ຖະແຫລງການ ລັດຖະມົນຕີຕ່າງປະເທດອາຊຽນ
ກ່ຽວກັບ ເຫດການໂຈມຕີດ້ວຍລະເບີດ ຢູ່ ລາຮໍ
ວັນທີ 31 ມີນາ 2016
----------------------------------
ບັນດາປະເທດສະມາຊິກອາຊຽນ ກ່າວປະນາມຢ່າງແຂງແຮງ ຕໍ່ເຫດການໂຈມຕີດ້ວຍລະເບີດ ຢູ່ ລາຮໍ, ສາທາລະນະລັດ ອິດສະລາມ ປາກິດສະຖານ ໃນວັນທີ 27 ມີນາ 2016 ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 65 ຄົນ ແລະ ບາດເຈັບ ເປັນຈໍານວນຫຼາຍ.
ອາຊຽນ ສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫລົດໃຈຢ່າງສຸດຊຶ້ງ ມາຍັງ ລັດຖະບານ ແລະ ປະຊາຊົນສາທາລະນະລັດ ອິດສະລາມ ປາກິດສະຖານ, ໂດຍສະເພາະ ຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກເຫດການທີ່ໂຫດຮ້າຍປ່າເຖື່ອນໃນຄັ້ງນີ້.
ອາຊຽນ ເນັ້ນວ່າ ການກໍ່ການຮ້າຍ ບໍ່ວ່າໃນກໍລະນີໃດກໍ່ຕາມ ບໍ່ມີການກ່ຽວພັນກັບ ຄວາມເຊື່ອຖື ຫຼື ສາດສະໜາ, ແລະ ຢ້ຳວ່າ ການກໍ່ການຮ້າຍ ແລະ ຄວາມຮຸນແຮງ ໃນທຸກຮູບແບບ ແລະ ຮູບການ ທີ່ກະທຳຂຶ້ນ ບໍ່ວ່າດ້ວຍເຫດຈູງໃຈໃດ, ຢູ່ແຫ່ງຫົນໃດ, ເວລາໃດ ແລະ ດ້ວຍໃຜກໍຕາມ ເປັນການກະທຳທີ່ໄຮ້ມະນຸດສະທຳ ແລະ ບໍ່ສາມາດຮັບໄດ້.
ອາຊຽນ ອີກເທື່ອໜຶ່ງ ຢ້ຳເຖິງຄວາມຮີບດ່ວນ ໃນການຮັດແໜ້ນການຮ່ວມມືພາກພື້ນ ແລະ ສາກົນ ໃນການຕໍ່ສູ້ ກັບ ການກໍ່ການຮ້າຍ, ລັດທິຫົວຮຸນແຮງ ແລະ ຄວາມຮຸນແຮງ.