ໃນວັນທີ 07 ທັນວາ 2017, ກະຊວງການຕ່າງປະເທດ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືດ້ານການເມືອງສອງຝ່າຍ ຄັ້ງທີ 2 ລະຫວ່າງ ສປປ ລາວ ແລະ ສະມາພັນທະລັດສະວິສ໌, ຊຶ່ງ ຄະນະຜູ້ແທນຝ່າຍລາວ ນໍາໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນສະວິສ໌ ນໍາໂດຍ ທ່ານ ໂຈຮານແນສ໌ ມັດຢາຊີ (Johannes Matyassy) ຜູ້ຊ່ວຍລັດຖະມົນຕີຕ່າງປະເທດ ແຫ່ງ ສະມາພັນທະລັດສະວິສ໌.
ກອງປະຊຸມໃນຄັ້ງນີ້, ສອງຝ່າຍໄດ້ປຶກສາຫາລື ແລະ ຕີລາຄາຄືນ ກ່ຽວກັບການພົວພັນຮ່ວມມື ທີ່ມີມູນເຊື້ອຍາວນານນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ແຕ່ປີ 1957 ເປັນຕົ້ນມາ ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບຜົນສໍາເລັດ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ສະວິສ໌ ຄັ້ງທໍາອິດ ໃນວັນທີ 4 ກັນຍາ 2015 ທີ່ຜ່ານມາ. ນອກນັ້ນ, ກໍໄດ້ແຈ້ງທັດສະນະໃຫ້ກັນ ແລະ ກັນຊາບ ກ່ຽວກັບບັນຫາພາກພື້ນ ແລະ ບັນຫາສາກົນທີ່ຕ່າງຝ່າຍໃຫ້ຄວາມສົນໃຈ ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມື ລະຫວ່າງສອງປະເທດໃຫ້ແໜ້ນແຟ້ນ ແລະ ເປັນຮູບປະທໍາຍິ່ງໆ ຂຶ້ນໃນອະນາຄົດ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ. ປັດຈຸບັນລັດຖະບານສະວິສ໌ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອແກ່ ສປປ ລາວ ຢ່າງເປັນຮູບປະທໍາໃນ 3 ຂົງເຂດຄື: ຂົງເຂດກະສີກໍາ ແລະ ຄໍ້າປະກັນສະບຽງອາຫານ; ຂົງເຂດການປົກຄອງ ແລະ ການມີສ່ວນຮ່ວມຂອງປະຊາຊົນ ແລະ ຂົງເຂດອາຊີວະສຶກສາ ແລະ ການສ້າງວຽກເຮັດງານທໍາ ແລະ ອື່ນໆ.
ການຊ່ວຍເຫລືອດັ່ງກ່າວ, ສ່ວນໃຫຍ່ແມ່ນໄດ້ຊ່ວຍຜ່ານອົງການຮ່ວມມື ເພື່ອການພັດທະນາຂອງສະວິສ໌ (SDC) ໃນຂອບສອງຝ່າຍ. ນອກຈາກນີ້, ການຊ່ວຍເຫລືອຂອງສະວິສ໌ ແມ່ນມີລັກສະນະແບບຫລາຍຝ່າຍ ໂດຍຜ່ານອົງການສະຫະປະຊາຊາດ (UNDP); ສະຫະພາບເອີຣົບ (EU); ອົງການຝຣັ່ງ ເພື່ອການພັດທະນາ (AFD) ແລະອົງການເຢຍລະມັນ ເພື່ອການຮ່ວມມືສາກົນ (GIZ), ເຊິ່ງລວມມູນຄ່າການຊ່ວຍເຫລືອ ເຂົ້າໃນຂົງເຂດຕ່າງໆ ແຕ່ປີ 2013-2017 ປະມານ 86 ລ້ານໂດລາສະຫະລັດ.
ພ້ອມນີ້, ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫລືອອັນລໍ້າຄ່າ ຂອງລັດຖະບານ ແລະ ປະຊາຊົນສະວິສ໌ ທີ່ມີຕໍ່ ສປປ ລາວ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການສ້າງສາພັດທະນາປະເທດຊາດ ກໍຄື ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໃຫ້ນັບມື້ດີຂຶ້ນ.
ກອງປະຊຸມໄດ້ດຳເນີນພາຍໃຕ້ບັນຍາກາດອັນອົບອຸ່ນ, ກົງໄປກົງມາ, ສອງຝ່າຍ ໄດ້ບັນລຸຄວາມເຂົ້າອົກເຂົ້າໃຈກັນຫລາຍຂຶ້ນ ແລະ ທັງເປັນການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງປະເທດລາວ-ສະວິສ໌ ໃຫ້ນັບມື້ນັບມີປະສິດທິຜົນຍິ່ງຂຶ້ນ.