ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນ ເນື່ອງໃນໂອກາດວັນຄ້າຍວັນສະເຫຼີມພະຊົນມະພັນສາ, ວັນຊາດ ແລະ ວັນພໍ່ແຫ່ງຊາດ ແຫ່ງ ຣາຊະອານາຈັກໄທ

 

ນະຄອນຫຼວງວຽງຈັນ, ວັນທີ     ທັນວາ 2021

ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ

ທີ່ ບາງກອກ

ພະບາດສົມເດັດ,

          ເນື່ອງໃນໂອກາດວັນຄ້າຍວັນສະເຫຼີມພະຊົນມະພັນສາ ຂອງ ພະບາດສົມເດັດພະບໍຣົມຊະນະກາທິເບດ   ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ, ວັນຊາດ ແລະ ວັນພໍ່ແຫ່ງຊາດ ແຫ່ງ ຣາຊະອານາຈັກໄທ, ໃນນາມປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງ ຖວາຍຄວາມຊົມເຊີຍອັນຈິງໃຈ ແລະ ຄຳອວຍພອນໄຊອັນປະເສີດ ມາຍັງ ພະອົງ, ພະລາຊີນີ ແລະ ພະບໍຣົມວົງສານຸວົງທຸກພະອົງ.

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນຖານະປະເທດເພື່ອນບ້ານໃກ້ຄຽງທີ່ດີ ລະຫວ່າງສອງປະເທດ ລາວ ແລະ ໄທ ໃນໄລຍະຜ່ານມາ ໄດ້ມີບາດກ້າວຂະຫຍາຍ ຕົວອັນໃໝ່ໃນຫຼາຍດ້ານ. ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າ ດ້ວຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອທີ່ດີງາມດັ່ງກ່າວ ຈະສືບຕໍ່ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ ນັບມື້ນັບເພີ່ມຂຶ້ນ.

ຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ ພາຍໃຕ້ພະບໍຣົມໂພທິສົມພານຂອງພະອົງ, ຣາຊະອານາຈັກໄທ ຈະສືບຕໍ່ມີຄວາມຮົ່ມເຢັນເປັນສຸກ, ຈະເລີນຮຸ່ງເຮືອງ ແລະ ມີຄວາມວັດທະນະຖາວອນຢ່າງບໍ່ຢຸດຢັ້ງ ແລະ ຂໍຖວາຍພອນໄຊອັນປະເສີດແດ່ ພະອົງ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ອາຍຸຍິ່ງຍືນຍາວນານ ເປັນຮົ່ມໂພຮົ່ມໄຊ ໃຫ້ແກ່ປະຊາຊົນຊາວໄທທຸກຖ້ວນໜ້າຕະຫຼອດໄປ ກໍ່ຄືເພື່ອຄວາມຈະເລີນງອກງາມຂອງສາຍພົວພັນມິດຕະພາບສອງຊາດ ລາວ-ໄທ.

          ດ້ວຍຄວາມນັບຖືຢ່າງສູງ.

                                        

ທອງລຸນ ສີສຸລິດ

ປະທານປະເທດ

         ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ


 

 


ພະນະທ່ານ,

          ເນື່ອງໃນໂອກາດ ອັນສະຫງ່າລາສີ ແຫ່ງ ວັນຄ້າຍວັນສະເຫຼີມພະຊົນມະພັນສາຂອງ ພະບາດສົມເດັດ     ພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ, ວັນຊາດ ແລະ ວັນພໍ່ ແຫ່ງຊາດ ແຫ່ງ ຣາຊະອານາຈັກໄທ, ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ໂດຍຜ່ານ ພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນໄທ ທຸກຖ້ວນໜ້າ.

