ບົດສະເໜີ
“ພັກປະຊາຊົນປະຕິວັດລາວ ໄດ້ວາງນະໂຍບາຍການຕ່າງປະເທດ
ຢ່າງຖືກຕ້ອງ ແລະ ສອດຄ່ອງ ໃນແຕ່ລະຍຸກແຕ່ລະສະໄໝ”
ໂດຍ: ກົມການຂ່າວ, ກະຊວງການຕ່າງປະເທດ
ພັກປະຊາຊົນປະຕິວັດລາວຂອງພວກເຮົາ ຍາມໃດກໍເປັນເຈົ້າການຊີ້ນຳ-ນຳພາ ການເຄື່ອນໄຫວວຽກງານຕ່າງປະເທດໃນແຕ່ລະໄລຍະ ຢ່າງຕັ້ງໜ້າ ອັນໄດ້ປະກອບສ່ວນສຳຄັນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ການເສີມສ້າງສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ບັນດາປະເທດ ໃນພາກພື້ນ ແລະ ໃນໂລກ ເຮັດໃຫ້ຖານະບົດບາດ ແລະ ອິດທິພົນຂອງ ສປປ ລາວ ໄດ້ຮັບການເຊີດຊູສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ ໃນເວທີພາກພື້ນ ແລະ ສາກົນ.
ວຽກງານການຕ່າງປະເທດ ໄດ້ຕິດພັນແບບກາຍອິນຊີກັບພາລະກິດຕໍ່ສູ້ ເພື່ອເອກະລາດແຫ່ງຊາດຂອງປະຊາຊົນລາວ ມາເປັນຫຼາຍທົດສະຫວັດ ພາຍໃຕ້ການນຳພາຂອງພັກ ຊຶ່ງເບື້ອງຕົ້ນແມ່ນພັກກອມມູນິດອິນດູຈິນ, ຕໍ່ມາແມ່ນ ພັກປະຊາຊົນ ໃນເມື່ອກ່ອນ ແລະ ພັກປະຊາຊົນ ປະຕິວັດລາວ ໃນປະຈຸບັນ ເພື່ອຕ້ານການເປັນຫົວເມືອງຂຶ້ນຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ ເປັນເວລາອັນຍືດເຍື້ອຍາວນານ. ຕະຫຼອດໄລຍະແຫ່ງການຕໍ່ສູ້ເພື່ອຄວາມເປັນເອກະລາດແຫ່ງຊາດນັ້ນ, ພັກເຮົາ ຍາມໃດກໍໄດ້ຖືສຳຄັນການປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ການຕໍ່ສູ້ດ້ານກຳລັງອາວຸດ, ດ້ານການເມືອງ, ການທູດ ແລະ ສາມາດຍາດໄດ້ໄຊຊະນະຢ່າງສົມບູນ ໃນປີ 1975, ສະຖາປະນາເປັນ ສປປ ລາວ ໃນວັນທີ 02 ທັນວາ 1975 ແລະ ສືບຕໍ່ນຳພາປະຊາຊົນລາວສ້າງສັງຄົມໃໝ່ ຕາມທິດສັງຄົມນິຍົມເທື່ອລະກ້າວ.
