ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານາທິບໍດີ ແຫ່ງ ສປ ຕີມໍ-ເລສເຕ ຈະເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ

 

ແຈ້ງ​ການ​ຂອງກະຊວງການຕ່າງປະເທດ

 

​          ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳເຊື້ອ​ເຊີນ ຂອງ ​ພະນະ​ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ​ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະ​ທ່ານ ໂຈເຊ ຣາໂມສ ອໍຕ້າ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ພ້ອມ​ດ້ວຍ​ຄະນະ ຈະ​ເດີນທາງ​ມາຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ​ໃນ​ລະຫວ່າງວັນ​ທີ 27 ກຸມພາ - 02 ມີນາ 2024, ເພື່ອ​ສືບຕໍ່​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ແລະ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ.

                                                   ນະຄອນຫລວງວຽງຈັນ 23 ກຸມພາ 2024

 

----------------------------------

 ຊີວະປະຫວັດຫຍໍ້

 Photo.jpg

 

ຊີວະປະຫວັດຫຍໍ້ຂອງ ພະນະທ່ານ ໂຈເຊ່ ຣາໂມສ ອໍຕ້າ 

José Ramos-Horta

  • ວັນທີເດືອນປີເກີດ: 26 ທັນວາ 1949
  • ຕໍາແໜ່ງແຫ່ງຊາດ:
  • ເປັນສະມາຊິກໃນຄະນະທີ່ປຶກສາແຫ່ງລັດ, ເປັນທີ່ປຶກສາໃຫ້ແກ່ ປະທານາທິບໍດີຂອງ ສາທາລະນະລັດ ຕີມໍ-ເລສເຕ (2012-).
  • ເປັນສະມາຊິກຄະນະກຳມະການແຫ່ງຊາດ ກ່ຽວກັບການກໍານົດເສັ້ນຊາຍແດນທາງທະເລ (2016-ປະຈຸບັນ).
  • ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ (2007-2012).
  • ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ (2006-2007).
  • ລັດຖະມົນຕີອາວຸໂສ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື (2002-2006).
  • ສະມາຊິກລັດຖະບານ ໃນໄລຍະຂອງອົງການບໍລິຫານຊ່ວງປ່ຽນຜ່ານແຫ່ງ ສະຫະປະຊາຊາດໃນຕີມໍ-ເລສເຕ UNTAET (2000-2002),
  • ເປັນລັດຖະມົນຕີການຕ່າງປະເທດ ແລະ ຂໍ້ມູນຂ່າວສານ ໃນໄລຍະການປະກາດເອກະລາດຝ່າຍດຽວຂອງ ຕີມໍ-ເລສເຕ ໃນເດືອນທັນວາ 1975.
  • ເປັນໂຄສົກສາກົນຂອງຝ່າຍປະຕິວັດ (1975-1999).
  • ຕໍາແໜ່ງສາກົນ ແຕ່ອະດີດຈົນເຖິງປະຈຸບັນ:
  • ປະທານ, ຂະບວນເຄື່ອນໄຫວໂລກເພື່ອປະຊາທິປະໄຕ, ສຳນັກງານໃຫຍ່ ວໍຊິງຕັນ, ເລືອກຕັ້ງໃນເດືອນກໍລະກົດ 2020.
  • ປະທານ, ສະພາວິທະຍາສາດ ຂອງ Think-tank TIGER- ການຫັນປ່ຽນ, ການເຊື່ອມໂຍງ ແລະ ການຄົ້ນຄວ້າເສດຖະກິດໂລກາພິວັດ (www.tiger.edu.pl), ມະຫາວິທະຍາໄລ Kozminski, Warsaw, ໂປໂລຍ, ເດືອນມັງກອນ (2021-2030).
  • ສະມາຊິກສະພາ, ພັນທະມິດຜູ້ນໍາໂລກ Madrid (2012 - ).
  • ສະມາຊິກ, ມູນນິທີຄວາມເປັນຜູ້ນໍາໂລກ, ລອນດອນ, ອັງກິດ.
  • ສະມາຊິກ, ສະພາສູງກ່ຽວກັບການໄກ່ເກ່ຍ ໂດຍມີເລຂາທິການໃຫຍ່ ສປຊ (2017-2019).
  • ທີ່ປຶກສາວຽກງານຕ່າງປະເທດຂອງປະທານກອງປະຊຸມສະມັດຊາໃຫຍ່ ສປຊ (2017-2018).
  • ກໍາມະການ, ຄະນະກໍາມະທິການໂລກກ່ຽວກັບນະໂຍບາຍຕ້ານຢາເສບຕິດ, ເຈນີວາ, (2017 -).
  • ປະທານ, ຄະນະກໍາມະທິການເອກະລາດລະດັບສູງກ່ຽວກັບການປະຕິບັດງານເພື່ອສັນຕິພາບຂອງສປຊ, ໄດ້ຮັບການແຕ່ງຕັ້ງໂດຍເລຂາທິການໃຫຍ່ ສປຊ (ເດືອນ 11/2014 – 2015), UNHQ, NY).
  • ປະທານຮ່ວມ, ຄະນະກຳມະທິການເອກະລາດຫຼາຍຝ່າຍ , (2014-2016), ສະຖາບັນສັນຕິພາບສາກົນ, ນິວຢອກ.
  • ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ແລະ ຫົວໜ້າໜ່ວຍງານສ້າງສັນຕິພາບລວມຂອງສະຫະປະຊາຊາດ ຢູ່ Guinea-Bissau (ອາຟຣິກາ ຕາເວັນຕົກ) (ມັງກອນ 2013-ມິຖຸນາ 2014).
  • ດ້ານວິຊາສະເພາະ
  • ສະມາຊິກກິດຕິມະສັກສະພາທີ່ປຶກສາສະຖາບັນກົດໝາຍແລະ ນະໂຍບາຍໂລກ ທີ່ມະຫາວິທະຍາໄລ Harvard, 2012 - .
  • ຈົບປະລິນຍາ, ຫລັກສູດບໍລິຫານຜູ້ນໍາໃນການພັດທະນາ, ໂຮງຮຽນລັດຖະບານ John F. Kennedy, ມະຫາວິທະຍາໄລ Harvard (1998).
  • ສະມາຊິກອາວຸໂສ, ຄະນະພົວພັນສາກົນ, ວິທະຍາໄລ St. Antony, ມະຫາວິທະຍາໄລ Oxford (1987).
  • ຈົບປະລິນຍາໂທ ສາຂາສັນຕິພາບ, ມະຫາວິທະຍາໄລ Antioch, Ohio, USA (1984).
  • ຈົບຊັ້ນສູງ, ສາຂາປະຊາສໍາພັນ, ສູນການຕະຫຼາດສາກົນ (1970-1974).
  • ຈົບຫຼັກສູດກົດໝາຍສາທາລະນະສາກົນ ທີ່ສະຖານບັນກົດໝາຍສາກົນ Hague ແລະ ກົດໝາຍສິດມະນຸດສາກົນ ທີ່ ສະຖາບັນສິດທິມະນຸດ Strasbourg (1983).
  • ດຣ ກິດຕິມາສັກ ຈາກ ບັນດາມະຫາວິທະຍາໄລໃນ ອົດສະຕຣາລີ, ຍີ່ປຸ່ນ, ເກົາຫຼີ, ໄທ, ຟີລິບປິນ, ເບຣຊີນ, ປອກຕຸຍການ ແລະ ອາເມຣິກາ.
  • ເປັນປະທານຜູ້ກໍ່ຕັ້ງ, ໂຄງການການທູດ ແລະ ສິດທິມະນຸດ, ຄະນະນິຕິສາດ, ມະຫາວິທະຍາໄລ New South Wales, Sydney, ຕັ້ງແຕ່ປີ 1990.
  • ອາຈານຮັບເຊີນ, ທີ່ ມະຫາວິທະຍາໄລ New South Wales, Sydney, ຕັ້ງແຕ່ປີ 1996.
  • ອາຈານຮັບເຊີນຜູ້ຊົງຄຸນນະວຸດ, ວິທະຍາໄລ Victoria, Melbourne, ນັບຕັ້ງແຕ່ 2007.
  • ອາຈານຮັບເຊີນ, ມະຫາວິທະຍາໄລ ແມ່ຍິງສາກົນ EWA, ເຊອຸນ, 2007-2012.

