ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ມາລຄອມ ເທີນບູນ (Malcolm Turnbull), ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ສະໄໝພິເສດ ໃນລະຫວ່າງວັນທີ 15-19 ມີນາ 2018 ທີ່ ຊິດນີ, ປະເທດອົດສະຕຣາລີ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະພົບປະສອງຝ່າຍກັບ ພະນະທ່ານ ມາລຄອມ ເທີນບູນ, ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ, ແລະ ຈະເຂົ້າຮ່ວມກອງປະຊຸມທຸລະກິດ ລາວ-ອົດສະຕຣາລີ ອີກດ້ວຍ.