ແຈ້ງການຂອງກະຊວງການຕ່າງປະເທດ
ອີງຕາມການເຊື້ອເຊີນ ຂອງສະຫະພາບເອີຣົບ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ຈະນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສະຫະພາບ ເອີຣົບ (ອາຊຽນ-ອີຢູ) ຄັ້ງທີ 24 , ຊຶ່ງຈະໄດ້ຈັດຂຶ້ນໃນວັນທີ 1-2 ກຸມພາ 2024 ທີ່ ບຣຸກແຊນ, ປະເທດແບນຊິກ. ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງຈະເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ອີຢູ ອິນໂດ-ປາຊີຟິກ ຄັ້ງທີ 3 ແລະ ຈະພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງຈາກບັນດາປະເທດສະມາຊິກສະຫະພາບເອີຣົບ ແລະ ປະເທດໃນພາກພື້ນອາຊີ-ປາຊີຟິກ ຈໍານວນໜຶ່ງ.
ນະຄອນຫຼວງວຽງຈັນ, ວັນທີ 31 ມັງກອນ 2024