ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

 

ສະຫາຍ ກິມ ເຈິງ ອຸນ ທີ່ຮັກແພງ,

 

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 74 ປີ, ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ກໍ່ຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຂ່ຳນັບຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ສະຫາຍ ແລະ ໂດຍຜ່ານ ສະຫາຍ ໄປຍັງ ຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ, ລັດຖະບານ ແລະ ປະຊາຊົນ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ອ້າຍນ້ອງທຸກຖ້ວນໜ້າ.

 

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ພາຍໃຕ້ການຊີ້ນໍາ-ນໍາພາ ອັນສະຫຼາດສ່ອງໃສ ແລະ ເຂັ້ມແຂງຂອງພັກແຮງງານເກົາຫຼີ ໂດຍມີ ສະຫາຍ ເປັນຜູ້ສືບທອດພາລະກິດການ​ປະຕິ​ວັດ​ອັນຍິ່ງໃຫຍ່ ໃນປັດຈຸ ບັນ, ສປປ ເກົາຫຼີ ສືບຕໍ່ໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ນໍາໄປສູ່ການມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການພັດທະນາຢ່າງວ່ອງໄວ ແລະ ທັນສະໄໝ, ຊີວິດການເປັນຢູ່ຂອງປະຊາຊົນເກົາຫຼີ ໄດ້ຮັບການພັດທະນາຂຶ້ນເທື່ອລະກ້າວ, ການພົວພັນຕ່າງປະເທດນັບມື້ນັບໄດ້ຮັບການເປີດກວ້າງ, ປະກອບສ່ວນຍົກສູງຖານະບົດບາດຂອງ ສປປ ເກົາຫຼີ ໃນເວທີພາກພື້ນ ແລະ ສາກົນ.

 

ສປປ ລາວ ແລະ ສປປ ເກົາຫຼີ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ມາເເຕ່ດົນນານ, ການນຳຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໄດ້ຮ່ວມກັນປົກປັກຮັກສາ ແລະ ເສີມຂະ ຫຍາຍສາຍພົວພັນດັ່ງກ່າວ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ ເພື່ອນຳເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

 

ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການຊີ້ນຳ-ນຳພາອັນເດັດດ່ຽວ, ເຂັ້ມແຂງຂອງພັກແຮງງານເກົາຫຼີ ອັນມີ ສະຫາຍ ເປັນຜູ້ນໍຳ, ສປປ ເກົາຫຼີ ຈະສືບຕໍ່ໄດ້ຮັບການພັດທະນາ ແລະ ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ ເພື່ອບັນລຸ ແລະ ກໍ່ສ້າງສັງຄົມນິຍົມທີ່ຮັ່ງມີເຂັ້ມແຂງ ແລະ ບັນລຸເປົ້າໝາຍໃນການທ້ອນໂຮມປະເທດຊາດ ໂດຍສັນຕິວິທີ ປາສະຈາກການແຊກແຊງຈາກພາຍນອກ.

ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງ ສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ອັນມີກຽດສູງສົ່ງ ຂອງສະຫາຍ.

 

ດ້ວຍຄວາມນັບຖືຢ່າງສູງ,

 

                                                ນະຄອນຫຼວງວຽງຈັນ, ວັນທີ 09 ກັນຍາ 2022

 

                                                                ທອງລຸນ ສີສຸລິດ

                                   ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ,
                                      ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ສະຫາຍ ກິມ ເຈິງ ອຸນ, ເລຂາທິການໃຫຍ່ພັກເເຮງງານເກົາຫຼີ,

ປະທານກິດຈະການແຫ່ງລັດ, ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດ

ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ.

ທີ່ ນະຄອນຫຼວງພຽງຢາງ. 

----------------------------------------------------------------------------------------------------------------------------------------------------------

ສະຫາຍ ກິມ ດົກ ຮຸນ ທີ່ຮັກແພງ,

 

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 74 ປີ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງສະຫາຍ ແລະ ໂດຍຜ່ານສະຫາຍ ໄປຍັງ ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ເກົາຫຼີ ອ້າຍນ້ອງທຸກຖ້ວນໜ້າ.