ຂ້າພະເຈົ້າ ມີຄວາມພາກພູມໃຈ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສອງປະເທດລາວ ແລະ ໄທ ທີ່ໄດ້ຮັບການເສີມຂະຫຍາຍໃຫ້ດີຂຶ້ນເປັນກ້າວໆ ແລະ ຢ່າງຕໍ່ເນື່ອງ ນັບແຕ່ຂັ້ນສູນກາງຮອດຂັ້ນທ້ອງຖິ່ນ ແລະ ເຫັນຄວນສືບຕໍ່ເພີ່ມທະວີ ແລະ ຮັດແໜ້ນໃນການສ້າງປັດໃຈການເຊື່ອມໂຍງ, ການເຊື່ອມຈອດໃຫ້ມີຄວາມໂລ່ງລ່ຽນ ເພື່ອອໍານວຍໃຫ້ແກ່ການຟື້ນຟູເສດຖະກິດພາຍຫຼັງສະພາບການແຜ່ລະບາດ ໂຄວິດ-19 ມີຄວາມຜ່ອນຄາຍລົງ ເພື່ອພ້ອມກັນພັດທະນາປະເທດໃຫ້ມີຄວາມຮັ່ງມີເຂັ້ມແຂງ ບົນພື້ນຖານຄວາມເຂົ້າອົກເຂົ້າໃຈ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຖານເພື່ອນບ້ານໃກ້ເຮືອນຄຽງທີ່ດີ ກໍ່ຄືຄອບຄົວອາຊຽນດ້ວຍກັນ ເພື່ອ ນໍາເອົາຜົນປະໂຫຍດຕົວຈິງອັນສູງສຸດມາສູ່ປະຊາຊົນສອງຊາດພວກເຮົາ ແລະ ທັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

          ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ ພະນະທ່ານ ພ້ອມດ້ວຍຄອບຄົວ ແລະ ປະຊາຊົນໄທທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ອັນມີກຽດຂອງພະນະທ່ານ.

          ດ້ວຍຄວາມນັບຖືຢ່າງສູງ.

                                                                                   ພັນຄໍາ ວິພາວັນ

                                                                                 ນາຍົກລັດຖະມົນຕີ

                                                              ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

        

ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ

ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ທີ່ ບາງກອກ


 

ພະນະທ່ານ,

          ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງ ສົ່ງຄຳອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງພະນັກງານກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ທຸກຖ້ວນໜ້າ, ເນື່ອງໃນໂອກາດວັນຄ້າຍ ວັນສະເຫຼີມພະຊົນມະພັນສາ ຂອງ ພະບາດສົມເດັດພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ, ວັນຊາດ ແລະ ວັນພໍ່ແຫ່ງຊາດ ແຫ່ງ ຣາຊະອານາຈັກໄທ.

          ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ກໍ່ຄືສອງກະຊວງການຕ່າງປະ ເທດ ລາວ-ໄທ ໄດ້ມີບາດກ້າວຂະຫຍາຍຕົວຂຶ້ນຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ. ເຖິງວ່າຈະມີສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ກໍ່ຕາມ, ແຕ່ພວກເຮົາກໍ່ໄດ້ມີການພົບປະກັນ ໂດຍຜ່ານຮູບແບບທາງໄກ ແລະ ແບບເຊິ່ງໜ້າ. ໃນປີ 2021 ນີ້ ພວກເຮົາສາມາດຈັດກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ, ໄທ-ລາວ ຄັ້ງທີ 22 ແລະ ກອງປະຊຸມຄະນະກໍາມາທິການຊາຍແດນຮ່ວມ ລາວ-ໄທ, ໄທ-ລາວ ແບບບໍ່ເປັນທາງການ ດ້ວຍຜົນສໍາເລັດຢ່າງຈົບງາມ ແລະ ສອງຝ່າຍຈະໄດ້ຮ່ວມມືກັນຈັດຕັ້ງຜັນຂະຫຍາຍຜົນຂອງກອງຊຸມດັ່ງກ່າວໃຫ້ເປັນຮູບປະທໍາ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ແລະ ຄວາມຈະເລີນວັດທະນາມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ ທັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສືບຕໍ່ສ້າງພື້ນຖານອັນໜັກແໜ້ນຍິ່ງຂຶ້ນ ເພື່ອກ້າວໄປສູ່ການຍົກລະ ດັບການພົວພັນຮ່ວມມື ໃຫ້ເປັນ ຄູ່ຮ່ວມມືຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງໃນອະນາຄົດ ກໍ່ຄືການປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຄອບຄົວອາຊຽນຂອງພວກເຮົາ.

          ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ພະນະທ່ານ ພ້ອມດ້ວຍພະນັກງານກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດຂອງຕົນ.

          ດ້ວຍຄວາມນັບຖືຢ່າງສູງ.

                                                                            

                                                                          ສະເຫຼີມໄຊ ກົມມະສິດ

                                                                     ລັດຖະມົນຕີກະຊວງການຕ່າງປະເທດ

                                                               ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ                                                     

ພະນະທ່ານ ດອນ ປຣະມັດວິໄນ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ

ແຫ່ງ ຣາຊະອານາຈັກໄທ

ທີ່ ບາງກອກ               

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490969
ມື້ນີ້63
ມື້ວານ226
ອາທິດນີ້494
ເດືອນນີ້4362