
- ສະບາຍດີຕອນບ່າຍ, ບັນດາທ່ານສື່ມວນຊົນ, ທ່ານຍິງ ແລະ ທ່ານຊາຍ,
- ຄືດັ່ງທີ່ ບັນດາທ່ານຊາບ, ສປປ ລາວ ຮູ້ສຶກເປັນກຽດ ທີ່ໄດ້ເປັນປະທານໝູນວຽນອາຊຽນ ໃນປີນີ້ ຊຶ່ງເປັນຄັ້ງທີ 2 ຂອງການເປັນປະທານອາຊຽນຂອງສປປ ລາວ. ພວກເຮົາໄດ້ກໍານົດເອົາຄໍາຂວັນທີ່ວ່າ: “ຫັນວິໄສທັດໃຫ້ເປັນຮູບປະທໍາ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ” ສໍາລັບການເປັນປະທານໃນປີນີ້ ເນື່ອງຈາກປີ 2016 ແມ່ນປີທໍາອິດຂອງການເປັນປະຊາຄົມອາຊຽນແລະ ເປັນປີທໍາອິດເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025. ຄໍາຂວັນຂອງພວກເຮົາ ແມ່ນສອດຄ່ອງກັບຄວາມພະຍາຍາມອັນຕໍ່ເນື່ອງຂອງອາຊຽນ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ.
- ສໍາລັບຂ້າພະເຈົ້າເອງ ແມ່ນມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມລະດັບລັດຖະມົນຕີອື່ນໆທີ່ກ່ຽວຂ້ອງ ເປັນເວລາ 4 ວັນ ນັບຕັ້ງແຕ່ວັນທີ 23 ຈົນເຖິງມື້ນີ້.
- ໃນຄັ້ງນີ້ ພວກເຮົາໄດ້ຈັດກອງປະຊຸມຮ່ວມກັນທັງໝົດ 22 ກອງປະຊຸມລະດັບລັດຖະມົນຕີ ດັ່ງນີ້:
- ພວກເຮົາມີ 3 ກອງປະຊຸມຂອງລັດຖະມົນຕີຕ່າງປະເທດອາຊຽນ ຊຶ່ງແຕ່ລະກອງປະຊຸມມີຫນ້າທີ່ແຕກຕ່າງກັນ.
- ພວກເຮົາມີ 14 ກອງປະຊຸມກັບຄູ່ຮ່ວມເຈລະຈາອາຊຽນ ພາຍໃຕ້ກົນໄກທີ່ອາຊຽນເປັນຜູ້ລິເລີ່ມເຊັ່ນ: ອາຊຽນ ບວກ 1, ອາຊຽນ ບວກ 3, ກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ກອງປະຊຸມເວທີພາກພື້ນອາຊຽນ.
- ພ້ອມກັນນັ້ນ, ພວກເຮົາກໍຍັງມີກອງປະຊຸມອະນຸພາກພື້ນລະດັບລັດຖະມົນຕີ ອີກ 5 ກອງປະຊຸມ.
- ນອກຈາກກອງປະຊຸມເຫຼົ່ານີ້, ພວກເຮົາຍັງມີອີກຫຼາຍກອງປະຊຸມແບບສອງຝ່າຍ.
- ໃນທຸກໆກອງປະຊຸມ, ພວກເຮົາໄດ້ມີການປຶກສາຫາລືກັນຢ່າງຄົບຖ້ວນຮອບດ້ານ, ກົງໄປກົງມາ ແລະ ມີໝາກຜົນ.
- ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49, ພວກເຮົາໄດ້ມີການປຶກສາຫາລື ກ່ຽວກັບບັນຫາສໍາຄັນທາງດ້ານການເມືອງ, ຄວາມໝັ້ນຄົງ ແລະ ການຮ່ວມມືເພື່ອການພັດທະນາພາຍໃນອາຊຽນ ແລະ ລະຫວ່າງອາຊຽນ ແລະ ຄູ່ຮ່ວມເຈລະຈາ ແລະ ຄູ່ຮ່ວມພາຍນອກຢ່າງມີໝາກຜົນ.
