ໃນວັນທີ 17 ມັງກອນ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ W. Patrick Murply, ຮອງຜູ້ຊ່ວຍລັດຖະມົນຕີ, ຮັບຜິດຊອບຂົງເຂດອາຊີຕາເວັນອອກ ສ່ຽງໃຕ້, ກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ຕໍ່ ທ່ານ ຮອງຜູ້ຊ່ວຍ ລັດຖະມົນຕີ ກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ, ທີ່ໄດ້ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ເພື່ອປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງຂອງລາວໃນການຜັນຂະຫຍາຍຜົນການຢ້ຽມຢາມ ສປປ ລາວ ຂອງ ປະທານາທິບໍດີ ບາຣັກ ໂອບາມາ ໃນເດືອນກັນຍາ ປີ 2016 ຜ່ານມາ, ທັງສອງຝ່າຍຍັງໄດ້ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງປະຫວັດສາດ ຂອງ ທ່ານ ບາຣັກ ໂອບາມາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມລິກາ ຢູ່ ສປປ ລາວ ຊຶ່ງໄດ້ເປັນການເປີດສັງກາດໃໝ່ໃຫ້ແກ່ການເພີ້ມທະວີການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ອາເມລິກາ ໃນອະນາຄົດ.
ນອກຈາກນັ້ນ, ການເດີນທາງມາໃນຄັ້ງນີ້ ທ່ານ Patrick Murphy ຍັງໄດ້ເຄື່ອນໄຫວຢ້ຽມຢາມໂຄງການ ເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ສູນສະມາຄົມຟື້ນຟູຄຸນນະພາບຊີວິດ (Quality of life) ທີ່ແຂວງຊຽງຂວາງ ແລະ ເຂົ້າຢ້ຽມຂໍ່ານັບຄະນະນຳ ຂອງ ກະຊວງອຸດສາຫາກຳ ແລະ ການຄ້າ ແລະ ກະຊວງສາທາລະນະສຸກ.
ທ້າຍສຸດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ອວຍພອນໄຊໃຫ້ແກ່ທ່ານຮອງຜູ້ຊ່ວຍ ລັດຖະມົນຕີ ຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານ ແລະ ເດີນທາງກັບປະເທດດ້ວຍຄວາມສະຫວັດດີການທຸກປະການ.