ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດຜັນຂະຫຍາຍຜົນຂອງກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 1 ກໍຄື ຖະແຫຼງການຊັນຍາ ຂອງຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ໃນຕອນບ່າຍຂອງວັນທີ 2 ມັງກອນ 2018, ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ໄດ້ຈັດພິທີເຊັນສັນຍາຮ່ວມມືໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຂຶ້ນ ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ.
ໃຫ້ກຽດລົງນາມໃນສັນຍາດັ່ງກ່າວ ໂດຍ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນ ຕີກະຊວງການຕ່າງປະເທດ, ຕາງໜ້າໃຫ້ລັດຖະບານລາວ ແລະ ທ່ານ ຫວາງ ເວີນທຽນ (Wang Wentian), ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າລັດຖະບານ ສປ ຈີນ ເປັນຜູ້ລົງນາມ, ໂດຍມີບັນດາ ຜູ້ຕາງໜ້າຈາກ ກະຊວງການຕ່າງປະເທດ ແລະ ກະຊວງ/ຂະແໜງການ ທີ່ໄດ້ຮັບອະນຸມັດໂຄງການ ແລະ ພາກສ່ວນ ກ່ຽວຂ້ອງຂອງ ສປ ຈີນ ເຂົ້າຮ່ວມເປັນສັກຂີພິຍານ. ຈຸດປະສົງ ຂອງ ການເຊັນສັນຍາຮ່ວມມືໂຄງການຄັ້ງນີ້ ແມ່ນເພື່ອ ເປັນບ່ອນອີງໃຫ້ແກ່ ການຈັດຕັ້ງປະຕິບັດໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຈຳນວນ ທັງໝົດ 13 ໂຄງການ ຂອງ 5 ກະຊວງ/ຂະແໜງການ ລວມມູນຄ່າ 3,494,400 ໂດລາສະຫະລັດ ເປັນຕົ້ນ: ໂຄງການຮັບມືກັບ ການຮົ່ວໄຫຼຂອງນ້ຳມັນໃນເຂດທ່າເຮືອ ຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ, ໂຄງການສ້າງຄວາມເຂັ້ມແຂງ ໃນການແຂ່ງຂັນສຳລັບ ອຸດສາຫະກຳແປຮູບຂອງລາວ ຂອງ ກະຊວງອຸດກະຊວງອຸດສາຫະກຳ ແລະ ການຄ້າ, ໂຄງການກວດສອບຄຸນນະພາບນ້ຳ ແຫ່ງຊາດ ຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໂຄງການເວທີການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເພື່ອການພັດທະນາ ແບບຍືນຍົງ ສຳລັບ ວຽກງານ ICT ຂອງ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ແລະ ໂຄງການຝຶກອົບຮົມ ກ່ຽວກັບ ການລົງທະບຽນ ພົນລະເຮືອນ ແລະ ລະບົບສະຖິຕິ ຈາກ 6 ປະເທດໃນພາກພື້ນແມ່ນ້ຳຂອງ ຂອງ ກະຊວງພາຍໃນ ແລະ ໂຄງການຕ່າງໆ ອີກຈຳນວນໜຶ່ງ. ພິທີເຊັນສັນຍາຮ່ວມ ມືໂຄງການຄັ້ງນີ້ ແມ່ນຖືກຈັດຂື້ນກ່ອນ ກອງປະຊຸມຜູ້ນຳແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 2 ຊຶ່ງຈະຈັດຂຶ້ນໃນວັນທີ 10-11 ມັງກອນ 2018 ທີ່ ພະນົມເປັນ, ຣາຊະອານາຈັກກຳປູເຈຍ.