ແຈ້ງຂ່າວ
ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ
ຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື
ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3,
ໃນລະຫວ່າງວັນທີ 14-16 ທັນວາ 2017,ທີ່ ຕ້າຫຼີ່, ສປ. ຈີນ
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ຫວາງ ອີ້ (Wang Yi), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈະເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3, ໃນລະຫວ່າງວັນທີ 14-16 ທັນວາ 2017, ທີ່ ຕ້າຫຼີ່, ສປ. ຈີນ.
********************************