ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກອວຍພອນວັນຊາດລາວ ຄົບຮອບ 46 ປີ ຈາກການນຳຂັ້ນສູງຂອງ ສສ ຫວຽດນາມ

 

ເຖິງ: -  ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ, ປະຕິວັດລາວ, ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ;

ສະຫາຍ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ;

ສະຫາຍ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,

ບັນດາສະຫາຍ ທີ່ນັບຖືຮັກແພງ

ໃນໂອກາດສະເຫຼີມສະຫຼອງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ (2 ທັນວາ 1975, 2 ທັນວາ 2021) ໃນນາມຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະບານສະພາແຫ່ງຊາດ ແລະ ປະຊາຊົນ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພວກຂ້າພະເຈົ້າ ຂໍສົ່ງຄຳອວຍພອນອັນປະເສີດສຸດ ມາຍັງ ບັນດາສະຫາຍ ແລະ ຜ່ານບັນດາສະຫາຍໄປຍັງ ຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວ, ລັດ, ລັດຖະບານ, ສະພາແຫ່ງຊາດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນລາວ, ອ້າຍ ນ້ອງ ທຸກຖ້ວນຫນ້າ.

ພວກຂ້າພະເຈົ້າຮູ້ສຶກດີໃຈ ແລະ ຕີລາຄາສູງ ຕໍ່ບັນດາຜົນງານອັນໃຫຍ່ຫຼວງ ທີ່ມີຄວາມຫມາຍທາງດ້ານປະຫວັດສາດ ທີ່ພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງ ຍາດມາໄດ້ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະ 46 ປີຜ່ານມາ, ພິເສດແມ່ນໃນໄລຍະ 35 ປີ ໃນການປະຕິບັດແນວທາງປ່ຽນແປງໃຫມ່ ຊື່ງຮັກສາໄດ້ສະຖຽນລະພາບ ດ້ານການເມືອງ, ດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ, ຮັກສາໄດ້ການພັດທະນາເສດຖະກິດ-ສັງຄົມ ເຖິງແມ່ນວ່າຈະຢູ່ໃນໄລຍະຫຍຸ້ງຍາກຍ້ອນການແຜ່ລະບາດຂອງພະຍາດ, ຊີວິດການເປັນຢູ່ຂອງ ປະຊາຊົນໄດ້ຮັບການປັບປຸງໃນທຸກດ້ານ ຢ່າງບໍ່ຢຸດຢັ້ງ, ຖານະບົດບາດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນເວທີສາກົນນັບມື້ນັບໄດ້ຮັບການຍົກສູງ.

ພວກຂ້າພະເຈົ້າເຊື່ອຫມັ້ນຢ່າງໜັກແໜ້ນວ່າ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ຂອງ ພັກປະຊາຊົນປະຕິວັດລາວ ນໍາໂດຍ ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ, ປະຊາຊົນລາວ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສໍາເລັດອັນໃຫມ່ ໃຫຍ່ຫຼວງກວ່າເກົ່າ, ສາມາດເອົາຊະນະການແຜ່ລະບາດຂອງພະຍາດໂຄວິດ 19 ໄດ້ໂດຍໄວ, ສາມາດຟື້ນຟູ ແລະ ສືບຕໍ່ພັດທະນາເສດຖະກິດ-ສັງຄົມໄດ້ຢ່າງໄວວາ, ປະຕິບັດຢ່າງມີໄຊ ຕາມຄາດຫມາຍ ທີ່ ມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ 5 ປີ ຄັ້ງທີ 9 ໄດ້ວາງອອກ, ສ້າງປະເທດລາວສະຫງົບປອດໄພ, ເອກະລາດ; ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ ໃຫ້ສໍາເລັດ.

