ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ຕ້ອນຮັບ ສູນກາງສະຫະພັນແມ່ຍິງລາວ ລົງຕິດຕາມ, ຊຸກຍູ້ວຽກງານການສ້າງພະນັກງານນຳພາ-ຄຸ້ມຄອງເພດຍິງ ແລະ ການກະກຽມກອງປະຊຸມໃຫຍ່ສະຫະພັນແມ່ຍິງ ຕິດພັນກັບການກະກຽມດຳເນີນກອງປະຊຸມໃຫຍ່ 03 ຂັ້ນ ຂອງພັກ

   

  

20240222 Mofa WM 2

20240222 Mofa WM 1

   

  

ໃນຕອນເຊົ້າຂອງວັນທີ 22 ກຸມພາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ,          ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນ. ອາລີ ວົງໜໍ່ບຸນທຳ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະ, ໃນໂອກາດທີ່ມາພົບປະເຮັດວຽກກັບການນຳກະຊວງການຕ່າງປະເທດ ແລະ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ.

     

   

  

20240222 Mofa WM 6

  

ໃນວັນດຽວກັນ, ຄະນະປະທານສູນກາງສະຫະພັນແມ່ຍິງລາວ ໄດ້ພົບປະເຮດວຽກກັບ ທ່ານ ຕິ່ງ ສຸກສັນ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີທ່ານ ໄມທອງ ທຳມະວົງສາ, ກຳມະການຄະນະພັກກະຊວງ, ຫົວໜ້າກົມຈັດຕັ້ງ-ພະນັກງານ ແລະ ທ່ານ ນ. ໄກມະນີ ອໍລະບູນ, ກຳມະການຄະນະພັກກະຊວງ, ປະທານສະຫະພັນແມ່ຍິງກະຊວງ, ຫົວໜ້າກົມກວດກາ  ກໍໄດ້ເຂົ້າຮ່ວມພົບປະ. ຫຼັງຈາກນັ້ນ, ທ່ານ ນ. ອາລີ ວົງໜໍ່ບຸນທຳ ພ້ອມດ້ວຍຄະນະ ກໍໄດ້ສືບຕໍ່ເຮັດວຽກສະເພາະກັບ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ.

      

   

   

20240222 Mofa WM 3

  

ຈຸດປະສົງຂອງການພົບປະເຮັດວຽກໃນຄັ້ງນີ້, ແມ່ນເພື່ອຕິດຕາມ, ຊຸກຍູ້ວຽກງານການສ້າງພະນັກງານນຳພາ-ຄຸ້ມຄອງເພດຍິງ ແລະ ການກະກຽມກອງປະຊຸມໃຫຍ່ຂອງສະຫະພັນແມ່ຍິງ ຕິດພັນກັບການກະກຽມດຳເນີນກອງປະຊຸມໃຫຍ່ 03 ຂັ້ນ ຂອງພັກ. ໃນໂອກາດນີ້, ກະຊວງການຕ່າງປະເທດ ໄດ້ແຈ້ງໃຫ້ຊາບກ່ຽວກັບ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນກະຊວງຄຸ້ມຄອງ ທີ່ ຕິດພັນກັບເພດຍິງ; ການບຳລຸງ-ກໍ່ສ້າງ ແລະ ບັນຈຸ, ສັບຊ້ອນພະນັກງານ ນຳພາ-ຄຸ້ມຄອງເພດຍິງ ຂອງກະຊວງ ໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ; ແຜນຄາດຄະເນເປົ້າໝາຍຄະນະປະທານສະຫະພັນແມ່ຍິງກະຊວງ, ລວມເຖິງລາຍງານການເຄື່ອນໄຫວວຽກງານຮອບ ດ້ານ ຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ໃນໄລຍະຜ່ານມາ ແລະ ການກະກຽມດຳເນີນກອງປະຊຸມໃຫຍ່ ຂອງສະຫະພັນແມ່ຍິງກະຊວງ.

   

ການພົບປະເຮັດວຽກໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ເປັນກັນເອງ ແລະ ໄດ້ມີການປຶກສາຫາລືແລກປ່ຽນຄໍາຄິດຄຳເຫັນໃນການປະຕິບັດວຽກງານດ້ານຕ່າງໆ ຢ່າງກົງໄປກົງມາ ແລະ ສໍາເລັດຜົນຕາມຄາດໝາຍ.

    

-------------------------------------

  

  

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487204
ມື້ນີ້39
ມື້ວານ191
ອາທິດນີ້866
ເດືອນນີ້597