ແຈ້ງການກະຊວງການຕ່າງປະເທດ
ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 25-26 ມີນາ 2024 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ.
ນະຄອນຫຼວງວຽງຈັນ, ວັນທີ 21 ມີນາ 2024
ກົມການຂ່າວ, ກະຊວງການຕ່າງປະເທດ.
ພະແນກໂຄສະນາ ແລະ ປະຊາສຳພັນ.
----------------------------------------
ຊີວະປະຫວັດຫຍໍ້
ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ
ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ
ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ເກີດໃນວັນທີ 20 ຕຸລາ 1977, ຢູ່ເມືອງ Memot, ແຂວງ Kampong Cham (ເກີດໃນສະໄໝການປົກຄອງຂອງຂະເໝນແດງ), ສົມເດັດ ເປັນຜູ້ນຳທະຫານທີ່ມີບົດບາດສູງ ເຊິ່ງໄດ້ດໍາລົງຕໍາແໜ່ງສໍາຄັນໃນກອງທັບ ຣາຊະອານາຈັກ ກຳປູເຈຍ (RCAF), ໂດຍສະເພາະແມ່ນໄດ້ດຳລົງຕຳແໜ່ງເປັນຮອງຜູ້ບັນຊາການກອງທັບຣາຊະອານາຈັກ ກຳປູເຈຍ RCAF ແລະ ຜູ້ບັນຊາການກອງທັບບົກ ແຫ່ງ ຣາຊະອານາຈັກກຳປູເຈຍ (RCA), ລວມທັງຫົວໜ້າກອງບັນຊາການກຳລັງພິເສດຕ້ານການກໍ່ການຮ້າຍແຫ່ງຊາດ.
ດ້ານການສຶກສາຂອງສົມເດັດ ໄດ້ເລີ່ມຕົ້ນທີ່ນະຄອນຫຼວງພະນົມເປັນ, ເຊິ່ງໄດ້ສໍາເລັດການສຶກສາສາມັນໃນປີ 1993. ໃນປີ 1995, ສົມເດັດ ໄດ້ເຂົ້າເປັນທະຫານຂອງ RCAF ແລະ ຕໍ່ມາໄດ້ເຂົ້າຮຽນຢູ່ໂຮງຮຽນການທະຫານທີ່ມີຊື່ສຽງຂອງສະຫະລັດ ທີ່ West Point ໃນປີດຽວກັນ, ເຊິ່ງເປັນຄົນກໍາປູເຈຍຄົນທໍາອິດທີ່ຮຽນຈົບຈາກ West Point ໃນປີ 1999 ໃນລະດັບປະລິນຍາຕີ ດ້ານເສດຖະສາດ. ຫຼັງຈາກນັ້ນ, ໄດ້ຮັບປະລິນຍາໂທ ດ້ານເສດຖະສາດ ຈາກ ມະຫາວິທະຍາໄລ ນິວຢອກ ແລະ ປະລິນຍາເອກ ດ້ານເສດຖະສາດ ຈາກ ມະຫາວິທະຍາໄລ Bristol.
ຕະຫຼອດໄລຍະເວລາການເປັນທະຫານ, ສົມເດັດ ໄດ້ມີຜົນງານອັນພົ້ນເດັ່ນ ເຊັ່ນ: ໄດ້ຮັບການແຕ່ງຕັ້ງເປັນຜູ້ບັນຊາການຂອງກອງກຳລັງພິເສດຕ້ານການກໍ່ການຮ້າຍຂອງກຳປູເຈຍໃນປີ 2008, ເຊິ່ງໄດ້ມີບົດບາດສຳຄັນໃນການເພີ່ມຂີດຄວາມສາມາດຕ້ານການກໍ່ການຮ້າຍຂອງກຳປູເຈຍ. ຫຼັງຈາກນັ້ນ, ໄດ້ຮັບການເລື່ອນຊັ້ນເປັນ ພົນໂທ ໃນປີ 2013 ແລະ ໄດ້ຮັບຕໍາແໜ່ງຮອງຜູ້ບັນຊາການກອງທັບ ຣາຊະອານາຈັກ ກຳປູເຈຍ RCAF ໃນປີ 2018. ໃນເດືອນມີນາ 2023, ໄດ້ຮັບຕໍາແໜ່ງພົນເອກ (4 ດາວ) ເຊິ່ງເປັນການຮັບຮູ້ເຖິງການປະກອບສ່ວນອັນສຳຄັນ ໃນການນໍາພາເພີ່ມທະວີຄວາມສາມາດຂອງກອງທັບ ແລະ ເພີ່ມທະວີການພົວພັນຕ່າງປະເທດດ້ານປ້ອງກັນປະເທດ.
