ໃນວັນທີ 23 ກໍລະກົດ 2018, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຍື່ນໜັງສືແຕ່ງຕັ້ງ ແລະ ຢ້ຽມຂໍ່ານັບ ຂອງ ທ່ານ ນິໂຄຣາ, ເພື່ອດຳລົງຕຳແໜ່ງເປັນຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ຜູ້ໃໝ່ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາປະຕິບັດວຽກງານ ຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍການເຂົ້າຮັບຕໍ່າແໜ່ງໃໝ່ ຂອງ ທ່ານ ນິໂຄຣາ ໃນຄັ້ງນີ້. ພ້ອມດຽວກັນນີ້, ກໍໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈ ຕໍ່ ທະນາຄານໂລກ ທີ່ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນຫຼາຍຂະແໜງການ ຕະຫຼອດໄລຍະ 57 ປີ ຜ່ານມາ ແລະ ສະແດງຄວາມເຊື່ອໝັ້ນ ແລະ ຂອບໃຈ ຕໍ່ທະນາຄານໂລກ ທີ່ຈະສືບຕໍ່ປະກອບສ່ວນຊ່ວຍເຫຼືອ ສປປ ລາວ ເພື່ອໃຫ້ສາມາດບັນລຸເປົ້າໝາຍທີ່ວາງໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ VIII (2016-2020) ກໍ່ຄືເປົ້າໝາຍການພັດທະນາແບບຍືນຍົງ (SDG) ແລະ ເປົ້າໝາຍເພື່ອໃຫ້ປະເທດຫຼຸດພົ້ນອອກຈາກສະພາວະປະເທດ ດ້ອຍພັດທະນາ ໃນປີ 2020.
ໃນຕອນທ້າຍ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວອວຍພອນໃຫ້ ທ່ານ ນິໂຄຣາ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານໃໝ່ນີ້ ແລະ ຫວັງຢ່າງຍິ່ງວ່າ ສະຖາບັນການເງິນສາກົນ ກໍຄື ທະນາຄານໂລກ ຈະສືບຕໍ່ເພີ່ມທະວີໃຫ້ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວຕື່ມ.