ໃນວັນທີ 26 ທັນວາ 2017,ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ “ໂຄງການປັບປຸງຊົນລະປະທານກະສິກຳທ່າງ່ອນ”, ມູນຄ່າ 837 ລ້ານເຢັນ ພາຍໃຕ້ການຊ່ວຍເຫຼືອ ເພື່ອພັດທະນາ (ODA) ຂອງ ລັດຖະບານຍີ່ປຸ່ນ, ຊຶ່ງຕາງໜ້າລັດຖະບານ ແຫ່ງ ສປປ ລາວ ຮ່ວມລົງນາມໂດຍ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານ ຍີ່ປຸ່ນ ໂດຍ ທ່ານ ຕາເກຊິ ຮິກິຮາຣະ, ເອກອັກຄະລາຊາທູດ ຍີ່ປຸ່ນ ປະຈຳ ສປປ ລາວ ແລະ ມີພະນັກງານຈາກຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ໂຄງການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນໃນຄັ້ງນີ້ ແມ່ນເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ຊຶ່ງແມ່ນໜຶ່ງໃນວຽກບູລິມະສິດ ທີ່ລັດຖະບານ ສປປ ລາວ ໃຫ້ຄວາມເອົາໃຈໃສ່ ແລະ ຖືສໍາຄັນທີ່ສຸດ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວ ໂດຍສະເພາະໃນຂົງເຂດກະສິກຳ, ຊຶ່ງຈະຊ່ວຍສະໜອງນ້ຳໃຫ້ພຽງພໍ ໃຫ້ແກ່ຊາວກະສິກອນຢູ່ ເຂດທ່າງ່ອນ ເພື່ອນຳໃຊ້ໃນການຜະລິດເຂົ້າ ໃນລະດູຝົນ ແລະ ລະດູແລ້ງ ໃຫ້ໄດ້ຕາມເປົ້າໝາຍຂອງລັດຖະບານລາວ ເພື່ອຄ້ຳປະກັນສະບຽງອາຫານໃຫ້ພຽງພໍ. ຕະຫຼອດໄລຍະຜ່ານມາ, ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນ, ການຊ່ວຍເຫຼືອ ສປປ ລາວ ໃນຫຼາຍດ້ານ ໂດຍສະເພາະແມ່ນການຊ່ວຍເຫຼືອທາງການ ເພື່ອການພັດທະນາ (ODA) ແລະ ຖືກຈັດຢູ່ໃນອັນດັບ 1 ຂອງປະເທດ ທີ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ເຊັ່ນ: ການພັດທະນາພື້ນຖານໂຄງລ່າງ, ຊັບພະຍາກອນມະນຸດ, ສາທາລະນະສຸກ ແລະ ອື່ນໆ.
ໃນໂອກາດນີ້, ທ່ານຮອງລັດຖະມົນຕີຕ່າງປະເທດ ຄຳເພົາ ເອີນທະວັນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງເລິກເຊິ່ງ ຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ມາໂດຍຕະຫຼອດ, ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະໃນຂົງເຂດວຽກງານກະສິກຳຂອງລາວ ແລະ ຫວັງວ່າ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຕື່ມອີກໃນອານາຄົດ. ພ້ອມດຽວກັນນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ກໍ່ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອັນແໜ້ນແຟ້ນ ກໍ່ຄືການສະໜັບສະໜູນຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ຕໍ່ ສປປ ລາວ ຕະຫຼອດໄລຍະຜ່ານມາ, ຊຶ່ງນັບແຕ່ປີ 2015 ເປັນຕົ້ນມາ, ສປປ ລາວ ແລະ ຍີ່ປຸ່ນ ໄດ້ຍົກລະດັບການພົວພັນສອງຝ່າຍມາເປັນຄູ່ຮ່ວມມືຍຸດທະສາດ, ຊຶ່ງໄດ້ເຮັດໃຫ້ການພົວພັນຂອງສອງປະເທດ ໄດ້ຮັບການເພີ່ມທະວີເຂົ້າສູ່ລວງເລິກໃນທຸກລະດັບ ນັບແຕ່ການນໍາຂັ້ນສູງ ລົງຮອດຂະແໜງການ ແລະ ທ້ອງຖິ່ນ ໂດຍມີການຜັດປ່ຽນການຢ້ຽມຢາມຢ່າງເປັນທາງການ ຊຶ່ງກັນ ແລະ ກັນ.
ໃນຕອນທ້າຍ, ກໍ່ໄດ້ອວຍພອນໃຫ້ສາຍພົວພັນການເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ລາວ-ຍີ່ປຸ່ນ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ອວຍພອນໃຫ້ ທ່ານທູດ ຕາເກຊິ ຮິກິຮາຣະ ແລະ ບັນດາແຂກທີ່ເຂົ້າຮ່ວມພິທີອັນມີຄວາມໝາຍສຳຄັນໃນຄັ້ງນີ້ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດຂອງທ່ານຕະຫຼອດໄປ.