ໃນວັນທີ 11 ພຶດສະພາ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ໂຢຊິຮາລຸ ໂຢເນຢາມະ (Yoshiharu YONEYAMA), ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (ຫຼື JICA) ຄົນໃໝ່ ປະຈໍາ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ ໂຢຊິຮາລຸ ໂຢເນຢາມະ ທີ່ໄດ້ຮັບການແຕ່ງຕັ້ງເປັນ ຫົວໜ້າອົງການ JICA ປະຈໍາ ສປປ ລາວ ຄົນໃໝ່ ເລີ່ມແຕ່ເດືອນເມສາ 2017 ເປັນຕົ້ນມາ ແລະ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ທ່ານຮອງລັດຖະມົນຕີ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານຂອງອົງການ JICA ປະຈໍາ ສປປ ລາວ ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ, ໃຫ້ການຮ່ວມມື, ຊຸກຍູ້ສົ່ງເສີມ ແລະ ປະສານງານນໍາລັດຖະບານຍີ່ປຸ່ນ ໃນການຊ່ວຍເຫຼືອ ສປປ ລາວ ໃນດ້ານການພັດທະນາພື້ນຖານໂຄງລ່າງ, ກະສິກໍາ-ປ່າໄມ້, ສຶກສາ ແລະ ສາທາລະນະສຸກ ຕະຫລອດໄລຍະຜ່ານມາ. ການຊ່ວຍເຫຼືອດັ່ງກ່າວ ເປັນການປະກອບ ສ່ວນທີ່ສຳຄັນ ແລະ ແທດເໝາະກັບຄວາມຕ້ອງການຂອງປະຊາຊົນລາວ, ອັນພົ້ນເດັ່ນ ແມ່ນການຊ່ວຍເຫຼືອຂອງລັດຖະ ບານ ແລະ ປະຊາຊົນຍີ່ປຸ່ນ ຕໍ່ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016 ທີ່ຜ່ານມາ. ພ້ອມກັນນັ້ນ, ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການມາຮັບໜ້າທີ່ໃໝ່ຂອງ ທ່ານ ໂຢະເນະຢາມະ ໃນຄັ້ງນີ້ ຈະປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເຊັ່ນດຽວກັນ ແລະ ຫວັງວ່າ ທ່ານຫົວໜ້າອົງການ JICA ຜູ້ໃຫມ່ ຈະເຄື່ອນໄຫວເຮັດວຽກຢ່າງໃກ້ຊິດກັບພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ເພື່ອສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນຂົງເຂດຕ່າງໆ ໃຫ້ຂະຫຍາຍຕົວຍິ່ງຂຶ້ນ ໂດຍສະເພາະໃນຂະແໜງການສຶກສາ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້, ການຈັດສົ່ງຊ່ຽວຊານ-ອາສາສະໝັກຍີ່ປຸ່ນ ມາລາວ ແລະ ອື່ນໆ ເພື່ອຊ່ວຍ ສປປ ລາວ ໃຫ້ບັນລຸເປົ້າໝາຍການພັດທະນາສະຫັດສະວັດ (SDGs) ສໍາເລັດຕາມລະດັບຄາດໝາຍໃນປີ 2020.
ນອກຈາກນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ຍັງໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈຕໍ່ຊ່ຽວຊານ ແລະ ອາສາສະໝັກຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ປະຕິບັດໜ້າທີ່ວຽກງານຂອງເຂົາເຈົ້າ ຢູ່ ສປປ ລາວ ຢ່າງຫ້າວຫັນ ແລະ ດ້ວຍຜົນສຳເລັດເປັນຢ່າງດີ.
ໃນໂອກາດນີ້, ທ່ານຫົວໜ້າອົງການ JICA ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານຮອງລັດຖະມົນຕີ ຄໍາເພົາ ເອີນທະວັນ ແລະ ກ່າວຢືນຢັນວ່າ ຈະຕັ້ງໜ້າປະຕິບັດວຽກງານຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືລະຫວ່າງສອງປະເທດ ລາວ-ຍີ່ປຸ່ນ ກໍຄືລະຫວ່າງ ອົງການ JICA ກັບຂະແໜງການກ່ຽວຂ້ອງຂອງ ສປປ ລາວ, ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຢ່າງມີປະສິດທິຜົນ.