ໃນຕອນເຊົ້າວັນທີ 1 ສິງຫາ 2018, ທ່ານທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດ, ໄດ້ສືບຕໍ່ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມ ຫົວໜ້າເຈົ້າໜ້າທີ່ ອາວຸໂສ ອາຊຽນ ບວກສາມ (ຈີນ, ສ. ເກົາຫລີ, ຍີ່ປຸ່ນ). ກອງປະຊຸມໄດ້ປຶກສາຫາລື ແລະ ທົບທວນຄືນການຈັດຕັ້ງປະຕິບັດແຜນວຽກການຮ່ວມມືອາຊຽນບວກສາມ ໄລຍະປີ (2018-2020) ແລະ ການຈັດຕັ້ງປະຕິບັດບັນດາຂໍ້ສະເໜີແນະຂອງໜ່ວຍງານວິໄສທັດອາຊີຕາເວັນອອກ II (EAVG II), ຊຶ່ງເຫັນວ່າ ມີຄວາມຄືບໜ້າຫຼາຍດ້ານ. ໃນໂອກາດນີ້, ກອງປະຊຸມ ໄດ້ເຫັນດີເພີ່ມທະວີການຮ່ວມມືໃນດ້ານຕ່າງໆເຊັ່ນ ການສົ່ງເສີມການຄ້າ, ການເງິນ, ການເຊື່ອມຈອດ ແລະ ການຮັດແຄບຄວາມແຕກໂຕນ, ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທຳມະຊາດ, ແລະ ການຄ້ຳປະກັນສະບຽງອາຫານ ຢູ່ໃນພາກພື້ນ. ກອງປະຊູມ ຍັງໄດ້ປຶກສາຫາລືຂໍ້ລິເລີ່ມ ເພື່ອສົ່ງເສີມວັດທະນະທໍາຂອງ ອາຊຽນບວກສາມ (Cultural Cities) ແລະ ຖືໂອກາດນີ້, ຄະນະຜູ້ແທນລາວ ກໍ່ໄດ້ແຈ້ງຕໍ່ກອງປະຊຸມຊາບກ່ຽວກັບແຜນການຈັດກອງປະຊຸມເວທີອາຊີຕາເວັນອອກ (EAF) ລະຫວ່າງວັນທີ 29-30 ສິງຫາ 2018 ທີ່ ຫຼວງພະບາງ ໂດຍຈະແມ່ນ ສປປ ລາວ ແລະ ສ.ເກົາຫຼີ ເປັນປະທານຮ່ວມ ເພື່ອສືບຕໍ່ປຶສາຫາລືທິືດທາງການຮ່ວມມືອາຊຽນບວກສາມໃນຕໍ່ໜ້າ.
ຫລັງຈາກນັ້ນ, ທ່ານທອງຜ່ານ ສະຫວັນເພັດ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມ ຫົວຫນ້າເຈົ້າຫນ້າທີ່ ອາວຸໂສ ຂອງກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS). ກອງປະຊຸມໄດ້ປຶກສາຫາລື ຄວາມຄືບໜ້າຂອງການຮ່ວມມື ໃນຂອບ ອີເອເອສ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ຜັນຂະຫຍາຍບັນດາຂໍ້ຕົກລົງຂອງຜູ້ນໍາ ອີເອເອສ ໃນໄລຍະ 1 ປີຜ່ານມາ ແລະ ແຜນປະຕິບັດງານມະນິລາ ເພື່ອຈັດຕັ້ງປະຕິບັດ ຖະແຫຼງການພະນົມເປັນ (2018-2022). ພ້ອມນີ້, ກອງປະຊຸມ ໄດ້ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS) ຄັ້ງທີ 8.