສິນ ໄຊແຫ່ງຍຸກສະໄໝຂອງພວກເຮົາ.
ໃນພິທີດັ່ງກ່າວນີ້, ສະຫາຍ ນາງ ວິລະວອນ ພັນທະວົງ ໄດ້ຕາງຫນ້າໃຫ້ຄະນະບໍລິຫານງານສູນກາງຊາວຫນຸ່ມ ປປລ ມອບທຸງໄຊນໍາຫນ້າຂະບວນການແຂ່ງຂັນ 4 ບຸກ ໃຫ້ແກ່ ສະຫາຍເລຂາຄະນະນບໍລິຫານງານຊາວຫນຸ່ມກະຊວງການຕ່າງປະເທດ ຕາງຫນ້າຊາວຫນຸ່ມຂະແຫນງການຕ່າງປະເທດທັງຫມົດ ຂຶ້ນຮັບທຸງໄຊໃນຄັ້ງນີ້.