ໃນວັນທີ 18 ພຶດສະພາ 2019 ທີ່ ຫາງໂຈ, ສປ ຈີນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ວ່າດ້ວຍ ການຈັດຕັ້ງປະຕິບັດຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້ (ດີໂອຊີ) ຄັ້ງທີ 17 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Enrique A. Manalo, ຮອງລັດຖະມົນຕີການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງຟີລິປິນ ແລະ ທ່ານ Chen Xiaodong, ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປ ຈີນ.
ກອງປະຊຸມຄັ້ງນີ້ ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດຖະແຫຼງການ ດີໂອຊີ, ເຊິ່ງສະແດງອອກໃນການສໍາເລັດການຈັດຕັ້ງປະຕິບັດຫຼາຍກິດຈະກໍາຮ່ວມກັນ ພາຍໃຕ້ແຜນວຽກຂອງຖະແຫຼງການດັ່ງກ່າວ ໃນໄລຍະ 2016-2021. ພ້ອມນີ້ ກອງປະຊຸມ ໄດ້ເຫັນດີເປັນເອກະພາບກັນ ສືບຕໍ່ທ່ວງທ່າອັນດີຂອງການຮ່ວມມືພາຍໃຕ້ຖະແຫຼງການ ດີໂອຊີ ເລັ່ງໃສ່ການແລກປ່ຽນບົດຮຽນທີ່ດີ, ສົ່ງເສີມຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ເພື່ອປະກອບສ່ວນເຂົ້າໃນການຮ່ວມມືພັດທະນາ ກໍຄືການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ. ພ້ອມກັນນີ້, ກອງປະຊຸມ ຍັງໄດ້ຮັບຊາບບັນດາຂໍ້ລິເລີ່ມ ແລະ ກິດຈະກຳຮ່ວມມືໃໝ່ ທີ່ສະເໜີໂດຍອາຊຽນ ແລະ ຈີນ ເພື່ອເອົາເຂົ້າໃນ ແຜນວຽກວ່າດ້ວຍການຈັດຕັ້ງປະຕິບັດຖະແຫຼງການ ດີໂອຊີ. ຄຽງຄູ່ກັນນີ້, ກອງປະຊຸມ ຍັງສະແດງຄວາມເພິ່ງພໍໃຈຕໍ່ຄວາມຄືບໜ້າໃນການເຈລະຈາ ຊີໂອຊີ ແລະ ຄາດວ່າ ຮ່າງທໍາອິດຂອງ ຊີໂອຊີ ຈະສໍາເລັດກ່ອນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ໃນເດືອນສິງຫາ ທີ່ ບາງກອກ, ປະເທດໄທ.
ໃນວັນທີ 19 ພຶດສະພາ 2019, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ-ຈີນ ຄັ້ງທີ 25 ໂດຍການເປັນປະທານຮ່ວມລະຫວ່າງ ຟີລິບປິນ ແລະ ຈີນ.
ກອງປະຊຸມໄດ້ສະແດງຄວາມເພິ່ງພໍໃຈຕໍ່ຜົນສຳເລັດຂອງການຈັດຕັ້ງປະຕິບັດການພົວພັນຮ່ວມມື ອາຊຽນ-ຈີນ ໃນໄລຍະ 1 ປີ ຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດປີນະວັດຕະກໍາ ອາຊຽນ-ຈີນ 2018, ການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດ ອາຊຽນ-ຈີນ ຄັ້ງທີ 21, ການຈັດຕັ້ງປະຕິບັດຖະແຫຼງການວິໄສທັດຄູ່ຮ່ວມຍຸດທະສາດ ອາຊຽນ-ຈີນ 2030, ຖະແຫຼງການຮ່ວມ ອາຊຽນ-ຈີນ ວ່າດ້ວຍການຮ່ວມມື ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ການຈັດຕັ້ງປະຕິບັດບັນດາກິດຈະກຳສຳລັບ ປີແລກປ່ຽນສື່ມວນຊົນ ອາຊຽນ-ຈີນ 2019.
ພິເສດ, ກອງປະຊຸມຄັ້ງນີ້ ໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ຈີນ ໄລຍະ 2016-2020, ເຊິ່ງເຫັນວ່າມີຫຼາຍກິດຈະກໍາໃນຂົງເຂດການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ຂົງເຂດວັດທະນະທໍາ-ສັງຄົມ ໄດ້ຮັບການຈັດຕັ້ງປະຕິບັດ.
ສໍາລັບທິດທາງການຮ່ວມມື ອາຊຽນ-ຈີນ ໃນຕໍ່ໜ້າ, ກອງປະຊຸມໄດ້ເຫັນດີນໍາກັນຕໍ່ການເລີ່ມຂະບວນການຮ່າງແຜນປະຕິບັດງານ ອາຊຽນ-ຈີນ ສະບັບໃໝ່ໄລຍະ 2021-2025 ລວມທັງໄດ້ເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ທີ່ສອງຝ່າຍມີຄວາມສົນໃຈແລະທ່າແຮງຮ່ວມກັນເຊັັ່ນ: ການປະສານງານດ້ານນະໂຍບາຍ ແລະ ຄວາມໝັ້ນຄົງ, ການສົ່ງເສີມການຄ້າ, ການເຊື່ອມຈອດ, ການພັດທະນາຕົວເມືອງອັດສະລິຍະ, ເສດຖະກິດດີຈີຕອນ, ຍົກສູງຄວາມສາມາດໃນການຜະລິດ, ການສຶກສາ, ການໄປມາຫາສູ່ລະຫວ່າງປະຊາຊົນກັບປະຊາຊົນ, ການແລກປ່ຽນຊາວໜຸ່ມ ແລະ ສື່ມວນຊົນ, ແລະ ການຮ່ວມມືໃນຂອບອະນຸພາກພື້ນ ເຊັ່ນ: ແມ່ນຳ້ຂອງ-ແມ່ນນໍ້າລ້ານຊ້າງແລະອື່ນໆ. ກອງປະຊຸມ ໄດ້ຮັບຊາບຂໍ້ສະເໜີໃໝ່ຂອງຈີນ ເຊັ່ນ: ການກຳນົດເອົາປີ 2020 ເປັນປີການຮ່ວມມືເສດຖະກິດຕີຈີຕອນ, ຂໍ້່ລິເລີ່ມການເສີມສ້າງເຊິ່ງກັນ ແລະ ກັນ ລະຫວ່າງແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025 (MPAC 2025) ແລະ ແຜນໜຶ່ງແລວໜຶ່ງເສັ້ນທາງ (BRI) ແລະ ການຮ່ວມມືດ້ານເສດຖະກິດສີຟ້າ.
ກອງປະຊຸມຄັ້ງນີ້ຍັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ ລວມທັງການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ແລະ ກອງປະຊຸມສຸດຍອດ ອາຊຽນ-ຈີນ, ເຊິ່ງຈະຈັດຂຶ້ນໃນເດືອນສິງຫາ ແລະ ພະຈິກ 2019 ຕາມລໍາດັບ ຢູ່ ບາງກອກ, ປະເທດໄທ.
ກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາຊຽນ-ຈີນ ຄັ້ງຕໍ່ໄປ (ຄັ້ງທີ 26) ຈະຈັດຂຶ້ນ ຢູ່ ຟີລິບປິນ ໃນປີ 2020.