ນະຄອນຫຼວງວຽງຈັນ, ວັນທີ 06ພະຈິກ 2017
ພະບາດສົມເດັດ,
ເນື່ອງໃນໂອກາດ ວັນປະກາດເອກະລາດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຄົບຮອບ 64 ປີ, ໃນນາມປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະບາດສົມເດັດ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນ ທີ່ເຫັນວ່າສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການ ລະຫວ່າງ ສອງປະເທດ ກໍຄື ປະຊາຊົນສອງຊາດພວກເຮົາ ໄດ້ຮັບການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ຊຶ່ງໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົານັບມື້ນັບຫຼາຍຂຶ້ນ.
ຂ້າພະເຈົ້າ ເຊື່ອໝັ້ນວ່າພາຍໃຕ້ ພະບໍຣົມໂພທິສົມພານຂອງ ພະບາດສົມເດັດ, ປະຊາຊົນ ແຫ່ງ ຣາຊະອານາຈັກກໍາປູເຈຍ ຈະສືບຕໍ່ມີຄວາມຮົ່ມເຢັນເປັນສຸກ, ຈະເລີນຮຸ່ງເຮືອງ ແລະ ມີຄວາມວັດທະນະຖາວອນຍິ່ງໆຂຶ້ນໄປ.
ຂໍສົ່ງພະພອນແດ່ພະບາດສົມເດັດ ຊົງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ມີພະຊົນອາຍຸຍືນຍາວນານເປັນຮົ່ມໂພຮົ່ມໄຊ ໃຫ້ແກ່ປະຊາຊົນກໍາປູເຈຍ ຕະຫຼອດກາລະນານ.
ດ້ວຍຄວາມນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ພະບາດສົມເດັດພະບໍຣົມມະນຽດ ໂນໂຣດົມສີຫາໂມນີ
ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ
ທີ່ນະຄອນຫຼວງພະນົມເປັນ
ສົມເດັດ,
ເນື່ອງໃນໂອກາດ ວັນປະກາດເອກະລາດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຄົບຮອບ 64 ປີ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ເພື່ອນມິດທຸກຖ້ວນໜ້າ.
ຂ້າພະເຈົ້າ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ, ຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມ ທີ່ມີມາແຕ່ບູຮານນະການ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງສອງລັດຖະບານ ກໍຄື ປະຊາຊົນສອງປະເທດຂອງພວກເຮົາ ທີ່ໄດ້ຮັບການເພີ່ມພູນຄູນສ້າງຕະຫຼອດມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີນັ້ນ, ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ຂຶ້ນໄປຢ່າງບໍ່ຢຸດຢັ້ງເພື່ອຜົນປະໂຫຍດຕົວຈິງຂອງປະຊາຊົນສອງຊາດພວກເຮົາ, ທັງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້, ຂໍອວຍພອນໃຫ້ສົມເດັດຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃຫຍ່ຫຼວງກວ່າເກົ່າ ໃນພາລະກິດອັນສູງສົ່ງ ຂອງສົມເດັດ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ສົມເດັດອັກຄະມະຫາ ເສນາ ບໍດີ ເຕໂຈຮຸນ ແຊນ
ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກກໍາປູເຈຍ
ທີ່ນະຄອນຫຼວງພະນົມເປັນ
ພະນະທ່ານ,
ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນປະກາດເອກະລາດ ແຫ່ງຣາຊະອານາຈັກກໍາປູເຈຍຄົບຮອບ 64 ປີ, ໃນນາມກະຊວງການຕ່າງປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງສົ່ງຄໍາຊົມເຊີຍອັນອົບອຸ່ນແລະພອນໄຊອັນປະເສີດມາຍັງ ພະນະທ່ານແລະຜ່ານພະນະທ່ານ ໄປຍັງພະນັກງານກະຊວງການຕ່າງປະເທດ ແລະຮ່ວມມືສາກົນ ແຫ່ງຣາຊະອານາຈັກກໍາປູເຈຍທຸກຖ້ວນໜ້າ.
ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອອັນດີງາມ, ການຮ່ວມມື ແລະ ການສະໜັບສະໜູນຊຶ່ງກັນ ແລະ ກັນ ລະຫວ່າງສອງປະເທດກໍຄືສອງກະຊວງການຕ່າງປະເທດຂອງພວກເຮົາ ຈະໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເພື່ອນໍາເອົາຜົນປະໂຫຍດອັນສູງສົ່ງມາສູ່ປະຊາຊົນສອງຊາດຂອງພວກເຮົາ ກໍຄືຄອບຄົວອາຊຽນ.
ຂ້າພະເຈົ້າຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ ພະນະທ່ານພ້ອມດ້ວຍພະນັກງານກະຊວງການຕ່າງປະເທດ ແລະຮ່ວມມືສາກົນ ແຫ່ງຣາຊະອານາຈັກ ກໍາປູເຈຍຈົ່ງມີສຸຂະພາບ
ເຂັ້ມແຂງແລະປະສົບຜົນສໍາເລັດໃນພາລະກິດອັນສູງສົ່ງ ຂອງຕົນ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ພະນະທ່ານ ປຣາກ ໂຊຄົນ, ລັດຖະມົນຕີອາວຸໂສ,
ລັດຖະມົນຕີກະຊວງການຕ່າງປະເທດແລະຮ່ວມມືສາກົນ
ແຫ່ງຣາຊະອານາຈັກກໍາປູເຈຍ
ທີ່ນະຄອນຫຼວງພະນົມເປັນ