ໃນຕອນເຊົ້າຂອງວັນທີ 11ມິຖຸນາ 2019, ທີ່ ກະຊວງການຕ່າງປະເທດ. ທ່ານ ນາງ ຄໍາເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະພົບປະສອງຝ່າຍກັບ ທ່ານ ນາງ ໂທຊິໂກະ ອາເບະ (Toshiko ABE), ຮອງລັດຖະມົນຕີຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 09-11 ມິຖຸນາ 2019.
ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສປປລາວແລະຍີ່ປຸ່ນທີ່ມີການຂະຫຍາຍຕົວຂຶ້ນຢ່າງຕໍ່ເນື່ອງ,ການຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ຂອງສອງປະເທດລາວແລະຍີ່ປຸ່ນແມ່ນໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ.ສອງຝ່າຍໄດ້ມີການແລກປ່ຽນການຢ້ຽມຢາມ ແລະ ໄປມາຫາສູ່ກັນຢ່າງເປັນປົກກະຕິຂອງການນຳຂັ້ນສູງ ແລະ ຂັ້ນຕ່າງໆນັບແຕ່ສູນກາງລົງຮອດທ້ອງຖິ່ນ. ໃນໂອກາດດັ່ງກ່າວ, ສອງຝ່າຍ ຍັງໄດ້ສືບຕໍ່ຊຸກຍູ້ຮ່ວມມືກັນຢ່າງໃກ້ຊິດເພື່ອກະກຽມຈັດກິດຈະກໍາ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ (5 ມີນາ 1955) ຄົບຮອບ 65 ປີໃນປີ 2020, ຊຸກຍູ້ການແລກປ່ຽນທັດສະນະຕໍ່ບັນຫາພາກພື້ນແລະສາກົນ, ລວມທັງສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນໃນເວທີພາກພື້ນແລະສາກົນ. ພ້ອມດຽວກັນນີ້, ທັງສອງຝ່າຍ ຍັງໄດ້ສືບຕໍ່ຊຸກຍູ້ບັນດາໂຄງການທີ່ສອງນາຍົກລັດຖະມົນຕີລາວແລະຍີ່ປຸ່ນເຫັນດີຮ່ວມກັນ ໃຫ້ປະສົບຜົນສຳເລັດຕາມຄາດໝາຍເປັນຕົ້ນແມ່ນ:ໂຄງການຍົກລະດັບຂີດຄວາມສາມາດການນຳພາໃຫ້ແກ່ການນຳຂັ້ນສູງຂອງລາວ; ໂຄງການຄຸ້ມຄອງເສດຖະກິດມະຫາພາກໃຫ້ແກ່ສປປລາວ; ແຜນການຮ່ວມມືລາວ -ຍີ່ປຸ່ນເພື່ອພັດທະນາສປປລາວແບບຍືນຍົງ;ໂຄງການສຶກສາຄວາມເປັນໄປໄດ້ໃນການອອກແບບກໍ່ສ້າງເສັ້ນທາງດ່ວນວຽງຈັນ- ຮ່າໂນ້ຍ;ຊຸກຍູ້ການຮ່ວມມືລະຫວ່າງກະຊວງກະສິກໍາແລະປ່າໄມ້ລາວແລະກະຊວງກະສິກໍາ, ປ່າໄມ້ແລະການປະມົງຍີ່ປຸ່ນ.
ໃນໂອກາດດຽວກັນນີ້, ທ່ານຮອງລັດຖະມົນຕີໂທຊິໂກະອາເບະ ກໍ່ໄດ້ສະແດງຄວາມຂອບໃຈມາຍັງ ພັກ, ລັດຖະບານ ສປປ ລາວທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນຕໍ່ການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຍິນດີສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ໃຫ້ນັບມື້ໄດ້ຮັບການຍົກລະດັບສູງຂຶ້ນ ແລະ ມີບາດກ້າວອັນໃໝ່ໃນອະນາຄົດເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຍີ່ປຸ່ນ.
ໃນໂອກາດຢ້ຽມຢາມ ສປປ ລາວ ຄັ້ງນີ້, ທ່ານ ນາງ ໂທຊິໂກະ ອາເບະ ຍັງໄດ້ເຂົ້າຮ່ວມພິທີ ມອບ-ຮັບ ໂຄງການກໍ່ສ້າງຂົວເຊກຸມກາມ ແລະ ຂົວເຊທ່າມວກ ຕາມທາງຫຼວງແຫ່ງຊາດເລກ 9 ທີ່ ແຂວງ ສະຫວັນນະເຂດ ແລະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໃນໂອກາດທີ່ເຂົ້າຮ່ວມພິທີມອບຮັບໂຄງການດັ່ງກ່າວ ທີ່ ແຂວງສະຫວັນນະເຂດ.