ໃນຕອນບ່າຍຂອງວັນທີ 23 ກຸມພາ 2017, ທີ່ ກະຊວງການຕ່າງງປະເທດ, ໄດ້ຈັດພິທີເຜີຍແຜ່ຜົນສຳເລັດຂອງກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ X ແລະ ສະຫຼຸບຕີລາຄາວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຂອງກະຊວງການຕ່າງປະເທດ ໃນໄລຍະ 5 ປີຜ່ານມາ (2011-2016) ແລະ ທິດທາງແຜນການຈຸດສຸມ ປີ 2017-2020, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ, ຫົວໜ້າກົມ, ຮອງກົມ, ຄະນະພະແນກ, ພະນັກງານຜູ້ອາວຸໂສບຳນານ ແລະ ສະມາຊິກພັກ-ພະນັກງານ ພາຍໃນກະຊວງການຕ່າງປະເທດເຂົ້າຮ່ວມຈຳນວນ 400 ກວ່າທ່ານ.
ໃນພິທີ ທ່ານປະທານໄດ້ເຜີຍແຜ່ເນື້ອໃນບົດລາຍງານ ວຽກງານກໍ່ສ່້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ ແລະ ທິດທາງໜ້າທີ່ 5 ປີຕໍ່ໜ້າ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ X, ທີ່ໄດ້ຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງໄລຍະ 5 ປີ ຜ່ານມາ ໂດຍສະເພາະແມ່ນການກໍ່ສ້າງພັກທາງດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ ແລະ ແບບແຜນການນຳພາ, ວຽກງານພະນັກງານ, ການປັບປຸງກົງຈັກການຈັດຕັ້ງ, ບັນດາຈຸດອ່ອນ, ຂໍ້ຄົງຄ້າງ ທີ່ຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂ ແລະ ທິດທາງ, ໜ້າທີ່ວຽກງານກໍ່ສ້າງພັກ-ພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງ ແຕ່ປີ 2016-2020 ແລະ ໄດ້ຜ່ານເນື້ອໃນໂອ້ລົມຂອງ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ X. ໃນພິທີ ທ່ານ ຕິ່ງ ສຸກສັນ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານຂອງກະຊວງ ໃນໄລຍະ 5 ປີຜ່ານມາ (2011-2016) ແລະ ທິດທາງແຜນການຈຸດສຸມ ປີ 2017-2020 ເພື່ອໃຫ້ບັນດາສະຫາຍສະມາຊິກພັກ-ພະນັກງານຂອງກະຊວງກຳໄດ້ ແລະ ມີຄວາມເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແລະ ເພີ່ມທະວີບົດບາດຄວາມສາມາດການນຳພາຂອງຄະນະພັກ, ປັບປຸງກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນທາງດ້ານການເມືອງແນວຄິດ, ການຈັດຕັ້ງ ແລະ ແບບແຜນການນຳພາ, ສ້າງຖັນແຖວສະມາຊິກພັກ-ພະນັກງານ ໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຄວາມສາມາດ ແລະ ເປັນແບບຢ່າງນຳໜ້າທຸກດ້ານ.
ໃນຕອນທ້າຍຂອງພິທີ ທ່ານປະທານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ການຈັດຕັ້ງປະຕິບັດວຽກງານຈັດຕັ້ງໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ການຈັດຕັ້ງທຸກຂັ້ນ ຕ້ອງເພີ່ມທະວີຄວາມຮັບຜິດຊອບສູງຂຶ້ນຕໍ່ວຽກງານການກໍ່ສ້າງພັກ ແລະ ວຽກງານພະນັກງານ, ພ້ອມນັ້ນ ກໍບຸກທະລຸແກ້ໄຂສິ່ງທີ່ຍັງອ່ອນຄົງຄ້າງ, ເອົາໃຈໃສ່ສຶກສາອົບຮົມແນວທາງຂອງພັກ, ກົດໝາຍຂອງລັດ ໃຫ້ເຂົ້າສູ່ລວງເລິກ ແນ່ໃສ່ສ້າງທັດສະນະທາງການເມືອງໃຫ້ຖືກຕ້ອງ, ມີຄວາມຮັບຮູ້ເປັນເອກະພາບ, ມີຄວາມເຊື້ອໝັ້ນ ແລະ ຕື່ນຕົວປະຕິບັດແນວທາງນະໂຍບາຍຂອງພັກ-ລັດດ້ວຍຄວາມເປັນເຈົ້າການ, ປັບປຸງການຈັດຕັ້ງໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ບົນຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ ແລະ ບຸກຄົນຮັບຜິດຊອບ.