ໃນໄລຍະແຫ່ງການຕໍ່ສູ້ເພື່ອຄວາມເປັນເອກະລາດແຫ່ງຊາດ, ພັກ ປປ ລາວ ໄດ້ສະເໜີແນວທາງການຕ່າງປະເທດ ອອກໃນແຕ່ລະກອງປະຊຸມໃຫຍ່ຂອງພັກ ທີ່ຜ່ານມາ ຄື: ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ I (ປີ 1955) ພັກ ໄດ້ວາງນະໂຍບາຍພື້ນຖານ ແລະ ໂຄງການດຳເນີນງານສະເພາະໜ້າ, ຊຶ່ງລະບຸໃນຂໍ້ທີ 10 ຂອງໂຄງການການເມືອງ 12 ຂໍ້ ວ່າ: “ຜູກມິດກັບທຸກໆປະເທດທີ່ເຄົາລົບເອກະລາດ, ອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດເຮົາ. ຜູກສາຍສຳພັນໃນທຸກດ້ານ ລະຫວ່າງປະເທດເຮົາ ກັບບັນດາປະເທດດັ່ງກ່າວບົນຫຼັກການສະເໝີພາບ, ຕ່າງຝ່າຍຕ່າງໄດ້ຮັບຜົນ”; ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ພັກ (ປີ 1972)ໄດ້ສືບຕໍ່ຢືນຢັນຜົນສຳເລັດຂອງນະໂຍບາຍການຕ່າງປະເທດ ກໍຄື ຍຸດທະວິທີດ້ານການຕ່າງປະເທດ ດັ່ງນີ້: “ຕັ້ງໜ້າປະກອບສ່ວນເຂົ້າໃນການຕໍ່ສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ສັງຄົມນິຍົມ ໃນອິນດູຈີນ, ໃນອາຊີອາຄະເນ ແລະ ໃນໂລກ”, ຊຶ່ງໃນກອງປະຊຸມດັ່ງກ່າວ ໄດ້ວາງ 11 ນະໂຍບາຍໃຫຍ່ອອກ, ສະເພາະວຽກງານການຕ່າງປະເທດ ພັກເຮົາ ກໍໄດ້ຍຶດໝັ້ນ ການພົວພັນແບບພິເສດກັບ ຫວຽດນາມ, ເພີ່ມທະວີຄວາມສາມັກຄີແລະປະສານສູ້ຮົບ ກັບ ຫວຽດນາມ, ກຳປູເຈຍ ໃນການຮ່ວມສຳພັນສູ້ຮົບຂອງປະຊາຊົນ 3 ຊາດອິນດູຈີນແລະຂະຫຍາຍການພົວພັນສາມັກຄີມິດຕະພາບກັບບັນດາປະເທດສັງຄົມນິຍົມແລະຂະບວນການຄອມມຸຍນິດແລະກຳມະກອນສາກົນບົນພື້ນຖານລັດທິມາກ-ເລນິນແລະບົນຈິດໃຈກຳມະຊີບໂດຍຍຶດໝັ້ນຫຼັກການເອກະລາດເປັນເຈົ້າຕົນເອງຂອງພັກ; ຂະຫຍາຍການພົວພັນດ້ານຕ່າງປະເທດກັບທຸກໆປະເທດຕາມຫຼັກການສະເໝີພາບ, ເຄົາລົບອະທິປະໄຕ ແລະ ຄວາມເປັນເອກະລາດຂອງກັນ, ຍາດແຍ່ງເອົາການສະໜັບສະໜູນແລະຊ່ວຍເຫຼືອຈາກບັນດາປະເທດສັງຄົມນິຍົມ, ຂະບວນການປົດປ່ອຍຊາດ ແລະຈາກຂະບວນການຕໍ່ສູ້ ເພື່ອສັນຕິພາບແລະຄວາມເປັນທຳໃນໂລກ. ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ເພື່ອສະຖາປະນາລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 01 ທັນວາ 1975, ພັກ ໄດ້ວາງແນວທາງການຕ່າງປະເທດ ທີ່ ເປັນຍຸດທະສາດ ແລະ ມີລັກສະນະຫຼັກການຂອງກົດໝາຍສາກົນ ດັ່ງນີ້: ປະຕິບັດນະໂຍບາຍການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ບໍ່ຮ່ວມກຸ່ມ, ແນໃສ່ກໍ່ສ້າງປະເທດລາວ ໃຫ້ເປັນປະເທດ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ ກ້າວໜ້າທາງສັງຄົມ ປະກອບສ່ວນຢ່າງສົມກຽດ ເຂົ້າໃນພາລະກິດຕໍ່ສູ້ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ ຢູ່ໃນພາກພື້ນອາຊີອາຄະເນ ແລະ ໃນໂລກ”.
