ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ສີ ຈິ້ນຜິງ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະນຳພາຄະນະຜູ້ແທນລາວ ເດີນທາງເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ຄັ້ງທີ 1 (China International Import Expo) ພາຍໃຕ້ຫົວຂໍ້: “ຍຸກສະໄໝໃໝ່, ຊົມໃຊ້ອະນາຄົດຮ່ວມກັນ (New Era, Shared Future)”, ທີ່ຈະຈັດຂຶ້ນໃນວັນທີ 05-10 ພະຈິກ 2018, ທີ່ ນະຄອນຊຽງໄຮ້, ສປ ຈີນ.
ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງນີ້ ຈັດຂຶ້ນເປັນຄັ້ງທຳອິດ ຊຶ່ງຄາດຄະເນວ່າ ຈະມີບັນດາຜູ້ນຳ, ຕົວແທນບໍລິສັດ ແລະ ນັກທຸລະກິດລະດັບສາກົນຈາກ 130 ປະເທດທົ່ວໂລກເຂົ້າຮ່ວມ, ໃນນັ້ນ 12 ປະເທດຈະຖືກຄັດເລືອກໃຫ້ເປັນປະທານຮ່ວມກັບ ສປ ຈີນ. ຈຸດປະສົງ ແລະ ເປົ້າໝາຍສຳຄັນ ຂອງການຈັດງານວາງສະແດງຄັ້ງນີ້ ແມ່ນເພື່ອສົ່ງເສີມການຮ່ວມມືດ້ານການຄ້າ ລະຫວ່າງ ສປ ຈີນ ກັບ ພາກພື້ນ ແລະ ສາກົນ ແນ່ໃສ່ຮັກສາ ແລະ ຊຸກຍູ້ເສດຖະກິດໂລກ ໃຫ້ພັດທະນາໄປໃນທິດທາງທີ່ເປີດກວ້າງ, ສົມດຸນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດຫຼາຍຂຶ້ນກວ່າເກົ່າ.
ໃນໂອກາດເຂົ້າຮ່ວມງານວາງສະແດງຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະໄດ້ພົບປະສອງຝ່າຍກັບ ທ່ານປະທານ ສີ ຈິ້ນຜິງ ເພື່ອປຶກສາຫາລືກ່ຽວກັບການເພີມທະວີ ແລະ ເສີມຂະຫຍາຍການພົວພັນຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ລະຫວ່າງ ສອງປະເທດຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳສັງຄົມນິຍົມ ລາວ-ຈີນ ໃຫ້ແໜ້ນແຟ້ນຍິ່ງຂື້ນ. ພະນະທ່ານນາຍົກລັດຖະມົນຕີ ຍັງຈະໄດ້ພົບປະກັບພາກສ່ວນທຸລະກິດຈີນ ແລະ ຢ້ຽມຢາມພື້ນຖານການຜະລິດຈຳນວນໜຶ່ງ.