ສະມາຊິກຂອງອົງການຈັດຕັ້ງສາກົນທີ່ສໍາຄັນ

  • ພາສາຕ່າງປະເທດ:

ພາສາເຕຕຸມ (ພາສາປະຈໍາຊາດຕີມໍເລສເຕ), ປອກຕຸຍການ, ອັງກິດ, ຝຣັ່ງ ແລະ ແອັດສະປາຍ.

  • ລາງວັນທີ່ໄດ້ຮັບ:
  • ລາງວັນ ໂນເບວ ສັນຕິພາບ (1996).
  • Companion of the Order of Australia (2015) ເປັນລາງວັນຊັ້ນສູງສຸດມອບໃຫ້ເພື່ອເປັນກຽດຕິແກ່ຜົນສໍາເລັດອັນສູງສົ່ງ ແລະ ຄຸນນະທຳໃນລະດັບສູງສຸດທີ່ອຸທິດຕົນເພື່ອ ອົດສະຕຣາລີ ຫຼື ເພື່ອມະນຸດຊາດໂດຍລວມ.
  • Ordem de Timor-Leste (2012).
  • Ordem Dom Boaventura (2006).
  • Ordem De Liberdade, Portugal (1998).
  • Ordem Dom Infante, Portugal (2011).
  • Order from Brazil, Cuba, Guinea-Bissau, Cape Verde.
  • ປື້ມ ແລະ ບົດຂຽນຕ່າງໆ
  • Words of Hope, Speeches, Essays, Longueville Media, Sydney (2018).
  • Where the Sun on Rising Sees First, co-authored with Raquel Belli, LIDEL, Lisbon (2014).
  • The Lost World of Timor-Leste, LIDEL Lisbon (2017), with Patricia Vickers-Rich, and Peter Tussler.
  • FUNU: The Unifiinshed Saga of East Timor, Red Sea Press, Trenton, Nj, USA, 1987.
  • Timor-Leste: Amanha em Dili, Dom Quixote, Lisbon, 1994D
  • A Matter of Principle: Humanitarian Arguments for War in Iraq, Thomas Cushman (Editor) with Christopher Hitchens, Jose Ramos-Horta and other (2005) University of California Press.
  • Written on International affairs for the International Herald Tribune, New York Time, Wall Street Journal, Wall Stree International Magazine, Huffington Post, The Daily Beast.
ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486453
ມື້ນີ້7
ມື້ວານ142
ອາທິດນີ້115
ເດືອນນີ້5758