ນະຄອນຫຼວງວຽງຈັນ, ວັນທີ ພະຈິກ 2021
ພະບາດສົມເດັດ,
ເນື່ອງໃນໂອກາດ ວັນປະກາດເອກະລາດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຄົບຮອບ 68 ປີ, ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະບາດ ສົມເດັດ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍທຸກຖ້ວນໜ້າຈົ່ງປະສົບຜົນສຳເລັດ ໃໝ່ໃຫຍ່ຫຼວງກ່ວາເກົ່າໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.
ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືທີ່ດີ ທີ່ມີມາແຕ່ດົນນານຖານບ້ານໃກ້ເຮືອນຄຽງກໍຄື ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ກຳປູເຈຍຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ ພະບໍຣົມໂພທິສົມພານ ຂອງ ພະບາດ ສົມເດັດ, ປະຊາຊົນກຳປູເຈຍທັງຊາດ ຈະສືບຕໍ່ມີຄວາມຮົ່ມເຢັນເປັນສຸກ ແລະ ມີຄວາມຈະເລີນວັດທະນະຍິ່ງໆຂຶ້ນໄປ.
ຂ້າພະເຈົ້າ ຂໍສົ່ງພະພອນແດ່ພະບາດສົມເດັດຊົງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະປະສົບຜົນສໍາເລັດໃນພາລະກິດອັນມີກຽດສູງສົ່ງຂອງພະອົງ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ
ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ
ທີ່ນະຄອນຫຼວງພະນົມເປັນ
ສົມເດັດ,
ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສົມເດັດ ກໍ່ຄືລັດຖະບານ ແລະປະຊາຊົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍທຸກຖ້ວນໜ້າເນື່ອງໃນໂອກາດ ວັນປະກາດເອກະລາດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຄົບຮອບ 68 ປີ.
ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ສາຍພົວພັນມິດຕະພາບ, ຄວາມສາມັກຄີ ທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງອັນດີງາມກໍຄື ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານລະຫວ່າງ ສອງປະເທດພວກເຮົາຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນອະນາຄົດ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ ທັງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້, ອວຍພອນໃຫ້ສົມເດັດຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃຫຍ່ຫຼວງກວ່າເກົ່າ ໃນພາລະກິດອັນສູງສົ່ງ ຂອງສົມເດັດ.
ດ້ວຍຄວາມນັບຖືຢ່າງສູງ,
ພັນຄໍາ ວິພາວັນ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສົມເດັດອັກຄະມະຫາ ເສນາ ບໍດີ ເຕໂຈຮຸນ ແຊນ
ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ
ທີ່ນະຄອນຫຼວງພະນົມເປັນ
ພະນະທ່ານ,
ເນື່ອງໃນໂອກາດ ວັນປະກາດເອກະລາດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຄົບຮອບ 68 ປີ, ໃນນາມກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງສົ່ງຄໍາຊົມເຊີຍອັນອົບອຸ່ນແລະພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງພະນັກງານກະຊວງການຕ່າງປະເທດ ແລະຮ່ວມມືສາກົນ ແຫ່ງຣາຊະອານາຈັກກໍາປູເຈຍທຸກຖ້ວນໜ້າ.
ຂ້າພະເຈົ້າ ເຊື່ອໝັ້ນວ່າສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມື ທີ່ມີມາແຕ່ດົນນານ ຖານບ້ານໃກ້ເຮືອນຄຽງທີ່ດີແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດກໍຄືສອງກະຊວງການຕ່າງປະເທດ ຂອງພວກເຮົາຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດລວມຂອງສອງປະເທດ ກໍຄື ຄວາມເຂັ້ມແຂງຂອງຄອບຄົວອາຊຽນ.
ຂ້າພະເຈົ້າຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ ພະນະທ່ານພ້ອມດ້ວຍພະນັກງານກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງຣາຊະອານາຈັກກໍາປູເຈຍຈົ່ງມີສຸຂະພາບເຂັ້ມແຂງແລະປະສົບຜົນສໍາເລັດໃນພາລະກິດອັນສູງສົ່ງ ຂອງຕົນ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ປຣາກ ໂຊຄົນ,
ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ
ແຫ່ງ ຣາຊະອານາຈັກ ກໍາປູເຈຍ
ທີ່ນະຄອນຫຼວງພະນົມເປັນ.