ໃນຕອນເຊົ້າ ຂອງວັນທີ11 ມີນາ 2019, ສະຖາບັນການຕ່າງປະເທດ, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ ຮ່ວມກັບ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີເປີດ ຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ, ຊຸດທີ IV ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພາຍໃນກະຊວງການຕ່າງປະເທດ ແລະຄະນະພົວພັນຕ່າງປະເທດສູນກາງພັກ ຂື້ນ ຢູ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ຊຸດຝຶກອົບຮົມດັ່ງກ່າວ ຈະດຳເນີນໄປນັບແຕ່ວັນທີ 11 ມີນາ 2019 ຈົນເຖິງ16 ພຶດສະພາ 2019, ໂດຍມີ ຜູ້ເຂົ້າຮ່ວມທັງໝົດຈໍານວນ 53 ທ່ານ, ຍິງ 17 ທ່ານ.
ໂດຍໃຫ້ກຽດເປັນປະທານພິທີເປີດຄັ້ງນີ້ ມີທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຮອງສາດສະດາຈານສະໝຸດທອງສົມພານິດ, ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ບັນດາຄູອາຈານຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຜູ້ຕາງໜ້າຈາກກົມຈັດຕັ້ງ ແລະ ພະນັກງານ ກະຊວງການຕ່າງປະເທດ, ຄະນະພົວພັນການຕ່າງປະເທດສູນກາງພັກ ແລະຜູ້ເຂົ້າຮ່ວມຝຶກອົບຮົມ.
ທ່ານ ຄຳສວຍ ແກ້ວດາລາວົງ, ຫົວໜ້າສະຖາບັນການຕ່າງປະເທດໄດ້ຂື້ນລາຍງານແຜນການຝຶກອົບຮົມ, ຊຶ່ງຕະຫຼອດໄລຍະເວລາຂອງການຝຶກອົບຮົມ 45 ວັນຜູ້ເຂົ້າຮ່ວມຝຶກອົບຮົມ ຈະໄດ້ຍົກລະດັບຄວາມຮູ້ພື້ນຖານທາງດ້ານທິດສະດີການເມືອງ ແລະ ການປົກຄອງ, ຄົ້ນຄ້ວາຮ່ຳຮຽນ ທິດສະດີມາກ-ເລນິນ, ແນວທາງການປ່ຽນແປງໃໝ່ຂອງພັກໃນແຕ່ລະໄລຍະ, ການຝຶກອົບຮົມນີ້ ແນ່ໃສ່ເພື່ອໃຫ້ພະນັກງານນຳພາ-ຄຸ້ມຄອງ, ພະນັກງານສືບທອດ ກໍຄືສະມາຊິກພັກພະນັກງານຫຼັກແຫຼ່ງ ມີວິທີການເຮັດວຽກທີ່ຖືກຕ້ອງ ແລະ ຮູ້ໝູນໃຊ້ ບັນດາບົດຮຽນດັ່ງກ່າວເຂົ້າໃນໜ້າທີ່ວຽກງານຂອງຕົນ.
ໃນພິທີດັ່ງກ່າວ, ທ່ານ ແສງເພັດ ຮຸ່ງບຸນຍວງ, ປະທານພິທີໄດ້ໃຫ້ຄຳໂອ້ລົມແລະທິດຊີ້ນຳໂດຍໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຝຶກອົບຮົມເທື່ອນີ້ ແມ່ນການຜັນຂະຫຍາຍມະຕິ ຂອງກອງປະຊຸມວຽກງານການຕ່າງປະເທດຄັ້ງທີ13ແລະແຜນບຳລຸງ-ກໍ່ສ້າງພະນັກງານຂອງກະຊວງການຕ່າງປະເທດກໍຄືເພື່ອເຮັດໃຫ້ການປະຕິບັດວຽກງານພາຍໃນຂອງກະຊວງການຕ່າງປະເທດໃຫ້ມີປະສິດທິຜົນສູງຂື້ນກວ່າເກົ່າຕາມຄຳຂວັນຂອງກອງປະຊຸມວຽກງານການຕ່າງປະເທດຄັ້ງທີ13ວາງອອກຄື: “ຍົກສູງຄວາມສາມາດ, ລັກສະນະນຳໜ້າແລະຄວາມເປັນເຈົ້າການຂອງພະນັກງານໃນຂະແໜງການຕ່າງປະເທດຕໍ່ການປະຕິບັດແນວທາງການຕ່າງປະເທດ”. ພ້ອມດຽວກັນນີ້, ກໍເພື່ອສ້າງໃຫ້ບັນດາສະມາຊິກພັກ, ພະນັກງານນຳພາ-ຄຸ້ມຄອງມີທັດສະນະຫຼັກໝັ້ນຊົນຊັ້ນໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດແລະມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີແບບແຜນດຳລົງຊີວິດປອດໃສແລະມີວິທີການເຮັດວຽກທີ່ຖືກຕ້ອງ,ນອກຈາກນັ້ນ, ກໍເພື່ອປະຕິບັດ ແຜນພັດທະນາຊັບພະຍາກອນມະນຸດຂອງ ກະຊວງການຕ່າງປະເທດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ໃນໂອກາດນີ້, ທ່ານປະທານພິທີຍັງໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບຊຸດຮຽນກໍຄື ສະຖາບັນການຕ່າງປະເທດ, ກົມຈັດຕັ້ງ ແລະ ພະນັກງານພ້ອມດ້ວຍຄູອາຈານທີ່ມາຈາກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ໄດ້ເອົາໃຈໃສ່ໃນການກະກຽມຈັດຊຸດຝຶກອົບຮົມນີ້ຂຶ້ນ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ສາມາດກຳໄດ້ພື້ນຖານທາງດ້ານທິດສະດີ, ຮູ້ໝູນໃຊ້ທິດສະດີ ເຂົ້າໃນການຊີ້ນຳ-ນຳພາ ວຽກງານຂອງຕົນພາຍໃນກະຊວງການຕ່າງປະເທດ.