ພວກຂ້າພະເຈົ້າ ມີຄວາມປິຕິຍິນດີທີ່ເຫັນວ່າ, ໃນໄລຍະໄລຍະຫຼັງນີ້ເຖິງວ່າໄດ້ຮັບຜົນກະທົບຈາກການແຜ່ລະບາດ ຂອງພະຍາດ ກໍ່ຕາມ, ແຕ່ສາຍພົວພັນຮ່ວມມືແບບພິເສດ ຫວຽດນາມ - ລາວ ຍັງສືບຕໍ່ ພັດທະນາຢ່າງຕັ້ງໜ້າ, ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ນຳຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນ ສອງຊາດພວກເຮົາ, ບັນດາຜົນງານ ດັ່ງກ່າວ, ພ້ອມກັບ ການຮ່ວມມື ຢ່າງແຫນ້ນແຟ້ນ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢ່າງມີປະສິດທິຜົນ ແລະ ທັນການ ໃນການປ້ອງກັນ ແລະ ຕ້ານພະຍາດ ແມ່ນຫຼັກຖານສະແດງ ໃຫ້ເຫັນເຖິງການຄົງຕົວແລະຂະຫຍາຍຕົວຢ່າງມີຊີວິດຊີວາ ຂອງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີແບບທີ່ຍິ່ງໃຫຍ່ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ. ທີ່ມີທ່ານປະທານ ໂຮ່ຈິມິນ ຜູ້ນຳທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີເຄົາລົບຮັກໄດ້ສ້າງຂຶ້ນ,ແລະ ໄດ້ຮັບການທະນຸທະໜອມ ຈາກບັນດາລຸ້ນການນໍາ ແລະ ປະຊາຊົນ ສອງປະເທດ,

ເນື່ອງໃນໂອກາດວັນສໍາຄັນທີ່ສະຫງ່າລາສີຂອງລາວ ນີ້,ຕາງໜ້າພັກ, ລັດ ແລະ ປະຊາຊົນ ຫວຽດນາມ ພວກຂ້າພະເຈົ້າ ອີກເທື່ອໜຶ່ງ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ເລິກເຊິ່ງຕໍ່ພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງ ທີ່ໄດ້ໃຫ້ການສະຫນັບສະຫນູນ ຊ່ວຍເຫຼືອອັນລໍ້າຄ່າ, ໝົດຈິດໝົດໃຈ, ຫາຍາກທີ່ສຸດ ແລະ ມີປະສິດທິຜົນ ຕໍ່ ຫວຽດນາມ. ໃນພະລະກິດຕໍ່ສູ້ປົດປ່ອຍປະເທດຊາດ ໃນໄລຍເມື່ອກ່ອນ ແລະ ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດ ໃນປະຈຸບັນ.

ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຍຶດຖືຢ່າງສະເຫມີຕົ້ນ ສະເຫມີປາຍ, ປາດຖະຫນາວ່າ ຈະພ້ອມກັບ ພັກ, ລັດ ແລະ ປະຊາຊົນ ລາວ ອ້າຍນ້ອງ ຈະມານະ ພະຍາຍາມປົກປັກຮັກສາ, ນໍາເອົາ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດເຫມາະຕົວຈິງ, ຖືວ່ານີ້ ເປັນຊັບສົມບັດອັນລໍ້າຄ່າ ແລະ ມີຄວາມຫມາຍເປັນຕາຍ ຕໍ່ກັບພາລະກິດປະຕິວັດ ຂອງ ສອງຊາດ, ເພື່ອຜົນປະໂຫຍດລວມ ຂອງ ປະຊາຊົນສອງຊາດ, ເພື່ອ ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ ຢູ່ ໃນພາກພື້ນ ແລະ ໃນໂລກ.

ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຈົ່ງຂຽວສົດ ງົດງາມຕະຫຼອດໄປ.

ອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃນຫນ້າທີ່ການງານອັນມີກຽດຂອງຕົນ.

 

ຮ່າໂນ້ຍ, ວັນທີ 01 ທັນວາ 2021

      

ຫງວຽນ ຝູ ຈ໋ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

ຫງວຽນ ຊັວນ ຟຸກ, ປະທານປະເທດ ແຫ່ງ ສສ ຫວຽດນາມ

ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ເວືອງ ດິງ ເຫ້ວ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ

---------------------------------------------------------------------------------------

 

ຮຽນ: ສະຫາຍ ສະເຫຼີມໄຊ ກົມມະສິດ

ກຳມະການກົມການເມືອງ

ລັດຖະມົນຕີກະຊວງການຕ່າງປະເທດ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

          ນະຄອນຫຼວງວຽງຈັນ

ສະຫາຍ ສະເຫຼີມໄຊ ກົມມະສິດ ທີ່ນັບຖືຮັກແພງ

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ, ຕາງໜ້າຄະນະນຳ ແລະ ພະນັກງານ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທັງໝົດ ແລະ ໃນນາມສ່ວນໂຕ, ດ້ວຍຄວາມຮັກແພງ ຢ່າງຈິງໃຈ, ດ້ວຍໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ຢ່າງຈິງໃຈ ມາຍັງ ສະຫາຍ ແລະ ຜ່ານສະຫາຍໄປຍັງ ຄະນະນຳ ພ້ອມດ້ວຍອ້າຍນ້ອງພະນັກງານ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝົດທຸກຄົນ.

