ໃນວັນທີ 30 ເມສາ ເຖິງ ວັນທີ 02 ພຶດສະພາ 2019, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງ ການຕ່າງປະເທດໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດເວທີປຶກສາຫາລືຂອບການຮ່ວມມື ແຫ່ງອາຊີ (Asia Cooperation Dialogue – ACD) ຄັ້ງທີ 16 (16th ACD Ministerial Meeting), ຊຶ່ງໄດ້ຈັດຂຶ້ນທີ່ ນະຄອນຫຼວງໂດຮາ, ປະເທດກາຕາ ພາຍໃຕ້ການເປັນປະທານ ຂອງ ທ່ານ ໂມຮຳເມັດ ບິນ ອັບດຸນລາມານ ອານ ທານີ (Mohammed bin Abdulrahman Al Thani), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ກາຕາ. ກອງປະຊຸມຄັ້ງນີ້ ໄດ້ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຫົວໜ້າຄະນະຜູ້ແທນ ປະເທດສະມາຊິກ ACD ເຂົ້າຮ່ວມທັງໝົດ 33 ປະເທດ.
ກອງປະຊຸມດັ່ງກ່າວ ເປັນກອງປະຊຸມປະຈຳປີ, ຊຶ່ງໄດ້ດຳເນີນໄປພາຍໃຕ້ຫົວຂໍ້: “ຄູ່ຮ່ວມມືເພື່ອຄວາມກ້າວໜ້າ (Partners In Progress)”. ກອງປະຊຸມໄດ້ປຶກສາຫາລືບັນຫາສຳຄັນຕ່າງໆ ກ່ຽວກັບ ການຈັດຕັ້ງປະຕິບັດບັນດາກິດຈະກຳເພື່ອສົ່ງເສີມການຮ່ວມມືກັນ, ການກຳນົດໄລຍະເວລາໃນການປະຕິບັດແຜນງານ ແລະ ປຶກສາຫາລື ກ່ຽວກັບ ການທາບທາມເລຂາທິການ ກອງເລຂາ ACD ຜູ້ໃໝ່ ເພື່ອປ່ຽນແທນຜູ້ເກົ່າ ທີ່ຈະສິ້ນສຸດວາລະການປະຕິບັດງານ ໃນເດືອນສິງຫາ 2019 ນີ້. ນອກຈາກນັ້ນ, ກອງປະຊຸມຄັ້ງນີ້ ຍັງ ໄດ້ຮັບຮອງເອົາຖະແຖງ ການໂດຮາ ພາຍໃຕ້ຫົວຂໍ້: “ຄູ່ຮ່ວມມື ເພື່ອຄວາມກ້າວໜ້າ (Partners In Progress)” ເພື່ອເປັນບ່ອນອີງໃນການສືບຕໍ່ ຈັດຕັ້ງປະຕິບັດວຽກງານ ການຮ່ວມມືໃນຕໍ່ໜ້າ ລະຫວ່າງ ປະເທດສະມາຊິກ. ພ້ອມນີ້, ກອງປະຊຸມຍັງໄດ້ ເຫັນດີຮັບຮອງເອົາ ລັດປາແລດສະຕິນ ເຂົ້າເປັນປະເທດສະມາຊິກ ຂອງ ເອຊີດີ ເປັນປະເທດທີ 35.
ເວທີປຶກສາຫາລືຂອບການຮ່ວມມືແຫ່ງອາຊີ ສ້າງຕັ້ງຂຶ້ນໃນປີ 2002 ແນໃສ່ຮັດແໜ້ນການຮ່ວມມື ແລະ ສ້າງ ຄວາມເປັນປຶກແຜ່ນ ຂອງທະວີບອາຊີ ຊຶ່ງມີ ກອງເລຂາ ເອຊີດີ ຕັ້ງຢູ່ ປະເທດກູເວດ.