ແຈ້ງການຂອງກະຊວງການຕ່າງປະເທດ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການ ແລະ
ເຂົ້າຮ່ວມກອງປະຊຸມຍອດສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ແອນໂທນີ ອານບານີຊີ, ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈະເດີນທາງໄປຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການ, ໃນວັນທີ 4-7 ມີນາ 2024, ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ອົດສະຕຣາລີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
ໃນໂອກາດດຽວກັນນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແລະ ຄະນະ ກໍ່ຈະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ, ທີ່ຈະຈັດຂຶ້ນໃນວັນທີ 5-6 ມີນາ 2024 ທີ່ ເມືອງ ເມວເບິນ, ອົດສະຕຣາລີ. ໃນນາມປະທານອາຊຽນປິ 2024 ແລະ ໃນນາມປະເທດປະສານງານການພົວພັນ ອາຊຽນ-ອົດສະຕຣາລີ, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຈະໄດ້ເປັນປະທານຮ່ວມກອງປະຊຸມສຸດຍອດດັ່ງກ່າວ ຮ່ວມກັບ ພະນະທ່ານ ນາຍົກລັດຖະມົນຕີ ແອນໂທນີ ອານບານີຊີ. ກອງປະຊຸມສຸດຍອດ ເພື່ອທົບທວນການຮ່ວມມື ລະຫວ່າງ ອາຊຽນ ແລະ ອົດສະຕຣາລີ ໃນໄລຍະ 5 ທົດສະວັດຜ່ານມາ ແລະ ກຳນົດທິດທາງການຮ່ວມມືໃນຕໍ່ໜ້າ.
ພ້ອມດຽວກັນນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງມີແຜນຈະພົບປະສອງຝ່າຍກັບບາງປະເທດສະມາຊິກອາຊຽນ ແລະ ຄູ່ເຈລະຈາອາຊຽນ ເພື່ອປຶກສາຫາລືຮ່ວມກັນໃນການຂະຫຍາຍການພົວພັນຮ່ວມມືສອງຝ່າຍໃນຕໍ່ຫນ້າ.
ນະຄອນຫຼວງວຽງຈັນ, ວັນທີ 29 ກຸມພາ 2024
-----------------------------------