ບົດຄວາມ
ຄວາມເປັນມາຂອງ ວັນການທູດລາວ
(ເນື່ອງໃນໂອກາດ ຄົບຮອບ 75 ປີ ວັນການທູດລາວ: 12 ຕຸລາ 1945-12 ຕຸລາ 2020)
ໂດຍ: ກົມການຂ່າວ, ກະຊວງການຕ່າງປະເທດ
-------------------------------------
ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວ ທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າ ກໍຄື ວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວ, ຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ສາກົນຮັບຮູ້ຄວາມເປັນເອກະລາດຂອງລາວ ທີ່ບໍ່ເຄີຍຖືກຮັບຮູ້ຈາກສາກົນມາເປັນເວລາຫຼາຍຮ້ອຍປີ ເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ, ໄຊຊະນະດັ່ງກ່າວ ແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ບວກກັບການຕໍ່ສູ້ທາງການເມືອງ, ຄວາມສາມັກຄີຕໍ່ສູ້ສັດຕູໂຕດຽວກັນຂອງສາມຊາດອິນດູຈີນ ແມ່ນແບບຢ່າງທີ່ຫາໄດ້ຍາກ ໃນປະຫວັດສາດການພົວພັນສາກົນຂອງໂລກ. ເຫດການ ວັນທີ 12 ຕຸລາ ມັນໄດ້ສ່ອງແສງເຖິງຄວາມສະຫຼາດສ່ອງໃສ ໃນການນໍາພາການຕໍ່ສູ້ຂອງການນໍາລາວເຮົາຮຸ່ນກ່ອນໆ ທີ່ມີຈິດໃຈຮັກຊາດ, ຮັກຄວາມເປັນເອກະລາດ, ຕໍ່ສູ້ປົດແອກປົກຄອງຂອງພວກຮຸກຮານຕ່າງຊາດ, ຊຶ່ງ ທ່ານ ປະທານ ໄກສອນ ພົມວິຫານ ແລະ ທ່ານ ປະທານ ສຸພານຸວົງ ເປັນແກນນໍາລາວຮຸ່ນບຸກເບີກ ໃຫ້ແກ່ວຽກງານການທູດລາວເຮົາ.
ພາຍຫຼັງປະກາດເອກະລາດໂຮມລາວ ວັນທີ 12 ຕຸລາ 1945, ລັດຖະບານລາວອິດສະຫຼະ ໄດ້ປະກາດນະໂຍບາຍ 12 ຂໍ້, ຊຶ່ງໃນນັ້ນ ຂໍ້ທີ 10 ແມ່ນເວົ້າເຖິງວຽກງານການຕ່າງປະເທດ ທີ່ກໍານົດເອົານະໂຍບາຍການຕ່າງປະເທດ ອັນທໍາອິດຂອງລັດຖະບານລາວອິດສະຫຼະ ຄື: “ຜູກມິດກັບທຸກປະເທດທີ່ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ ບົນພື້ນຖານຫຼັກການສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”.ນັບຈາກນັ້ນມາ, ວຽກງານການຕ່າງປະເທດ ກໍເປັນຂະແໜງການໜຶ່ງ ທີ່ມີບົດບາດສຳຄັນທີ່ໄດ້ຕິດພັນກັບຂະບວນການຕໍ່ສູ້ກູ້ຊາດ ພ້ອມທັງປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນນັ້ນ, ກໍເພື່ອຂົນຂວາຍຄວາມຮັບຮູ້, ເຂົ້າໃຈ ແລະ ການຊ່ວຍເຫຼືອຈາກຕ່າງປະເທດ ຊຶ່ງຈໍາຕ້ອງຮູ້ສິດ-ໜ້າທີ່ ແລະ ບູລິມະສິດ ຂອງຕົນໃນການເປັນປະເທດເອກະລາດໜຶ່ງໃນໂລກ ໂດຍສະເພາະການເປັນປະເທດທີ່ເຄີຍຖືກຮຸກຮານ ແລະ ໄດ້ຮັບຜົນເສຍຫາຍຈາກສົງຄາມ. ໄລຍະແຕ່ກ່ອນປີ 2013, ພວກເຮົາຍັງບໍ່ທັນໄດ້ກໍານົດວັນການທູດຂອງລາວ, ໃນຂະນະທີ່ຂະແໜງການຕ່າງໆ ຕ່າງກໍມີວັນສ້າງຕັ້ງຂະແໜງການຂອງຕົນ. ນອກຈາກນີ້, ປະເທດອື່ນໆ ກໍໄດ້ມີວັນການທູດຂອງຕົນ. ສະນັ້ນ, ກະຊວງການຕ່າງປະເທດ ໂດຍສົມທົບກັບພາກສ່ວນກ່ຽວຂ້ອງ ຈຶ່ງໄດ້ຮ່ວມກັນຄົ້ນຄວ້າ ໂດຍອີງໃສ່ການເຄື່ອນໄຫວທາງດ້ານປະຫວັດສາດທີ່ສໍາຄັນຂອງລາວ. ດັ່ງນັ້ນ, ໃນປີ 2013, ຄະນະລັດຖະບານ ຈຶ່ງໄດ້ຕົກລົງເຫັນດີກຳນົດເອົາ ວັນທີ 12 ຕຸລາ ຂອງທຸກໆປີ ເປັນວັນການທູດລາວ ຢ່າງເປັນທາງການ. ພິເສດໃນປີ 2015, ພວກເຮົາ ໄດ້ມີການສະເຫຼີມສະຫຼອງ 70 ປີ ວັນການທູດລາວ, ໂດຍມີປະທານປະເທດ, ນາຍົກລັດຖະມົນຕີ ແລະ ບັນດາການນໍາຂັ້ນສູງຂອງລາວເຮົາ ໃຫ້ກຽດເຂົ້າຮ່ວມສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ.