 

ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ຜົນສໍາເລັດອັນໃຫຍ່ຫຼວງ ຕະຫຼອດໄລຍະ 7 ທົດສະວັດ ຜ່ານມາ, ພາຍໃຕ້ການນໍາພາອັນປີຊາສາມາດຂອງພັກແຮງງານເກົາຫຼີ ເຮັດໃຫ້ເສດຖະກິດ-ສັງຄົມ ຂອງປະເທດ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ລວມທັງຊີວິດການເປັນຢູ່ຂອງປະຊາຊົນ ສປປ ເກົາຫຼີ ກໍ່ໄດ້ຮັບການພັດທະນາດີີຂຶ້ນເທື່ອລະກ້າວ. ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ລັດຖະບານ ສປປ ເກົາຫຼີ ຈະສາມາດເອົາຊະນະສິ່ງທ້າທາຍຕ່າງໆ ແລະ ສືບຕໍ່ໄດ້ຮັບຜົນສຳເລັດທີ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນຊຸມປີຕໍ່ໜ້າເພື່ອປະກອບສ່ວນສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

 

ຂໍອວຍພອນໄຊໃຫ້ສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ສືບຕໍ່ໄດ້ຮັບຜົນສຳເລັດໃໝ່ໃຫ່ຍຫລວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມອຸດົມການສັງຄົມນິຍົມ ຂອງ ສປປ ເກົາຫຼີ ໃຫ້ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງຍິ່ງຂຶ້ນ.

 

          ດ້ວຍຄວາມນັບຖືຢ່າງສູງ,

                                                

                                            ນະຄອນຫຼວງວຽງຈັນ, ວັນທີ 09 ກັນຍາ 2022  

                                                                       

                                                              ພັນຄໍາ ວິພາວັນ

                                                             ນາຍົກລັດຖະມົນຕີ

                                            ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ສະຫາຍ ກິມ  ດົກ ຮຸນ, ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ

ທີ່ ນະຄອນຫຼວງພຽງຢາງ.

-----------------------------------------------------------------------------------------------------------------------------------------------------------

ສະຫາຍ ນາງ ແຈ ຊອນ ຮຸຍ ທີ່ຮັກແພງ,

 

  ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີ ໃນໂອກາດການສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ ຄົບຮອບ 74 ປີ, ຕາງໜ້າຄະນະນຳ ແລະ ພະນັກງານກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ກໍ່ຄືໃນນາມສ່ວນຕົວ, ສົ່ງພອນໄຊອັນປະເສີດ ມາຍັງສະຫາຍ ແລະ ຜ່ານສະຫາຍ ໄປຍັງຄະນະນຳ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫຼີ ອ້າຍນ້ອງທຸກຖ້ວນໜ້າ.

 

            ຂ້າພະເຈົ້າ ມີຄວາມປິຕິຍິນດີທີ່ ສປປ ລາວ ແລະ ສປປ ເກົາຫຼີ ມີສາຍພົວພັນມິດຕະພາບ ແລະ ການຮ່ວມ​ມືທີ່ໃກ້ຊິດອັນເປັນມູນເຊື້ອ ລະຫວ່າງສອງປະເທດ ກໍ່ຄືສອງກະຊວງການຕ່າງປະເທດພວກເຮົາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພວກເຮົາ ຈະສາມາດສືບຕໍ່ການພົວພັນຮ່ວມມືທີ່ດີໃນປັດຈຸບັນ ໂດຍເເນໃສ່ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາ ແລະ ປະກອບສ່ວນສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

 

           ຂໍອວຍພອນໄຊໃຫ້ສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ສືບຕໍ່ໄດ້ຮັບຜົນສຳເລັດ ໃຫ່ຍຫຼວງກວ່າເກົ່າໃນໜ້າທີ່ອັນມີກຽດສູງສົ່ງຂອງສະຫາຍ.

 

            ດ້ວຍຄວາມນັບຖືຢ່າງສູງ.

 

                                                 ນະຄອນຫຼວງວຽງຈັນ, ວັນທີ 09 ກັນຍາ 2022

                                                           

                                                             ສະເຫຼີມໄຊ ກົມມະສິດ

                                              ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ 

                                  ການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ສະຫາຍ ນາງ ແຈ ຊອນ ຮຸຍ,

ລັດຖະມົນຕີກະຊວງຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ                                              

ທີ່ ນະຄອນຫຼວງພຽງຢາງ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486903
ມື້ນີ້139
ມື້ວານ157
ອາທິດນີ້565
ເດືອນນີ້296