ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ-ສປຊ ທົບທວນຄືນຂອບການຮ່ວມມືສອງຝ່າຍ

tp UNRC

ໃນວັນທີ 2 ກຸມພາ 2018, ທີ່ ຫໍປະຊຸມແຫ່ງຊາດ, ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຮ່ວມກັບຫ້ອງການປະສານງານອົງການສະຫະປະຊາຊາດ (UNRC) ໄດ້ຈັດກອງປະຊຸມທົບທວນຄືນປະຈຳປີ ການຈັດຕັ້ງປະຕິບັດຂອບການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການສະຫະປະຊາຊາດ (Lao PDR-UNPF 2017-2021), ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ນາງ ກາຣີນາ ອິມໂມເນັນ, ຜູ້ປະສານງານອົງການສະຫະປະຊາຊາດ, ທັງເປັນຜູ້ຕາງໜ້າອົງການ UNDP ປະຈຳ ສປປ ລາວ, ມີ​ຜູ້​ເຂົ້າ​ຮ່ວມຕາງໜ້າຈາກບັນດາກະຊວງ ​ແລະ ຂະ​ແໜງການ ​​ກ່ຽວຂ້ອງ​ອ້ອມ​ຂ້າງ​ສູນ​ກາງ, ບັນດາ​ອົງການເຄືອ​ຂ່າຍ​ ຂອງສະຫະປະຊາຊາດ ​ແລະ ບັນດາ​ຄູ່​ຮ່ວມ​ພັດທະນາ ​ທີ່​ມີ​ຫ້ອງການ​ປະຈຳ ​ຢູ່ ສປປ ລາວ ​ເຂົ້າ​ຮ່ວມ ທັງໝົດປະມານ 100 ກວ່າທ່ານ.

     ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້, ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດແຜນງານປະຈຳປີຄັ້ງທຳອິດ ຂອງຂອບການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ​ແລະ ອົງການສະຫະປະຊາຊາດ, ​ໃນ​ນັ້ນ ໄດ້ມີການທົບທວນຄືນຜົນສຳເລັດ, ສິ່ງທ້າທາຍ, ບົດຮຽນ ທີ່ຖອດຖອນໄດ້ຂອງການຮ່ວມມືດັ່ງກ່າວໃນໄລຍະ 1 ປີ ທີ່ຜ່ານມາ, ພ້ອມ​ທັງ​ໄດ້​ປຶກສາຫາລື ກ່ຽວກັບ ທິດທາງແຜນການຮ່ວມມື ໃນປີ 2018 ​ເຊິ່ງຖື​ໄດ້​ວ່າເປັນປີທີ່ມີຄວາມໝາຍຄວາມສຳຄັນ ສຳລັບ ສປປ ລາວ ​ໃນ​ການ​ທົບ​ທວນຄືນຄວາມກຽມພ້ອມ​ເພື່ອ​ຫລຸດ​ພົ້ນ ​ອອກຈາກສະຖານະ​ພາບປະເທດດ້ອຍພັດທະນາໃນປີ 2020, ທົບ​ທວນ​ກາງ​ສະ​ໄໝຂອງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ຄັ້ງ​ທີ 8 ​ແລະ ການ​ເຮັດບົດລາຍງານແຫ່ງຊາດແບບສະໝັກໃຈ ກ່ຽວກັບ​ເປົ້າໝາຍການພັດທະນາແບບຍືນຍົງຄັ້ງ​ທຳ​ອິດ​ ຂອງ ສປປ ລາວ ເພື່ອຈະນຳໄປສະເໜີຢູ່ສນັກງານໃຫ່ຍ  ສປຊ ທີ່ນິວຢອກ ໃນເດືອນກໍລະກົດ 2018.

ໃນກອງປະຊຸມ ຍັງ​ໄດ້ມີການນຳສະເໜີບົດໂດຍຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງ ກ່ຽວກັບໝາກຜົນທີ່ໄດ້ຮັບຂອງການຮ່ວມມື ໃນໄລຍະຜ່ານມາ ​ເຊິ່ງແບ່ງອອກເປັນ 8 ຂົງ​ເຂດ​ເຂດດັ່ງນີ້: ໝາກຜົນທີ 1 ແລະ 2: ການດຳລົງຊີວິດທີ່ດີ ແລະ ປົກປ້ອງທາງສັງຄົມ; ໝາກຜົນທີ 3: ການປ່ຽນແປງດິນຟ້າອາກາດ, ການຮັບມືກັບໄພພິບັດ ແລະ ສິ່ງແວດລ້ອມ; ໝາກຜົນທີ 4: ການສຶກສາຂັ້ນພື້ນຖານ; ໝາກຜົນທີ 5: ສຸຂະພາບ, ນ້ຳ ແລະ ສຸຂະອະນາໄມ; ໝາກຜົນທີ 6: ອາຫານ ແລະ ໂພຊະນາການ; ໝາກຜົນທີ 7 ແລະ 8: ການສ້າງສະຖາບັນ ​ແລະ ການ​ເຂົ້າ​ເຖິງ​ລະບົບຍຸຕິທຳ.

ໃນຕອນທ້າຍກອງປະຊຸມ, ທ່ານປະທານຮ່ວມ ໄດ້ຕີລາຄາສູງກ່ຽວກັບການຮ່ວມມື ແລະ ການສະໜັບສະໜູນຂອງອົງການສະຫະປະຊາຊາດ ແລະ ບັນດາ​ຄູ່ຮ່ວມພັດທະນາ, ​ເຊິ່ງ​ໄດ້​ປະກອບສ່ວນອັນສຳຄັນ​ເຂົ້າ​ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ພ້ອມກັນນັ້ນ ກໍໄດ້ຮຽກຮ້ອງໃຫ້ທຸກພາກ ສ່ວນໄດ້ເອົາໃຈໃສ່ ສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອນຳພາປະເທດຊາດສາມາດຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນ ປີ 2020 ​ແລະ ບັນລຸ​ເປົ້າ​ໝາຍການພັດທະນາແບບຍືນຍົງ ໃນປີ 2030 ຕາມຄຳຂັວນທີ່ວ່າ: ບໍ່ປະຖີ້ມ​ໃຜໄວ້ທາງຫລັງ”.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485879
ມື້ນີ້10
ມື້ວານ168
ອາທິດນີ້915
ເດືອນນີ້5184