ແຈ້ງການຂອງກະຊວງການຕ່າງປະເທດ
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເປັນອົງປະທານຮ່ວມໃນພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ການສ້າງຕັ້ງສູນພັດທະນາ ແລະ ການບໍລິການດ້ານການກະເສດ ຫ້ວຍຊອນ - ຫ້ວຍຊົ້ວ, ໃນວັນທີ 12 ມັງກອນ 2024 ເພື່ອສືບຕໍ່ຮັດແໜ້ນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ.
ນະຄອນຫຼວງວຽງຈັນ, ວັນທີ 09 ກັນຍາ 2024