- ພວກເຮົາຢໍ້າຄືນຄວາມໝາຍໝັ້ນ ສົ່ງເສີມຄວາມພະຍາຍາມສ້າງປະຊາຄົມອາຊຽນ ໂດຍການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ແຜນແມ່ບົດທັງສາມເສົາຄໍ້າ ຢ່າງມີປະສິດທິຜົນ ໂດຍມີເປົ້າຫມາຍເພື່ອສົ່ງເສີມປະຊາຄົມອາຊຽນໃຫ້ເຂັ້ມແຂງອັນເປັນການປະກອບສ່ວນຕໍ່ການຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ.
- ປີນີ້ ແມ່ນຄົບຮອບ 40 ປີ ຂອງສົນທິສັນຍາວ່າດ້ວຍໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້. ສະນັ້ນ,ໃນໂອກາດນີ້ ພວກເຮົາໄດ້ຮັບຮອງເອົາຖະແຫຼງການຂອງລັດຖະມົນຕີຕ່າງປະເທດອາຊຽນໃນໂອກາດຄົບຮອບ40 ປີ ຂອງ ສົນທິສັນຍາດັ່ງກ່າວ ເພື່ອຢໍ້າຄືນຄວາມໝາຍຄວາມສໍາຄັນຂອງສົນທິສັນຍາສະບັບນີ້ ຊຶ່ງເປັນກົດແຫ່ງການປະພຶດທີ່ສໍາຄັນ ສໍາລັບການດໍາເນີນການພົວພັນລະຫວ່າງລັດໃນພາກພື້ນ ແລະ ການສົ່ງເສີມການຮ່ວມມືລະຫວ່າງ ອາຊຽນກັບນອກພາກພື້ນ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ. ພວກເຮົາຍິນດີທີ່ຫລາຍປະເທດໄດ້ຮັບຮູ້ ສົນທິສັນຍາດັ່ງກ່າວ ແລະ ພ້ອມທັງເຫັນດີຮັບເອົາ 4 ປະເທດ ຄື: ຈີເລ, ເອຢິບ, ອີຣານ ແລະ ມາຣົກ ເຂົ້າເປັນພາຄີຂອງສົນທິສັນຍານີ້.
- ພວກເຮົາຍັງໄດ້ອອກຖະແຫຼງການຮ່ວມຂອງລັດຖະມົນຕີຕ່າງປະເທດອາຊຽນ ວ່າດ້ວຍການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.
- ພວກເຮົາຈະສືບຕໍ່ຮັດແໜ້ນການຮ່ວມມືກັບຄູ່ເຈລະຈາ ກໍຄື ການຮັດແໜ້ນການຮ່ວມມືກັບຄູ່ຮ່ວມມືພາຍນອກອື່ນໆ ຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ລິເລີ່ມ ເຊັ່ນ ອາຊຽນ ບວກ 1, ອາຊຽນ ບວກ 3, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ, ເວທີພາກພື້ນອາຊຽນແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ເພື່ອຜົນປະໂຫຍດຮ່ວມກັນ ພ້ອມທັງຮັດແໜ້ນຄວາມເປັນແກນກາງຂອງອາຊຽນ ໃນບັນດາກົນໄກເຫຼົ່ານັ້ນ ແລະ ໃນໂຄງສ້າງພາກພື້ນທີ່ພວມຜັນແປ. ໃນນີ້, ພວກເຮົາໄດ້ເຫັນດີຮັບເອົາ ເຢຍລະມັນ ເປັນຄູ່ຮ່ວມພັດທະນາ ແລະ ສະວິດ ເປັນຄູ່ຮ່ວມຂະແຫນງການ.
- ລັດຖະມົນຕີຕ່າງປະເທດ ໄດ້ຮັບຮອງເອົາຖະແຫລງການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49.