ຂ້າພະເຈົ້າ ມີຄວາມຮູ້ສຶກປິຕິຍິນດີ ແລະ ຂໍສະແດງຄວາມຊົມ ຢ່າງສຸດອົກສຸດໃຈ ຕໍ່ບັນດາໝາກຜົນອັນຍິ່ງໃຫຍ່ ທີ່ ສະຫາຍຍາດມາໄດ້ໃນຊຸມປີທີ່ຜ່ານມາ, ເປັນຕົ້ນແມ່ນດ້ານການຕ່າງປະເທດ ທີ່ໄດ້ປະກອບສ່ວນຢ່າງສໍາຄັນເຂົ້າໃນການຍົກສູງ ສະຖານະ ແລະ ບົດບາດ ຂອງ ສປປ ລາວ ໃນເວທີພາກພື້ນ ແລະ ໃນໂລກ ຢ່າງບໍ່ຢຸດຢັ້ງ.

ຂ້າພະເຈົ້າ ມີຄວາມຊົມຊື່ນຍິນດີທີ່ເຫັນວ່າ ສາຍພົວພັນພິເສດ ຫວຽດນາມ-ລາວ ໃນໄລຍະທີ່ຜ່ານມາ ແມ່ນໄດ້ຮັບການເສີມຂະຫຍາຍ ຢ່າງບໍ່ຢຸດຢັ້ງ, ນັບມື້ນັບໄດ້ກັບການເສີມຂະຫຍາຍເຂົ້າສູ່ລ່ວງເລິກ, ເຊິ່ງໃນນັ້ນກໍ່ແມ່ນການປະກອບສ່ວນອັນສຳຄັນຂອງສອງກະຊວງການຕ່າງປະເທດຂອງພວກເຮົາ. ພວກຂ້າພະເຈົ້າ ມີຄວາມປາຖະນາທີ່ຈະສືບຕໍ່ຮ່ວມມື ຢ່າງສະໜິດຕິດແທດຍິ່ງຂຶ້ນກວ່າເກົ່າ ກັບບັນດາສະຫາຍ ໃນຕໍ່ໜ້າ, ປະກອບສ່ວນຢ່າງຕັ້ງໜ້າ ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ນັບມື້ນັບແໜ້ນແຟ້ນ, ເປັນຮູບປະທຳ ແລະ ມີປະສິດຕິຜົນ ຍິ່ງຂຶ້ນ, ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງຊາດ, ເພື່ອຄວາມສະຫງົບສຸກ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ ໃນພາກພື້ນ ແລະ ໃນໂລກ.

ໃນໂອກາດນີ້, ຂ້າພະເຈົ້າຂໍອວຍພອນໄຊໃຫ້ ສະຫາຍ ສືບຕໍ່ຍາດໄດ້ໝາກຜົນອັນໃໝ່, ໃຫຍ່ຫຼວງກວ່າເກົ່າໃນວຽກງານ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ, ໂດຍສະເພາະຍາດໄດ້ໄຊຊະນະໃນການຕໍ່ສູ້ກັບການແຜ່ລະບາດຂອງໂຄວິດ-19, ສືບຕໍ່ພັດທະນາຢ່າງຍືນຍົງ.      

ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນທັງສອງຊາດ ຫວ​ຽດນາມ-ລາວ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.

ຂໍອວຍພອນໄຊອັນປະເສີດມາຍັງສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ວຽກງານ ອັນມີກຽດອັນສູງສົ່ງຂອງຕົນເອງ.