ພາຍຫຼັງທີ່ປະເທດເຮົາໄດ້ຮັບການປົດປ່ອຍຢ່າງສົມບູນ ໃນວັນທີ 02 ທັນວາ 1975, ພັກ ປປ ລາວ ກໍໄດ້ສືບຕໍ່ຍຶດໝັ້ນນະໂຍບາຍການຕ່າງປະເທດ ທີ່ຖືກຕ້ອງ, ຕໍ່ເນື່ອງ ແລະ ສະເໝີຕົ້ນສະເໝີປາຍ ໃນກອງປະຊຸມໃຫຍ່ ຄັ້ງທີIII ຂອງພັກ (ປີ 1982)ດັ່ງນີ້: “ສັນຕິພາບ, ເອກະລາດ, ມິດຕະພາບ ເພີ່ມທະວີຢ່າງບໍ່ຢຸດຢັ້ງຄວາມສາມັກຄີພິເສດ, ການຮ່ວມສຳພັນສູ້ຮົບ ແລະ ການຮ່ວມມືຮອບດ້ານ ກັບ ຫວຽດນາມ ແລະ ກຳປູເຈຍ, ສາມັກຄີແໜ້ນແຟ້ນ ແລະ ຮ່ວມມືຮອບດ້ານກັບ ສະຫະພາບໂຊວຽດ ແລະ ບັນດາປະເທດສັງຄົມນິຍົມ ແລະ ປະຊາຊົນທີ່ຮັກຫອມສັນຕິພາບ ແລະ ຄວາມເປັນທຳໃນໂລກ; ສ້າງເງື່ອນໄຂສາກົນ ອຳນວຍຄວາມສະດວກ ໃຫ້ແກ່ພາລະກິດປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດ, ອອກແຮງປົກປັກຮັກສາສັນຕິພາບ ໃນອິນດູຈີນ ແລະ ອາຊີອາຄະເນ, ປະກອບສ່ວນເຂົ້າໃນການຕໍ່ສູ້ລວມຂອງບັນດາປະຊາຊາດໃນໂລກ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ, ຍົກພຶດຕິກຳຕົວຈິງມາຢັ້ງຢືນ ໃນການພົວພັນກັບປະເທດໃກ້ຄຽງ, ບໍ່ຮ່ວມກຸ່ມ, ອາຊຽນ ແລະ ຢູ່ ສປຊ”.
ໃນທ່າມກາງສະພາບການໃນໂລກ ແລະ ພາຍໃນປະເທດ ໃນຊຸມປີ 80 ມີການປ່ຽນແປງຢ່າງສັບສົນ, ກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ພັກ (ປີ 1986) ໄດ້ເລີ່ມຕົ້ນດຳເນີນນະໂຍບາຍປ່ຽນແປງໃໝ່, ຫັນຈາກບໍລິຫານເກື້ອກຸນໄປສູ່ກົນໄກຕະຫຼາດ ໂດຍມີການຄຸ້ມຄອງຂອງລັດ. ພັກ ໄດ້ກຳນົດນະໂຍບາຍການຕ່າງປະເທດ ໃຫ້ສອດຄ່ອງກັບສະພາບການໃໝ່ ໂດຍຍຶດໝັ້ນ ແລະ ປະຕິບັດນະໂຍບາຍການຕ່າງປະເທດ “ສັນຕິພາບ, ເອກະລາດຂອງພັກ ແລະ ລັດ ຖືສຳຄັນ ແລະ ເພີ່ມທະວີຢ່າງບໍ່ຢຸດຢັ້ງ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ເປີດກວ້າງການພົວພັນຮ່ວມມືຮອບດ້ານກັບ ຫວຽດນາມ, ກຳປູເຈຍ, ສະຫະພາບໂຊວຽດ ແລະ ປະເທດສັງຄົມນິຍົມອ້າຍນ້ອງອື່ນໆ; ສືບຕໍ່ຂະຫຍາຍການພົວພັນກັບທຸກປະເທດໃນໂລກ ໂດຍບໍ່ຈຳແນກລະບອບການເມືອງ ແລະ ສັງຄົມທີ່ແຕກຕ່າງກັນ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕຂອງກັນ, ສະເໝີພາບ ຕ່າງຝ່າຍຕ່າງມີຜົນ ແນໃສ່ສ້າງເງື່ອນໄຂສາກົນອັນສະດວກ ໃຫ້ແກ່ການປະຕິບັດສອງໜ້າທີ່ຍຸດທະສາດ.