- ພວກເຮົາ, ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ພົບປະກັບຄູ່ຮ່ວມຕໍາແໜ່ງຈາກ 10 ບັນດາຄູ່ເຈລະຈາ ໃນແຕ່ລະກອງປະຊຸມລັດຖະມົນຕີຕ່າງປະເທດ ກັບ ຄູ່ຮ່ວມເຈລະຈາ ບວກ ເຊັ່ນ: ອົດສະຕຣາລີ, ການາດາ, ຈີນ, ສະຫະພາບເອີລົບ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສາທາລະນະລັດເກົາຫຼີ, ສະຫະພັນລັດເຊຍ ແລະ ສະຫະລັດອາເມລິກາ. ພວກເຮົາທົບທວນຄືນຄວາມຄືບໜ້າຂອງການຮ່ວມມືລະຫວ່າງ ອາຊຽນ ແລະ ຄູ່ເຈລະຈາໃນໄລຍະຜ່ານມາ ແລະ ໄດ້ກໍານົດທິດທາງໃນອະນາຄົດ ເພື່ອການຮັດແໜ້ນການຮ່ວມມືໃນທຸກຂະແໜງການໃຫ້ໃກ້ຊິດກວ່າເກົ່າ ເຊັ່ນ: ການຄ້າ, ການລົງທຶນ, ການເຊື່ອມຈອດ, ການທ່ອງທ່ຽວ ແລະ ການໄປມາຫາສູູ່ລະຫວ່າງປະຊາຊົນ.
- ພວກເຮົາ ໄດ້ພົບປະກັບຄູ່ຮ່ວມຕໍາແໜ່ງ ພາຍໃຕ້ຂອບການຮ່ວມມືອາຊຽນບວກ 3. ໃນນີ້, ພວກເຮົາຢໍ້າຄືນຄວາມໝາຍໝັ້ນເພື່ອສົ່ງເສີມກົນໄກອາຊຽນບວກ 3 ຊຶ່ງເປັນກົນໄກສໍາຄັນ ເພື່ອໄປສູ່ການສ້າງປະຊາຄົມເສດຖະກິດອາຊີຕາເວັນອອກ ໃນໄລຍະຍາວ. ພວກເຮົາ ໄດ້ປຶກສາຫາລືບັນດາກິດຈະກໍາ ເພື່ອສະເຫຼີມສະຫຼອງການຮ່ວມມືອາຊຽນບວກ 3 ຄົບຮອບ 20 ປີ ໃນປີ 2017. ໃນຖານະເປັນປະທານອາຊຽນ ແລະ ປະທານອາຊຽນບວກ 3, ສປປ ລາວ ໄດ້ສະເໜີຮ່າງຖະແຫຼງການ ວ່າດ້ວຍການສົ່ງເສີມການຮ່ວມມືເພື່ອການພັດທະນາແບບຍືນຍົງ ທີ່ຈະຖືກຮັບຮອງໃນກອງປະຊຸມສຸດຍອດອາຊຽນບວກ 3 ຄັ້ງທີ 19 ໃນເດືອນກັນຍາ 2016 ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ. ຂໍ້ສະເໜີນີ້ ກໍໄດ້ຮັບການສະໜັບສະໜູນຈາກບັນດາປະເທດສະມາຊິກອາຊຽນບວກ 3 ຢ່າງກວ້າງຂວາງ.
- ໃນກອງປະຊຸຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ, ພວກເຮົາໄດ້ຢືນຢັນຄືນຄວາມສໍາຄັນຂອງການສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກດັ່ງກ່າວ ຊຶ່ງເປັນເວທີຜູ້ນໍາ ສໍາລັບການປຶກສາຫາລື ກ່ຽວກັບບັນຫາຍຸດທະສາດ, ການເມືອງ ແລະ ເສດຖະກິດ ທີ່ມີຄວາມເປັນຫ່ວງ ແລະ ສົນໃຈຮ່ວມກັນ ໂດຍມີເປົ້າຫມາຍ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກທາງດ້ານເສດຖະກິດໃນອາຊີຕາເວັນອອກ.ພວກເຮົາໄດ້ປຶກສາຫາລື ກ່ຽວກັບທິດທາງ ເພື່ອຈັດຕັ້ງປະຕິບັດ 6 ຂົງເຂດບູລິມະສິດຂອງ ກອງປະຊຸມສຸດຍອດອາຊີຕາເວັນອອກ ຢ່າງມີປະສິດທິພາບ. ໃນນີ້, ກອງປະຊຸມ ໄດ້ສະແດງການສະໜັບສະໜູນຢ່າງກວ້າງຂວາງຕໍ່ຮ່າງຖະແຫຼງການວຽງຈັນ ວ່າດ້ວຍ ການສົ່ງເສີມການຮ່ວມມື ເພື່ອພັດທະນາພື້ນຖານໂຄງລ່າງໃນອາຊີຕາເວັນອອກ ທີ່ສະເໜີໂດຍ ສປປ ລາວເຮົາ ຊຶ່ງຈະໄດ້ຮັບຮອງເອົາໂດຍ ບັນດາຜູ້ນໍາອາຊີຕາເວັນອອກ ໃນກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 11 ໃນເດືອນກັນຍາ 2016 ທີ່ ນະຄອນຫຼວງວຽງຈັນ.ຖະແຫຼງການດັ່ງກ່າວ ມີຈຸດປະສົງ ເພື່ອລະດົມຄວາມສາມາດຂອງພາກພື້ນ ໃນການສົ່ງເສີມບັນດາໂຄງການພັດທະນາພື້ນຖານໂຄງລ່າງ ເພື່ອກ້າວໄປສູ່ການຮັດແໜ້ນການເຊື່ອມຈອດພາກພື້ນ ອັນເປັນການປະກອບສ່ວນສົ່ງເສີມການພັດທະນາແບບຍືນຍົງ, ການເຕີບໂຕທາງດ້ານເສດຖະກິດ ແລະ ການເຊື່ອມໂຍງພາກພື້ນ ກໍຄື ການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ.
- ໃນກອງປະຊຸມເວທີພາກພື້ນອາຊຽນ, ພວກເຮົາໄດ້ຢໍ້າຄືນຄວາມສໍາຄັນຂອງເວທີດັ່ງກ່າວ ຊຶ່ງເປັນເວທີ ເພື່ອການປຶກສາຫາລືຢ່າງສ້າງສັນແລະ ການຮ່ວມມືທາງດ້ານການເມືອງ ແລະ ຄວາມໝັ້ນຄົງທີ່ທຸກຝ່າຍມີຄວາມເປັນຫ່ວງ ແລະ ຄວາມສົນໃຈຮ່ວມກັນ ແລະ ທັງຢໍ້າຄືນ ບົດບາດສໍາຄັນຂອງເວທີພາກພື້ນອາຊຽນໃນການປະກອບສ່ວນ ໃນການຮັບມືກັບບັນດາສີ່ງທ້າທາຍຕໍ່ຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ ທີ່ນັບມື້ນັບເພີ່ມຂຶ້ນ.
- ລັດຖະມົນຕີເວທີພາກພື້ນອາຊຽນ ໄດ້ຮັບຮອງເອົາ 23 ກິດຈະກໍາ ສໍາລັບສົກປີ 2016-2017 ແລະ ເຫັນດີຮັບຮອງເອົາ 3 ຖະແຫຼງການ ຄື:
- ຖະແຫຼງການເວທີພາກພື້ນອາຊຽນ ວ່າດ້ວຍ ການຮັດແໜ້ນການຮ່ວມມື ເພື່ອຄຸ້ມຄອງການເຄື່ອນໄຫວຂ້າມຊາຍແດນຂອງກຸ່ມອາຊະຍາກອນ;
- ຖະແຫຼງການເວທີພາກພື້ນອາຊຽນວ່າດ້ວຍການຮັດແໜ້ນການຮ່ວມມືລະຫວ່າງບັນດາອົງກອນທີ່ຮັບຜິດຊອບການບັງຄັບໃຊ້ກົດໝາຍທາງທະເລ; ແລະ
- ຖະແຫຼງການລັດຖະມົນຕີຕ່າງປະເທດເວທີພາກພື້ນອາຊຽນກ່ຽວກັບການກໍ່ການຮ້າຍ.