ຕັ້ງແຕ່ອະດີດ ເຖິງ ປັດຈຸບັນ, ນະໂຍບາຍການຕ່າງປະເທດຂອງລາວເຮົາ ແມ່ນຖືກກໍານົດອອກ ຢ່າງຖືກຕ້ອງ ແລະ ສອດຄ່ອງ ໃນແຕ່ລະຍຸກແຕ່ລະສະໄໝ ເພື່ອຮັບໃຊ້ການເຄື່ອນໄຫວການທູດແບບພາວະວິໄສ ກໍຄື ຖືກກັບສະພາບການພາຍໃນປະເທດ, ພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາຜົນປະໂຫຍດສູງສຸດມາໃຫ້ປະເທດຊາດ. ໃນໄລຍະການຕໍ່ສູ້ກູ້ຊາດ, ວຽກງານການທູດ ແມ່ນຕິດພັນກັບປະຊາຊົນ ຫຼື ເອີ້ນວ່າ ການທູດປະຊາຊົນ ເຊິ່ງການນໍາຮຸ່ນກ່ອນ ໄດ້ນໍາໃຊ້ເພື່ອຂົນຂວາຍ ແລະ ປຸກລະດົມນໍ້າໃຈຮັກຊາດຂອງປະຊາຊົນລາວບັນດາເຜົ່າ ບົນພື້ນຖານການຕິດພັນກັບປະຊາຊົນຢ່າງແທ້ຈິງ ຈົນເຮັດໃຫ້ສາມາດເຕົ້າໂຮມປະຊາຊົນ ເພື່ອລຸກຮືຂຶ້ນຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ແລະ ຈົນໃນທີ່ສຸດ ກໍສາມາດສະຖາປະນາປະເທດ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ທີ່ໂລກໄດ້ຮັບຮູ້.
ຕະຫຼອດໄລຍະ 75 ປີ ທີ່ຜ່ານມາ,ການເຄື່ອນໄຫວການທູດໄດ້ປະກອບສ່ວນອັນສໍາຄັນຕໍ່ຜົນສໍາເລັດຂອງການປະຕິວັດຊາດປະຊາທິປະໄຕໂດຍການສົມທົບກັນ ລະຫວ່າງ ກຳລັງປະກອບອາວຸດແລະ ການຕໍ່ສູ້ການເມືອງທີ່ແຍກອອກຈາກກັນບໍ່ໄດ້. ໝາກຜົນລວມຍອດຂອງການປະສານສົມທົບກັນ ລະຫວ່າງ ກ້ອນກໍາລັງປະກອບອາວຸດ ແລະ ການທູດມີສ່ວນຕັດສິນຊີ້ຂາດຕໍ່ການສ້າງຕັ້ງສປປ ລາວ. ຕົກມາໃນໄລຍະໃໝ່, ບົດບາດຂອງການເຄື່ອນໄຫວການທູດລາວຍິ່ງພົ້ນເດັ່ນຂຶ້ນກວ່າເກົ່າ ໃນພາລະກິດປົກປັກຮັກສາແລະສ້າງສາພັດທະນາປະເທດຊາດໂດຍສະເພາະແມ່ນການປັບຕົວໃຫ້ໄປໃນຫຼາຍທິດ, ຫຼາຍຝ່າຍແລະຫຼາຍລະດັບ ເພື່ອການເຊື່ອມໂຍງກັບພາກພື້ນແລະສາກົນ. ສປປ ລາວ ພວກເຮົາ ໄດ້ສືບຕໍ່ປະຕິບັດແນວທາງການຕ່າງປະເທດ ທີ່ຖືກຕ້ອງເປັນທຳ ໂດຍຍຶດໝັ້ນແນວທາງ ”ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ຢ່າງສະເໝີຕົ້ນສະເໝີປາຍ, ປະຕິບັດນະໂຍບາຍເປີດກວ້າງການພົວພັນຮ່ວມມື ແບບຫຼາຍທິດ, ຫຼາຍຝ່າຍ ແລະ ຫຼາຍຮູບແບບ, ທັງປະຕິບັດທິດນຳ “ເພີ່ມມິດຫຼຸດຜ່ອນສັດຕູ” ຕາມແນວທາງການປ່ຽນແປງໃໝ່ຂອງພັກ ແລະ ສືບຕໍ່ລົງເລິກປະຕິບັດຄໍາຂວັນການຕ່າງປະເທດ ທີ່ວ່າ: “ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ” ຢ່າງໄດ້ຮັບຜົນດີ; ອັນສະແດງອອກໃນການເສີມຂະຫຍາຍ ຮັດແໜ້ນການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ທີ່ມີໝາກຜົນຕົວຈິງຢ່າງເລິກເຊິ່ງ ກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ເພື່ອນມິດຕ່າງໆ ໃນທົ່ວໂລກ; ວຽກງານການທູດສອງຝ່າຍ, ຫຼາຍຝ່າຍ ແລະ ການພົວພັນກັບອົງການຈັດຕັ້ງສາກົນຕ່າງໆ ກໍໄດ້ສືບຕໍ່ມີໝາກຜົນທີ່ພົ້ນເດັ່ນ.
ເວົ້າລວມແລ້ວ, ການເຄື່ອນໄຫວວຽກງານການຕ່າງປະເທດ ກໍຄື ວຽກງານການທູດ ຢ່າງຕັ້ງໜ້າຮອບດ້ານ ຂອງ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຕະຫຼອດໄລຍະ 75 ປີທີ່ຜ່ານມາສາມາດຕໍ່ສູ້ຍາດແຍ່ງການຮັບຮູ້ຢ່າງກວ້າງຂວາງ ຈາກສາກົນອັນໄດ້ຍົກສູງບົດບາດອິດທິພົນແລະກຽດສັກສີ ຂອງ ສປປ ລາວ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການຮັກສາສະພາບແວດລ້ອມພາຍນອກ ທີ່ເອື້ອອໍານວຍໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມນີ້, ຜົນງານ ແລະ ຄວາມສຳເລັດອັນໃຫຍ່ຫຼວງຂອງການເຄື່ອນໄຫວວຽກງານດັ່ງກ່າວ ທີ່ສາມາດຍາດມາໄດ້ນັ້ນ ກໍແມ່ນຍ້ອນແນວທາງອັນຖືກຕ້ອງສອດຄ່ອງຂອງພັກ-ລັດ, ຍ້ອນການຊີ້ນຳ-ນໍາພາຢ່າງໃກ້ຊິດຕິດແທດ, ໂດຍກົງ ແລະ ຮອບດ້ານ ຂອງກົມການເມືອງສູນກາງພັກ ໃນແຕ່ລະຍຸກແຕ່ລະສະໄໝ ແລະ ການຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດຂອງຄະນະບໍລິຫານງານສູນກາງພັກ, ລັດຖະບານ ພ້ອມຄວາມຮັບຜິດຊອບ ແລະ ການຮ່ວມແຮງຮ່ວມໃຈຂອງພະນັກງານ, ທະຫານ, ຕຳຫຼວດແຕ່ສູນກາງຮອດທ້ອງຖິ່ນ, ຍ້ອນການເຂົ້າຮ່ວມຢ່າງຕັ້ງໜ້າຂອງນັກທຸລະກິດ, ຜູ້ປະກອບການ ຕະຫຼອດເຖິງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ລວມທັງຄົນລາວຢູ່ຕ່າງປະເທດ, ຊຶ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນຜົນສຳເລັດຂອງວຽກງານການຕ່າງປະເທດ ກໍຄືວຽກງານການທູດ ຂອງ ສປປ ລາວ ຢ່າງມີບາດກ້າວຕໍ່ເນື່ອງ ແລະ ໜັກແໜ້ນ.
**********************************