ນັບແຕ່ ປີ 1986 ມາຮອດປະຈຸບັນ, ພັກ ປປ ລາວ ໄດ້ສືບຕໍ່ຍຶດໝັ້ນແນວທາງການຕ່າງປະເທດ ທີ່ສະເໝີຕົ້ນສະເໝີປາຍ: “ສັນຕິພາບ, ເອກະລາດ, ມິດຕະພາບແລະການຮ່ວມມື, ເສີມຂະຫຍາຍການພົວພັນ ແລະ ການຮ່ວມມືກັບທຸກປະເທດໃນໂລກ ບົນພື້ນຖານ 5 ຫຼັກການ ຢູ່ຮ່ວມກັນໂດຍສັນຕິ”. ຕໍ່ມາບັນດາກອງປະຊຸມໃຫຍ່ຂອງພັກ ຄັ້ງທີ V (ປີ 1991), ຄັ້ງທີ VI (ປີ 1996), ຄັ້ງທີ VII (ປີ 2001), ຄັ້ງທີ VIII (ປີ 2006) ແລະ ຄັ້ງທີ IX (ປີ 2011) ພັກ ປປ ລາວ ລ້ວນແຕ່ໄດ້ຢືນຢັນສືບຕໍ່ນະໂຍບາຍການຕ່າງປະເທດດັ່ງກ່າວ, ປະຕິບັດນະໂຍບາຍພົວພັນແບບຫຼາຍທິດ, ຫຼາຍຮູບແບບ ທີ່ສອດຄ່ອງກັບເງື່ອນໄຂ ແລະ ຄວມສາມາດຂອງຕົນ, ເອົາການພົວພັນດ້ານການເມືອງ, ການທູດຕິດພັນກັບການພົວພັນຮ່ວມມືດ້ານເສດຖະກິດກັບສາກົນ.
ໃນໂອກາດ 55 ປີ ແລະ 60 ປີຂອງ ພັກ ປປ ລາວ, ພັກເຮົາ ກໍໄດ້ຢືນຢັນຄືນແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື, ພົວພັນຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ກັບທຸກປະເທດໃນໂລກ ໂດຍບໍ່ຈຳແນກລະບອບການເມືອງ-ສັງຄົມ ທີ່ແຕກຕ່າງກັນບົນພື້ນຖານ 5 ຫຼັກການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ”.
ໃນຊຸມປີທີ່ຜ່ານມາ, ໂດຍພາຍໃຕ້ແສງສະຫວ່າງຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ໄດ້ເປັນເຈົ້າການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020), ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025) ແລະ ວິໄສທັດ ຮອດປີ 2030, ຊຶ່ງໄດ້ຮັບຜົນສໍາເລັດເປັນກ້າວໆມາ. ສຳລັບການເຄື່ອນໄຫວວຽກງານຕ່າງປະເທດ ຂອງ ສປປ ລາວ ກໍໄດ້ປະສົບຜົນສຳເລັດໃນຫຼາຍດ້ານ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ທັງຢູ່ພາຍໃນ ແລະ ຕ່າງປະເທດ, ຊຶ່ງໄດ້ສືບຕໍ່ປະກອບສ່ວນອັນສຳຄັນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ ໂດຍສືບຕໍ່ຍຶດໝັ້ນແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ ແລະ ປະຕິບັດນະໂຍບາຍ ເປີດກວ້າງການພົວພັນຮ່ວມມື ແບບຫຼາຍທິດ, ຫຼາຍຝ່າຍ ແລະ ຫຼາຍຮູບແບບ, ທັງປະຕິບັດທິດນຳ “ເພີ່ມມິດຫຼຸດຜ່ອນສັດຕູ” ຕາມແນວທາງການປ່ຽນແປງໃໝ່ຂອງພັກ ແລະ ປະຕິບັດຄຳຂວັນຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XIV ຄື “ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ”, “ເພີ່ມທະວີປະສິດທິພາບການຈັດຕັ້ງປະຕິບັດ ຜົນການເຄື່ອນໄຫວການຕ່າງປະເທດໃຫ້ປະກົດຜົນເປັນຮູບປະທໍາ” ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງ ອົງຄະນະພັກກະຊວງການຕ່າງປະເທດ, ການນຳພັກ-ລັດ ແລະ ບັນດາທ່ານທີ່ເຄື່ອນໄຫວການເມືອງການທູດ ໄດ້ເປັນເຈົ້າການໃນການຕໍ່ສູ້ການເມືອງ ແລະຂົນຂວາຍຍາດແຍ່ງຫາງສຽງ, ຄວາມເຫັນໃຈ, ການຊ່ວຍເຫຼືອແລະການສະໜັບສະໜູນຈາກຕ່າງປະເທດດ້ວຍຫຼາຍຮູບການ, ທັງຊີ້ແຈງອະທິບາຍແລະ ໂຄສະນາດຶງດູດ, ທັງຕອບໂຕ້ຖ້ອຍທຳນອງທີ່ບິດເບືອນແລະ ການໃສ່ຮ້າຍປ້າຍສີ ຕໍ່ການນໍາພາຂອງພັກ-ລັດ ກໍຄື ສປປ ລາວ ຈາກກຸ່ມຄົນທີ່ບໍ່ຫວັງດີ, ຊຶ່ງສາມາດເຮັດໃຫ້ປະເທດຕ່າງໆແລະ ບັນດາອົງການຈັດຕັ້ງສາກົນ ລວມທັງພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ມີຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ແນວທາງນະໂຍບາຍທີ່ຖືກຕ້ອງເປັນທຳຂອງ ພັກ-ລັດ ແລະ ຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເຮົາ ເພື່ອເປັນກຳລັງແຮງໃນການຕີຖອຍຖ້ອຍທຳນອງໃສ່ຮ້າຍປ້າຍສີ ຂອງອິດທິກຳລັງປໍລະປັກ ຕໍ່ລະບອບໃໝ່ຂອງພວກເຮົາເທື່ອລະກ້າວ.
ເພື່ອຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກເຮົາ ໃນຊຸມປີຕໍ່ໜ້ານີ້ ໃຫ້ມີຜົນສຳເລັດເປັນກ້າວໆນັ້ນ ມັນຮຽກຮ້ອງໃຫ້ຄະນະພັກ-ຄະນະນຳທຸກຂັ້ນ ເພີ່ມທະວີວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານ ໃຫ້ມີທັດສະນະຫຼັກໝັ້ນທາງດ້ານການເມືອງໜັກແໜ້ນ ສາມາດຈຳແນກມິດ-ສັດຕູ ຢ່າງຈະແຈ້ງ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງບັນດາອິດທິກຳລັງປໍລະປັກ, ເຊື່ອມຊຶມບັນດາມະຕິຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ, ກຳແໜ້ນປະຫວັດສາດ, ຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດ ເພື່ອເປັນພື້ນຖານໃນການເຄື່ອນໄຫວໃນເວທີສາກົນ.
ລວມຄວາມແລ້ວ, ການນຳພາຂອງພັກເຮົາ ຕໍ່ວຽກງານຕ່າງປະເທດ ໃນໄລຍະປ່ຽນແປງໃໝ່ ໄດ້ສະແດງອອກຢ່າງຈະແຈ້ງໃນການກຳນົດແນວທາງ ນະໂຍບາຍການຕ່າງປະເທດ ທີ່ສອດຄ່ອງກັບແຕ່ລະໄລຍະ, ມີການຊີ້ນຳໂດຍກົງ ແຕ່ສູນກາງລົງຮອດທ້ອງຖິ່ນ. ສະນັ້ນ, ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານການຕ່າງປະເທດ ມີປະສິດທິຜົນ, ພັກຕ້ອງໄດ້ນຳພາ ແລະ ເສີມຂະຫຍາຍ ບົດບາດຂອງຂະແໜງການຕ່າງໆ, ຍົກສູງຄຸນນະພາບວຽກງານແນວຄິດການເມືອງ ແລະ ທິດສະດີ, ນໍາພາກໍ່ສ້າງ, ບຳລຸງຖັນແຖວພະນັກງານ ແລະ ການຈັດຕັ້ງທີ່ເຮັດວຽກງານຕ່າງປະເທດ, ເອົາໃຈໃສ່ຊີ້ນຳກວດກາທຸກການເຄື່ອນໄຫວວຽກງານການຕ່າງປະເທດ ເພື່ອນຳເອົາຜົນປະໂຫຍດສູງສຸດມາໃຫ້ແກ່ປະເທດຊາດ.
*********************************