ຮ່າໂນ້ຍ, ວັນທີ 02 ທັນວາ 2021

ບຸຍ ແທັງ ເຊີນ

ກຳມະການສູນກາງພັກ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ

---------------------------------------------------------------------------------------

ຄະນະບໍລິຫານງານສູນກາງ                                       ພັກກອມມູນິດຫວຽດນາມ

       ຄະນະພົວພັນການຕ່າງປະເທດ                               ຮ່າໂນ້ຍ, ວັນທີ 2 ທັນວາ 2021

ຈົດໝາຍອວຍພອນ

        ------

ຮຽນ: ສະຫາຍ ສະເຫຼີມໄຊ ກົມມະສິດ

ກຳມະການກົມການເມືອງ

ລັດຖະມົນຕີກະຊວງການຕ່າງປະເທດ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

                                        ນະຄອນຫຼວງວຽງຈັນ

ສະຫາຍ ສະເຫຼີມໄຊ ກົມມະສິດ ທີ່ນັບຖືຮັກແພງ

ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ (02/12/1975-02/12/2021),ຕາງໜ້າຄະນະນຳ ແລະ ພະນັກງານ ຄະນະພົວພັນການຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ແລະ ໃນນາມສ່ວນໂຕ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ຖານສະຫາຍອ້າຍນ້ອງ ຢ່າງສຸດອົກສຸດໃຈ ມາຍັງ ບັນດາສະຫາຍຄະນະນຳ ແລະ ອ້າຍນ້ອງພະນັກງານ ການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝົດທຸກຄົນ.

ພວກຂ້າພະເຈົ້າ ມີຄວາມຮູ້ສຶກປິຕິຍິນດີ ຕໍ່ກັບຜົນສຳເລັດອັນຍິ່ງໃຫຍ່, ຮອບດ້ານ ແລະ ມີຄວາມໝາຍຄວາມສໍາຄັນທາງດ້ານປະຫວັດສາດ ທີ່ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຍາດມາໄດ້ໃນຕະຫຼອດໄລຍະເວລາ 46 ປີ ແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ, ເປັນຕົ້ນແມ່ນພາຍຫຼັງ 35 ປີ ແຫ່ງການປ່ຽນແປງໃໝ່. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ, ປະຊາຊົນລາວບັນດາເຜົ່າ ຈະສືບຕໍ່ຍາດໄດ້ໝາກຜົນອັນໃຫຍ່ຫຼວງກວ່າເກົ່າ ໃນການຈັດຕັ້ງຜັນຂະຫຍາຍ ຢ່າງມີໄຊ ບັນດາມະຕິຂອງກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປິ 5 ຄັ້ງທີ IX, ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ໃຫ້ມີ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ສີວິໄລ ຕາມເປົ້າໝາຍຂອງສັງຄົມນິຍົມ.

ພວກຂ້າພະເຈົ້າ ຕີລາຄາສູງ ຕໍ່ກັບການປະກອບສ່ວນທີ່ສຳຄັນ ຂອງ ກະຊວງການຕ່າງປະເທດ ໃນການຍົກສູງສະຖານະ ແລະ ບົດບາດ ຂອງ ສປປ ລາວ ໃນເວທີພາກພື້ນ ແລະ ໃນໂລກ ກໍ່ຄືສືບຕໍ່ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ, ເປັນຮູບປະທຳ ແລະ ມີປະສິດຕິຜົນ ໃນຫຼາຍຂົງເຂດ, ນໍາຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນສອງຊາດ ເພື່ອຄວາມສະຫງົບສຸກ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າຂໍອວຍພອນໄຊໃຫ້ ສະຫາຍ ແລະ ຄອບຄົວ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກ ແລະ ປະສົບຜົນສຳເລັດ.           

ຂໍອວຍພອນໃຫ້ ການພົວພັນຮ່ວມມື ລະຫວ່າງ ຄະນະພົວພັນການຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ແລະ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະ ປະຊາທິປະໄຕ ປະຊາຊົນລາວ ນັບມືື້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ.

ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນທັງສອງຊາດ ຫວ​ຽດນາມ-ລາວ ຈົ່ງໝັ້ນຄົງທະນົງແກ່ນ.

ເລ ຮວາຍ ຈຸຸງ

ກຳມະການສູນກາງພັກ

ຫົວໜ້າຄະນະພົວພັນການຕ່າງປະເທດສູນກາງພັກກອມມູນິດຫວຽດນາມ

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
491032
ມື້ນີ້126
ມື້ວານ226
ອາທິດນີ້557
ເດືອນນີ້4425