ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງ ຂອບການຮ່ວມມື MLC ໃນວັນທີ 23 ມີ ນາ ທີ່ຜ່ານມາ ເປັນມື້ຄົບຮອບ 3 ປີ. ດັ່ງນັ້ນ, ກອງເລຂາ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (ກົມເສດຖະກິດ, ກະຊວງການຕ່າງປະເທດ) ຈະໄດ້ຈັດກິດຈະກຳຕ່າງໆ. ເຊິ່ງໃນນັ້ນ, ແມ່ນການແຂ່ງຂັນອອກແບບ ຮູບພາບສັນຍາລັກ ຂອງການເປັນປະທານຮ່ວມຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (MLC) ສຳລັບ ປີ 2018-2020 ສຳລັບຊາວຫນຸ່ມລາວ.
ສຳລັບເງື່ອນໄຂການແຂ່ງຂັນມີດັ່ງນີ້, ຜູ້ເຂົ້າປະກວດຕ້ອງ ເປັນນັກຮຽນ, ນັກສຶກສາ, ພະນັກງານ ແລະ ປະຊາຊົນ ທີ່ເປັນສັນຊາດລາວ ທີ່ມີອາຍຸ ລະຫວ່າງ 15-35 ປີ ແລະ ຕ້ອງລະບຸລະອຽດເຊັ່ນ:ວັນເດືອນປີເກີດ, ອາຊີບປັດຈຸບັນ, ທີ່ຢູ່, ເບີໂທ ແລະ ອີເມວ ຕິດຕໍ່ໃສ່ດ້ານຫລັງຂອງຮູບພາບສັນຍາລັກ; ຮູບພາບ ສັນຍາລັກ ຕ້ອງເປັນຮູບສີ, ແຕ້ມດ້ວຍລະບົບຄອມພິວເຕີ, ຂະໝາດເຈ້ຍ A4 ແລະ ໃຫ້ອະທິບາຍເນື້ອໃນ ໂດຍຫຍໍ້ ກ່ຽວກັບຮູບພາບນັ້ນ; ຮູບພາບສັນຍາລັກ ຕ້ອງສະແດງໃຫ້ເຫັນ ຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວກັນ, ເໝືອນດັ່ງການຢູ່ຮ່ວມກັນ ຕາມລຳແມ່ນ້ຳສາຍດຽວກັນ, ຄວາມຈະເລີນຮູ່ງເຮືອງທາງ ດ້ານເສດຖະກິດ, ຄວາມຫລາກຫລາຍ ທາງດ້ານວັດທະນະທຳສັງຄົມ ແລະການພັດທະນາແບບຢືນຍົງ ໃນພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ.
ສ່ວນລາງວັນປະກອບມີ 3 ລະດັບ ຄື: ລາງວັນທີ 1 ຈະໄດ້ຮັບເງິນສົດ 2 ລ້ານກີບ, ພ້ອມໃບຢັ້ງຢືນ; ລາງວັນທີ 2 ຈະໄດ້ຮັບເງິນສົດ 1,5 ລ້ານກີບ, ພ້ອມໃບຢັ້ງຢືນ ແລະ ລາງວັນທີ 3 ຈະໄດ້ຮັບ ເງິນສົດ 1 ລ້ານກີບ, ພ້ອມໃບຢັ້ງຢືນ. ສຳລັບ ຮູບພາບສັນຍາລັກທີ່ໄດ້ຮັບລາງ ວັນຊະນະເລີດ ແມ່ນຈະນຳໃຊ້ເຂົ້າ ໃນກອງປະຊຸມລະດັບຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 3, ສ່ວນຜູ້ທີ່ໄດ້ຮັບລາງວັນທີ 2 ແລະ ທີ 3 ຈະໄດ້ຖືກເຊີນ ເປັນແຂກງານລ້ຽງ ຕ້ອນຮັບ ສຳລັບບັນດາຜູ້ນຳປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (ຈີນ, ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ)ຄັ້ງທີ 3 ທີ່ນະຄອນຫລວງວຽງຈັນ.
ການປະກາດເຂົ້າຮ່ວມແຂ່ງຂັນແມ່ນມີກຳນົດເວລາ ຕັ້ງແຕ່ມື້ນີ້ໄປຈົນເຖິງ ວັນທີ 13 ມິຖຸນາ 2018, ສາມາດສົ່ງຮູບພາບໄດ້ ທີ່ກົມເສດຖະກິດ, ກະຊວງການຕ່າງປະເທດ, ຖະຫນົນ 23 ສິງຫາ, ບ້ານໂພນໄຊ, ນະຄອນຫລວງວຽງຈັນ. ປະກາດລາຍຊື່ ຜູ້ຊະນະເລີດ ໃນວັນທີ 30 ມິຖຸນາ 2018, ລາຍລະອຽດ ເພີ່ມເຕີມສາມາດຕິດຕໍ່ໄດ້ ທີ່ເບີ: 021 454317 ຫລື 020 55040111, 020 59986636 ແລະ 020 55615942 ຫລື ສາມາດພົວພັນ ກົມເສດຖະກິດກະຊວງການຕ່າງປະເທດ.