ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ຈະເດີນທາງມາຢ້ຽມຢາມທາງການ ຢູ່ ສປປ ລາວ ໃນລະຫວ່າງວັນທີ 26-29 ມັງກອນ 2024

  

    

    

  

ແຈ້ງການຂອງກະຊວງການຕ່າງປະເທດ

     

   

20240127 29 SGP FM 

      

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ດຣ. ວິວຽນ ບາລາຄຣິສນານ (Dr. Vivian BALAKRISHNAN), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມທາງການ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງວັນທີ 26-29 ມັງກອນ 2024, ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການ​ຮ່ວມ​ມືທີ່ດີ ໃນທ່າມກາງການສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ ລາວ-ສິງກະໂປ ຄົບຮອບ 50 ປີ.

   

ນະຄອນຫຼວງວຽງຈັນ, ວັນທີ 24 ມັງກອນ 2024

  

  

-----------------------------------------------

   

  

ຊີວະປະຫວັດຫຍໍ້

                  

  1. ປະຫວັດສະເພາະ
  • ຊື່ ແລະ ນາມສະກຸນ: ທ່ານ ດຣ. ວິວຽນ ບາລາຄຣິສນັນ (Dr. Vivian BALAKRISHNAN)
  • ຕຳແໜ່ງ: ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ.
  • ພັກການເມືອງ: - ສະມາຊິກພັກກິດປະຊາຊົນ (People’s Action Party)

- ສະມາຊິກລັດຖະສະພາ

  • ອາຍຸ: 63 ປີ
  • ສະຖານະພາບ: ແຕ່ງງານ
  • ພັນລະຍາ: Joy Balakrishnan
  • ມີລູກຮ່ວມກັນ: 4 ຄົນ, ຍິງ 01 ຄົນ ແລະ ຊາຍ 3 ຄົນ

               

  1. ລະດັບການສຶກສາ
  • 1980: ຄົ້ນຄວ້າຂະແໜງການຢາ ທີ່  ມະຫາວິທະຍາໄລແຫ່ງຊາດ  ສິງກະໂປ  ພາຍຫຼັງທີ່ໄດ້ຮັບທຶນຈາກລັດຖະບານສິງກະໂປ ຫລື The President’s Scholarship (ທຶນການສຶກສາລະດັບປະລິນຍາຕີ ທີ່ມອບໃຫ້ແກ່ນັກສຶກສາພອນສະຫວັນ ທຸກໆປີ).
  • 1981-1985: ເປັນປະທານສະມາຄົມນັກສຶກສາ ທິ່ ມະຫາວິທະຍາໄລແຫ່ງຊາດ ສິງກະໂປ.
  • 1997: ພາຍຫລັງຈົບການສຶກສາລົງເລິກ ກ່ຽວກັບພະຍາດຕາ, ທ່ານ ໄດ້ຖືກແຕ່ງຕັ້ງເປັນ ຮອງສາດສະດາຈານ ທີ່ ມະຫາວິທະຍາໄລແຫ່ງຊາດ ສິງກະໂປ ແລະ ຮອງຜູ້ອຳນວຍການ ສູນຄົ້ນຄວ້າວິໄຈດ້ານການປິ່ນປົວຕາແຫ່ງຊາດ ສິງກະໂປ. ທ່ານ ໄດ້ນຳພາການເຮັດທົດລອງຄົ້ນຄວ້າ ທາງດ້ານການແພດ ຫລາຍຄັ້ງໃນການຄວບຄຸມການຂະຫຍາຍຕົວຂອງ ການເກີດສາຍຕາສັ້ນໃນເດັກ.

                 

  1. ປະສົບການວຽກງານ
  • 2015-ປະຈຸບັນ: ລັດຖະມົນຕີກະຊວງການຕ່າງປະເທດ.
  • 2011-2015: ລັດຖະມົນຕີກະຊວງສິ່ງແວດລ້ອມ ແລະ ຊັບພະຍາກອນນໍ້າ.
  • 2006-2008: ລັດຖະມົນຕີກະຊວງຖະແຫຼງຂ່າວ, ຄົມມະນາຄົມ ແລະ ສິລະປະ ຜູ້ທີສອງ.
  • 2005-2011: ລັດຖະມົນຕີກະຊວງຊຸມຊົນ, ໄວໜຸ່ມ ແລະ ກິລາ.
  • 2005-2006: ລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ ຜູ້ທີສອງ.
  • 2004-2005: ລັດຖະມົນຕີອາວຸໂສແຫ່ງລັດ, ກະຊວງການຄ້າ ແລະ ອຸດສາຫະກຳ ແລະ ທັງເປັນລັດຖະມົນຕີວ່າການກະຊວງພັດທະນາຊຸມຊົນ ແລະ ກິລາ.
  • 2003-2004: ລັດຖະມົນຕີແຫ່ງລັດ, ກະຊວງການຄ້າ ແລະ ອຸດສາຫະກຳ.
  • 2002-2004: ລັດຖະມົນຕີແຫ່ງລັດ, ກະຊວງພັດທະນາແຫ່ງຊາດ.
  • 1999-2000: ເຈົ້້່າໜ້າທີ່ ປະຈໍາ ໜ່ວຍງານສະໜັບສະໜູນ ໂຮງຮຽນເລກ 2 ຂອງກອງທັບສິງກະໂປ.

   

  

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486461
ມື້ນີ້15
ມື້ວານ142
ອາທິດນີ້123
ເດືອນນີ້5766