ໃນຕອນເຊົ້າ ຂອງວັນທີ 02 ພຶດສະພາ 2018, ສະຖາບັນການຕ່າງປະເທດ, ກົມຈັດຕັ້ງ ແລະ ພະນັກງານ ກະຊວງການຕ່າງປະເທດ ຮ່ວມກັບ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີເປີດ ຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ລະບົບ 45 ວັນ, ຊຸດທີ III ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຂື້ນ ຢູ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ຊຸດຝຶກອົບຮົມດັ່ງກ່າວ ຈະດຳເນີນໄປນັບແຕ່ວັນທີ 02 ພຶດສະພາ 2018 ຈົນເຖິງ 04 ກໍລະກົດ 2018, ໂດຍມີ ຜູ້ເຂົ້າຮ່ວມທັງໝົດຈໍານວນ 40 ທ່ານ, ຍິງ 16 ທ່ານ.
ໂດຍໃຫ້ກຽດເປັນປະທານພິທີເປີດຄັ້ງນີ້ ມີ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຮອງສາດສະດາຈານ ສະໝຸດທອງ ສົມພານິດ, ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ບັນດາຄູອາຈານຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ບັນດາທ່ານຜູ້ຕາງໜ້າຈາກກົມຕ່າງໆ ພາຍໃນກະຊວງການຕ່າງປະເທດ, ຄະນະພົວພັນການຕ່າງປະເທດສູນກາງພັກ ແລະ ຜູ້ເຂົ້າຮ່ວມຝຶກອົບຮົມ.
ທ່ານ ນ. ພິມພາ ແກ້ວມີໄຊ, ຮອງຫົວໜ້າສະຖາບັນການຕ່າງປະເທດ ໄດ້ຂື້ນລາຍງານແຜນການຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ລະບົບ 45 ວັນ, ຊຸດທີ III ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ, ຊຶ່ງຕະຫຼອດໄລຍະເວລາດັ່ງກ່າວ ຜູ້ເຂົ້າຮ່ວມຝຶກອົບຮົມ ຈະໄດ້ຍົກລະດັບຄວາມຮູ້ພື້ນຖານທາງດ້ານທິດສະດີການເມືອງ ແລະ ການປົກຄອງ, ຄົ້ນຄ້ວາຮ່ຳຮຽນ ທິດສະດີມາກ-ເລນິນ, ແນວທາງການປ່ຽນແປງ ໃໝ່ຂອງພັກໃນແຕ່ລະໄລຍະ, ການຝຶກອົບຮົມນີ້ ແນ່ໃສ່ເພື່ອໃຫ້ພະນັກງານນຳພາ-ຄຸ້ມຄອງ, ພະນັກງານສືບທອດ ກໍຄືສະມາຊິກພັກ, ພະນັກງານຫຼັກແຫຼ່ງ ມີວິທີການເຮັດວຽກທີ່ຖືກຕ້ອງ ແລະ ຮູ້ໝູນໃຊ້ ບັນດາບົດຮຽນດັ່ງກ່າວເຂົ້າໃນໜ້າທີ່ວຽກງານຂອງຕົນ.
ໃນພິທີດັ່ງກ່າວ, ທ່ານ ແສງເພັດ ຮຸ່ງບຸນຍວງ, ປະທານພິທີ ໄດ້ໃຫ້ຄຳໂອ້ລົມ ແລະ ທິດຊີ້ນຳ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຝຶກອົບຮົມເທື່ອນີ້ ແມ່ນການຜັນຂະຫຍາຍມະຕິຂອງ ກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 13 ແລະ ແຜນບຳລຸງ-ກໍ່ສ້າງພະນັກງານຂອງກະຊວງການຕ່າງປະເທດ ກໍຄື ເພື່ອເຮັດໃຫ້ການປະຕິບັດວຽກງານພາຍໃນຂອງກະຊວງການຕ່າງປະເທດ ໃຫ້ມີປະສິດທິຜົນ ສູງຂື້ນກວ່າເກົ່າ ຕາມຄຳຂວັນຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 13 ວາງອອກຄື: “ຍົກສູງຄວາມສາມາດ, ລັກສະນະນຳໜ້າ ແລະ ຄວາມເປັນເຈົ້າການຂອງພະນັກງານ ໃນຂະແໜງການຕ່າງປະເທດ ຕໍ່ການປະຕິບັດແນວທາງການຕ່າງປະເທດ”. ພ້ອມດຽວກັນນີ້, ກໍເພື່ອສ້າງໃຫ້ບັນດາສະມາຊິກພັກ, ພະນັກງານນຳພາ-ຄຸ້ມຄອງ ມີທັດສະນະຫຼັກໝັ້ນຊົນຊັ້ນໜັກແໜ້ນ, ມີຄຸນສົມບັດ ສິນທຳປະຕິວັດ ແລະ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີແບບແຜນດຳລົງຊີວິດປອດໃສ ແລະ ມີວິທີການເຮັດວຽກທີ່ຖືກຕ້ອງ, ນອກຈາກນັ້ນ, ກໍເພື່ອປະຕິບັດ ແຜນພັດທະນາຊັບພະຍາກອນມະນຸດ ຂອງ ກະຊວງການຕ່າງປະເທດ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ທ່ານປະທານພິທີ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບຊຸດຮຽນ ກໍຄື ສະຖາບັນການຕ່າງປະເທດ, ກົມຈັດຕັ້ງ ແລະ ພະນັກງານ ພ້ອມດ້ວຍຄູອາຈານທີ່ມາຈາກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ໄດ້ເອົາໃຈໃສ່ໃນການກະກຽມຈັດຊຸດຝຶກອົບຮົມນີ້ຂຶ້ນ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ສາມາດກຳໄດ້ພື້ນຖານທາງດ້ານທິດສະດີ, ຮູ້ໝູນໃຊ້ທິດສະດີ ເຂົ້າໃນການຊີ້ນຳ-ນຳພາ ວຽກງານຂອງຕົນ ພາຍໃນກະຊວງການຕ່າງ ປະເທດ.