ນອກຈາກການປະຕິບັດໜ້າທີ່ດ້ານການທະຫານ, ສົມເດັດ ໄດ້ເຄື່ອນໄຫວວຽກງານສັງຄົມ, ໂດຍສະເພາະແມ່ນໄດ້ດຳລົງຕຳແໜ່ງເປັນຫົວໜ້າຄະນະກຳມະການທຶນການສຶກສາ ສົມເດັດ ເຕໂຈ ຮຸນ ແຊນ ແລະ ສະມາຄົມທຶນການສຶກສາຂອງ ສົມເດັດ ເຕໂຈ. ບັນດາອົງການດັ່ງກ່າວ ໄດ້ໃຫ້ໂອກາດດ້ານທຶນການສຶກສາແກ່ຊາວໜຸ່ມກຳປູເຈຍ ຈໍານວນຫຼາຍ ແລະ ເຮັດໃຫ້ພວກເຂົາສາມາດຮຽນຕໍ່ການສຶກສາຊັ້ນສູງພາຍໃນປະເທດ. ນອກຈາກນັ້ນ, ສົມເດັດ ຍັງໄດ້ເປັນປະທານສະມາຄົມແພດອາສາສະໝັກຊາວໜຸ່ມຂອງ ສົມເດັດ ເຕໂຈ (TYDA), ເຊິ່ງໄດ້ລະດົມຄູ, ອາຈານ, ນັກສຶກສາ ແລະ ອາສາສະໝັກ ດ້ານການແພດ ເພື່ອສະໜອງການບໍລິການປິ່ນປົວສຸຂະພາບ ໂດຍບໍ່ເສຍຄ່າໃຊ້ຈ່າຍໃຫ້ແກ່ປະຊາຊົນກຳປູເຈຍໃນເຂດຊົນນະບົດ.
ຢູ່ພາຍໃນພັກປະຊາຊົນກຳປູເຈຍ (CPP) - ພັກກໍາອໍານາດ, ສົມເດັດ ໄດ້ເປັນ ກຳມະການກົມການເມືອງ ສູນກາງພັກປະຊາຊົນກຳປູເຈຍ ແລະ ຊີ້ນຳຄະນະຊາວໜຸ່ມສູນກາງ. ສົມເດັດ ໄດ້ຖືກເລືອກຕັ້ງຢ່າງເປັນປະຊາທິປະໄຕ ໂດຍໃຫ້ເປັນຜູ້ສະເໜີຊື່ຢ່າງເປັນທາງການໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ໃນອະນາຄົດ. ທ່າມກາງໄຊຊະ ນະໃນການເລືອກຕັ້ງໃນເດືອນກໍລະກົດ 2023, ພະມະຫາກະສັດ ໄດ້ແຕ່ງຕັ້ງ ສົມເດັດ ທິບໍດີ ຮຸນ ມາແນດ ເປັນນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ.
ຕະຫຼອດໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ສົມເດັດ ໄດ້ສະແດງໃຫ້ເຫັນການນໍາພາອັນປີຊາສາມາດໂດຍໄດ້ຊີ້ນຳກອງທັບບບົກ RCA ຢ່າງມີປະສິດທິຜົນ ໃນການສະໜັບສະໜູນຄວາມພະຍາຍາມຂອງລັດຖະບານກຳປູເຈຍ ເພື່ອຕ້ານການແຜ່ລະບາດຂອງພະຍາດດັ່ງກ່າວ ເຊັ່ນ: ຕິດຕາມກວດກາຂະບວນການສັກວັກແຊ໊ງປ້ອງກັນພະຍາດ; ສ້າງ ຕັ້ງສູນກັກກັນ ແລະ ປິ່ນປົວ; ອຳນວຍຄວາມສະດວກໃນການຂົນສົ່ງຄົນງານກຳປູເຈຍທີ່ເຂົ້າມາຢູ່ຊາຍແດນ; ແລະ ຄຸ້ມຄອງໂຮງໝໍ Luong Me; ເຊິ່ງສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາໃນການປົກປັກຮັກສາສຸຂະພາບ ແລະ ຄວາມຜາສຸກຂອງປະຊາຊົນກຳປູເຈຍ.
ສົມເດັດ ເປັນຜູ້ນຳທີ່ເປັນແບບຢ່າງ, ສະຫຼຽວສະຫຼາດ, ມີສະຕິປັນຍາອັນໂດດເດັ່ນ ແລະ ອຸທິດຕົນຢ່າງບໍ່ຢຸດຢັ້ງຕໍ່ປະເທດ ແລະ ປະຊາຊົນ. ຄໍາໝັ້ນສັນຍາອັນເດັດດ່ຽວຂອງ ສົມເດັດ ຕໍ່ຄວາມສາມັກຄີ, ສະຖຽນລະພາບ, ແລະ ຄວາມກ້າວໜ້າຂອງຊາດ; ຄຽງຄູ່ກັບຄວາມຕັ້ງໃຈອັນສູງສົ່ງຂອງສົມເດັດ ໄດ້ສະແດງເຖິງຄຸນລັກສະນະອັນໃຫຍ່ຫຼວງຂອງຜູ້ນຳທີ່ໜ້າເຊື່ອຖື, ແຮງບັນດານໃຈ ແລະ ຄວາມເຫັນອົກເຫັນໃຈ. ການເລືອກຕັ້ງແບບປະຊາທິປະໄຕຂອງທ່ານໂດຍພັກໃນຖານະເປັນຜູ້ສະໝັກຮັບເລືອກຕັ້ງຂອງເຂົາເຈົ້າເປັນ ນາຍົກລັດຖະມົນຕີ ເປັນການພິສູດໃຫ້ເຫັນເຖິງຄວາມສາມາດຂອງສົມເດັດ.
ສົມເດັດ ໄດ້ແຕ່ງງານກັບ ທ່ານ ດຣ ນ. Pich Chanmony ແລະ ມີລູກນຳກັນ 3 ຄົນ ຄື: Vorleak, Lyna ແລະ Rithyseth. ໃນໄລຍະດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ, ປະເທດຊາດຄາດວ່າຈະສືບຕໍ່ໄດ້ຮັບການອຸທິດຕົນ ແລະ ການນຳພາ-ຊຸກຍູ້ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຜາສຸກຂອງກຳປູເຈຍ.