ໃນຕອນບ່າຍ ວັນທີ 22 ທັນວາ 2016, ທີ່ ສະຖານທູດຣັດເຊຍ ປະຈໍາ ສປປ ລາວ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ໄປເຊັນປຶ້ມໄຫວ້ອາໄລ ຕໍ່ເຫດການຄາດຕະກຳ ທ່ານ ອັນເດຣ ກາລົບ, ເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ຕວກກີ ໃນວັນທີ 19 ທັນວາ 2016 ໂດຍມີເນື້ອໃນດັ່ງລຸ່ມນີ້:
ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນລາວ ຂໍສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງມາຍັງລັດຖະບານ ແລະ ປະຊາຊົນ ຣັດເຊຍ ຕໍ່ການຄາດຕະກຳ ທ່ານ ອັນເດຣ ກາລົບ (Andrei Karlov), ເອກອັກຄະລັດຖະທູດ ແຫ່ງ ສະຫະພັນ ຣັດເຊຍ ປະຈຳ ຕວກກີ ໃນຂະນະກ່າວປາໄສ ໃນງານວາງສະແດງຮູບພາບຢູ່ນະຄອນຫລວງ ອັງກາລາ, ປະເທດ ຕວກກີ ໃນວັນທີ 19 ທັນວາ 2016.
ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກ່າວປະນາມຢ່າງຮຸນແຮງຕໍ່ການກະທຳກໍ່ການຮ້າຍກັບນັກການທູດ ຂອງ ສະຫະພັນ ຣັດເຊຍ ດັ່ງກ່າວ, ອັນເປັນການແນໃສ່ທຳລາຍບັນຍາກາດສາຍພົວພັນອັນດີ ລະຫວ່າງ ຣັດເຊຍ ແລະ ຕວກກີ.
ການລ່ວງລັບໄປ ຂອງ ທ່ານ ອັນເດຣ ກາລົບ ຖືວ່າເປັນການສູນເສຍອັນໃຫຍ່ຫລວງສຳລັບປະຊາຊົນ ຣັດເຊຍ ກໍ່ຄື ເປັນການສູນເສຍນັກການທູດທີ່ດີຂອງຣັດເຊຍ.
ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂໍສະແດງຄວາມໄຫວ້ອາໄລອາວອນເຖິງດວງວິນຍານ ຂອງ ທ່ານ ອັນເດຣ ກາລົບ ຈົ່ງໄປສູ່ສຸຂະຕິເທີ້ນ.