ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະຜູ້ແທນ ສປປ ລາວ ຈະເດີນທາງເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລືເສດຖະກິດໂລກ ວ່າດ້ວຍ ອາຊຽນ ( World Economic Forum on ASEAN), ຊຶ່ງຈະຈັດຂຶ້ນແຕ່ວັນທີ 10-12 ພຶດສະພາ 2017, ທີ່ ນະຄອນຫຼວງ ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ. ກອງປະຊຸມດັ່ງກ່າວ ເປັນເວທີປຶກສາຫາລື, ແລກປ່ຽນຄວາມຄິດເຫັນນຳກັນ ຂອງການນຳລະດັບສູງຈາກຫຼາຍພາກສ່ວນ ລວມທັງພາກລັດ ແລະ ພາກທຸລະກິດ, ຊຶ່ງໄດ້ຈັດຂຶ້ນທຸກໆປີ ເພື່ອແນໃສ່ຮ່ວມມືກັນໃນການພັດທະນາເສດຖະກິດສັງຄົມຂອງແຕ່ລະປະເທດ ກໍ່ຄືພາກພື້ນ ແລະ ທົ່ວໂລກ ໃນການສ້າງອະນາຄົດຂອງໄວໜຸ່ມ ເພື່ອພ້ອມກັນເປັນກຳລັງແຮງສຳຄັນຂອງຍຸກສະໄໝການສ້າງເສດຖະກິດ ແລະ ຊອກຫາຊ່ອງທາງໃນການຮັບມື ແລະ ແກ້ໄຂບັນຫາສິ່ງທ້າທາຍຕໍ່ການພັດທະນາເສດຖະກິດ ທີ່ພາກພື້ນ ແລະ ທົ່ວໂລກພວມປະເຊີນ.
ກອງປະຊຸມໃນຄັ້ງນີ້ ຈະມີບັນດາຜູ້ນຳອາຊຽນ, ປະເທດຕ່າງໆ, ຕົວແທນຈາກພາກລັດຖະບານ ແລະ ພາກທຸລະກິດ ໃນພາກພື້ນ ແລະ ໃນໂລກ ເຂົ້າຮ່ວມຢ່າງຫຼວງຫຼາຍ, ຊຶ່ງໃນແຕ່ລະປີ ຈະນຳໃຊ້ຫົວຂໍ້ຂອງກອງປະຊຸມທີ່ແຕກຕ່າງກັນ, ສະເພາະໃນປີ 2017 ນີ້ ກອງປະຊຸມເວທີປຶກສາຫາລືເສດຖະກິດໂລກ ວ່າດ້ວຍ ອາຊຽນ ຈະດຳເນີນພາຍໃຕ້ຫົວຂໍ້: “ ຊາວໜຸ່ມ, ເທັກໂນໂລຊີ ແລະ ການເຕີບໂຕ ” ( Youth, Technology and Growth ).
ນອກນີ້, ກອງປະຊຸມ ຍັງຈະໄດ້ປືກສາຫາລືກັນ ກ່ຽວກັບ ການຂະຫຍາຍຕົວທາງດ້ານເສດຖະກິດ-ການຄ້າ ແລະ ການລົງທຶນຮ່ວມກັນໃນພາກພື້ນ ແລະ ໃນໂລກ ລວມທັງທິດທາງໃນຕໍ່ໜ້າຂອງອາຊຽນ, ການປະຕິວັດອຸດສາຫະກຳ ຄັ້ງທີ 4 ຊຶ່ງຈະນຳເອົາການປ່ຽນແປງແບບກ້າວກະໂດດ ມາສູ່ອາຊຽນ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ.