ແຈ້ງການຂອງກະຊວງການຕ່າງປະເທດ
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ມາຣິດ ສະຫງ່ຽມພົງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ຈະເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 30 ພຶດສະພາ 2024 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານ ກໍ່ຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງປະເທດ ລາວ ແລະ ໄທ.
ປະຫວັດ ທ່ານ ມາຣິດ ສະຫງ່ຽມພົງ
ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ
ວັນ ເດືອນ ປີເກີດ: 19 ພະຈິກ 1958
ວັນເຂົ້າບໍານານ: 30 ກັນຍາ 2019
ສະຖານະພາບ: ແຕ່ງງານ
ຊື່ ແລະ ນາມສະກຸນພັນລະຍາ: ທ່ານ ນາງ ກໍ່ການ ສະຫງ່ຽມພົງ (ກະສິວິວັດ)
ມີລູກ : 01 ຄົນ
ລະດັບການສຶກສາ:
- ປະລິນຍາຕີ ສາຂາການເມືອງ ແລະ ການປົກຄອງ, ມະຫາວິທະຍາໄລ ຣາມຄໍາແຫງ, ປະເທດໄທ;
- ປະລິນຍາໂທ ສິລະປະສາດ Master of Arts, ສາຂາພົວພັນຕ່າງປະເທດ, ມະຫາວິທະຍາໄລ Ohio, ສະຫະລັດອາເມລິກາ.
ປະຫວັດການເຮັດວຽກ:
- ປີ 1986 : ຜູ້ຊ່ວຍເລຂານຸການ 3, ພະແນກສັງຄົມ ກົມອົງການຈັດຕັ້ງສາກົນ;
- ປີ 1987 : ເລຂານຸການ 3, ພະແນກສັງຄົມ ກົມອົງກອນລະຫວ່າງປະເທດ;
ເລຂານຸການ 3, ກົມຂໍ້ມູນຂ່າວສານ;
- ປີ 1988 : ເລຂານຸການ 3, ພະແນກຂໍ້ມູນຂ່າວສານ, ວັດທະນະທໍາ ແລະ ສັງຄົມ, ກົມອາຊຽນ;
- ປີ 1989 : ເລຂານຸການຕີ ປະຈໍາສະຖານເອກອັກຄະຣາຊະທູດໄທ ທີ່ ປະເທດ Belgium.
ເລຂານຸການໂທ ປະຈໍາສະຖານເອກອັກຄະຣາຊະທູດໄທ ທີ່ ປະເທດ Belgium;
- ປີ 1992 : ເລຂານຸການເອກ ປະຈໍາສະຖານເອກອັກຄະຣາຊະທູດໄທ ທີ່ ປະເທດ Belgium;
- ປີ 1993 : ເລຂານຸການເອກ ປະຈໍາສໍານັກງານເລຂານຸການກົມອາຊຽນ;
- ປີ 1994 : ເລຂານຸການເອກ ປະຈໍາສໍານັກງານເລຂານຸການລັດຖະມົນຕີ;
- ປີ 1995: ເລຂານຸການເອກ ພະແນກເສດຖະກິດລະຫວ່າງປະເທດ, ກົມເສດຖະກິດ;
- ປີ 1998 : ທີ່ປຶກສາ ພະແນກເສດຖະກິດລະຫວ່າງປະເທດ, ກົມເສດຖະກິດ;
- ປີ 2001 : ອັກຄະລັດຖະທູດທີ່ປຶກສາ ປະຈໍາສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ທີ່ ສປປ ລາວ; (ເຮັດວຽກຊ່ວຍສໍານັກງານເລຂາທິການນາຍົກລັດຖະມົນຕີ)
- ປີ 2004 : ອັກຄະຣາຊະທູດ ປະຈໍາປະເທດເຢຍລະມັນ; (ເຮັດວຽກຊ່ວຍສໍານັກງານເລຂາທິການນາຍົກລັດຖະມົນຕີ)
- ປີ 2006 : ອັກຄະຣາຊະທູດ ປະຈໍາປະເທດເຢຍລະມັນ;
- ປີ 2007 : ອັກຄະຣາຊະທູດ ປະຈໍາປະເທດເຢຍລະມັນ;
- ປີ 2009 : ອັກຄະຣາຊະທູດ ປະຈໍາປະເທດຝຣັ່ງ; (ເຮັດວຽກລັດຖະການ ກົມອາຊີໃຕ້, ຕາເວັນອອກກາງ ແລະ ອາຟຣິກາ)
- ເອກອັກຄະຣາຊະທູດ ຜູ້ມີອໍານາດເຕັມປະຈໍາສະຫະພັນປະຊາທິປະໄຕ ເນປານ
- ປີ 2011 : ເອກອັກຄະຣາຊະທູດ ຜູ້ມີອໍານາດເຕັມ ປະຈໍາ ອົດສະຕາລີ;
- ປີ 2015 : ເອກອັກຄະຣາຊະທູດ ຜູ້ມີອໍານາດເຕັມ ປະຈໍາ ນີວຊີແລນ;
- ປີ 2018 : ເອກອັກຄະຣາຊະທູດ ຜູ້ມີອໍານາດເຕັມ ປະຈໍາ ການາດາ;
- ປີ 2019: ເຂົ້າຮັບບໍານານ;
- ປີ 2023-2024: ທີ່ປຶກສາລັດຖະມົນຕີວ່າການກະຊວງການຕ່າງປະເທດ;
- ປີ 2024: ລັດຖະມົນຕີວ່າການກະຊວງການຕ່າງປະເທດ.