ສປປ ລາວ ສະແດງຄວາມຍິນດີ ຕໍ່ຜົນສໍາເລັດ ຂອງ ການພົບປະສຸດຍອດ ຄັ້ງປະຫວັດສາດ ລະຫວ່າງ ຜູ້ນຳ ສປປ ເກົາຫລີ ແລະ ສ. ເກົາຫລີ ໃນວັນທີ 27 ເມສາ 2018. ສປປ ລາວ ເຫັນວ່າ ຜົນຂອງການພົບປະຄັ້ງນີ້ ຈະປະກອບສ່ວນສຳຄັນເຂົ້າໃນການສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ເກົາຫລີ ແລະ ສ. ເກົາຫລີ, ການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ ໃນແຫລມເກົາຫລີ ແລະ ໃນໂລກ ກໍຄື ການສ້າງແຫລມເກົາຫລີ ໃຫ້ປອດອາວຸດນິວເຄລຍ.
ສປປ ລາວ ມີຄວາມຍິນດີ ທີ່ເຫັນວ່າ ສະພາບການ ຢູ່ ແຫລມເກົາຫລີ ໄດ້ຮັບການປັບປຸງ ໃຫ້ດີຂຶ້ນໃນທາງບວກ ແລະ ສ້າງສັນ ແລະ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງສືບຕໍ່ຄວາມພະຍາຍາມຮ່ວມກັນເສີມຂະຫຍາຍທ່ວງທ່າທີ່ດີນີ້.
ສປປ ລາວ ຢືນຢັນຄືນທັດສະນະອັນສະເໝີຕົ້ນສະເໝີປາຍຂອງຕົນ ໃນການສະໜັບສະໜູນການສ້າງແຫລມເກົາຫລີໃຫ້ປອດອາວຸດນິວເຄລຍດ້ວຍສັນຕິວິທີ ເພື່ອຜົນປະໂຫຍດ ກໍຄື ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ໃນແຫລມເກົາຫລີ ແລະ ໃນໂລກໂດຍລວມ.
ນະຄອນຫລວງວຽງຈັນ, ວັນທີ 28 ເມສາ 2018
ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