ໃນຕອນແລງຂອງວັນທີ 17 ມັງກອນ 2019, ທີ່ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂາໍ່ນັບຂອງ ທ່ານ ດຣ. Joseph H. Felter, ຮອງຜູ້ຊ່ວຍລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະລັດ ອາເມຣິກາ, ຜູ້ຊີ້ນາໍວຽກງານອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ສປປ ລາວ,ໃນລະຫວ່າງ ວັນທີ 16-18 ມັງກອນ 2019.
ໃນການພົບປະ, ສອງຝ່າຍໄດ້ຕີລາຄາສະພາບການພົວພັນ ແລະ ຮ່ວມມື ລະຫວ່າງ ສອງປະ ເທດ ລາວ-ອາເມຣິກາ ໃນໄລຍະຜ່ານມາ, ໂດຍສະເພາະການຮ່ວມມືດ້ານວຽກງານມະນຸດສະທາໍໃນຂອບວຽກງານຂຸດຄົ້ນຊອກຫາສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ(MIA), ການເກັບກູ້ລະເບີດທີ່ບໍ່ທັນແຕກ(UXO), ການຮ່ວມມືດ້ານການສະກັດກັ້ນ ແລະ ປາບປາມຢາເສບຕິດ, ສາທາລະນະສຸກ, ການສຶກສາ ແລະ ອື່ນໆ ພ້ອມທັງປຶກສາຫາລືໃນການຮ່ວມມືສອງຝ່າຍໃນອານາຄົດ.
ໃນໄລຍະຢູ່ຢ້ຽມຢາມ, ທ່ານ ດຣ. Joseph H. Felter, ໄດ້ເຂົ້າຢ້ຽມຂາໍ່ນັບ ທ່ານ ພົນຕີ ອອ່ນສີ ແສນສຸກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົນຕີ ກົງທອງ ພົງວິຈິດ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຢ້ຽມຢາມສະຖານທີ່ເກັັບກູ້ລະເບີດ ຢູ່ແຂວງຈາໍປາສັກ.