- ສປປ ລາວ, ໃນນາມປະທານເວທີພາກພື້ນອາຊຽນ, ໄດ້ນໍາສະເໜີປຶ້ມວິໄສທັດຄວາມໝັ້ນຄົງປະຈໍາປີ ຂອງເວທີພາກພື້ນອາຊຽນ 2016 ຊຶ່ງເປັນສະບັບທີ 17 ທີ່ໄດ້ຮວບຮວມເອົາການປະກອບຄໍາຄິດເຫັນຈາກບັນດາປະເທດເຂົ້າຮ່ວມເວທີພາກພື້ນອາຊຽນ. ປຶ້ມວິໄສທັດດັ່ງກ່າວ ຖືເປັນເອກະສານສໍາຄັນ ໃນການສົ່ງເສີມຄວາມເຂົ້າໃຈ, ການໄວ້ເນື້ອເຊື່ອໃຈ ແລະ ຄວາມໂປ່ງໃສ່ ລະຫວ່າງປະເທດຜູ້ເຂົ້າຮ່ວມເວທີພາກພື້ນອາຊຽນ.
ບັນດາທ່ານສື່ມວນຊົນ, ທ່ານຍິງ ແລະ ທ່ານຊາຍ,
- ໃນບັນດາກອງປະຊຸມດັ່ງກ່າວນີ້, ພວກເຮົາ ໄດ້ແລກປ່ຽນທັດສະນະຢ່າງເປີດເຜີຍ, ກົງໄປກົງມາ ແລະ ສ້າງສັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ທຸກຝ່າຍມີຄວາມສົນໃຈ ແລະ ເປັນຫ່ວງຮ່ວມກັນ.
- ສະຫລຸບແລ້ວ, ຂ້າພະເຈົ້າຂໍແຈ້ງບັນດາທ່ານສື່ມວນຊົນວ່າ ກອງປະຊຸມລັດຖະມົນຕີຕ່າງປະເທດ ຄັ້ງທີ 49 ແລະ ກອງປະຊຸມລະດັບລັດຖະມົນຕີອື່ນໆທີ່ກ່ຽວຂ້ອງ ແມ່ນໄດ້ປິດລົງດ້ວຍຜົນສໍາເລັດອັນສະຫງ່າງາມ.
- ສິ່ງເຫຼົ່ານັ້ນ ແມ່ນໃຈຄວາມສໍາຄັນທີ່ເປັນຜົນຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ.
- ພວກທ່ານສາມາດຊອກຫາລາຍລະອຽດເພີ່ມເຕີມໄດ້ໃນຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດ ຄັ້ງທີ 49 ແລະ ບັນດາຖະແຫຼງການປະທານຂອງບັນດາກອງປະຊຸມທີ່ກ່ຽວຂ້ອງ ທີ່ໄດ້ຈະແຈກຢາຍ ແລະ ເອົາຂື້ນໃນເວັບໄຊໃນໄວໆນີ້.
- ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງບັນດາທ່ານລັດຖະມົນຕີທັງໝົດ ສໍາລັບການຮ່ວມມືອັນດີ, ການປະກອບສ່ວນຢ່າງຫ້າວຫັນ ແລະ ການປຶກສາຫາລືຢ່າງສ້າງສັນ ຊຶ່ງເຮັດໃຫ້ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມລະດັບລັດຖະມົນຕີອື່ນໆທີ່ກ່ຽວຂ້ອງ ໄດ້ຮັບຜົນສໍາເລັດ ຊຶ່ງເປັນການສ້າງພື້ນຖານອັນດີ ສໍາລັບການຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ ຄັ້ງທີ 29 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ຊຶ່ງຈະຈັດຂຶ້ນໃນວັນທີ 6-8 ກັນຍາ ໃນປີນີ້ິ ໃຫ້ໄດ້ຮັບຜົນສໍາເລັດ.ຂໍເຊີນ ບັນດາທ່ານສື່ມວນຊົນທັງໝົດ ເພື່ອມາຕິດຕາມບັນດາກອງປະຊຸມສຸດຍອດດັ່ງກ່າວ.
- ຂ້າພະເຈົ້າ ຈະຂໍຢຸດຢູ່ທີ່ນີ້ ແລະ ເປີດໂອກາດໃຫ້ບັນດາທ່ານສື່ມວນຊົນ ມີຄໍາຖາມ ແລະ ຄໍາຄິດເຫັນ.
ຂອບໃຈ ສໍາລັບການຮ່ວມມື.