ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ (20 ກໍລະກົດ 1955 – 20 ກໍລະກົດ 2023)

  

  

  

20230728 MOFA WM 1

   

   

ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ (20 ກໍລະກົດ 1955 – 20 ກໍລະກົດ 2023) ທີ່ໄດ້ໝູນວຽນມາເຖິງ, ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ໄດ້ພ້ອມກັນຈັດກິດຈະກຳຕ່າງໆ ເພື່ອເປັນການສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ດັ່ງນີ້:

  

  

  20230728 MOFA WM 2

20230728 MOFA WM 3

20230728 MOFA WM 4

      

  • ໃນວັນທີ 28 ກໍລະກົດ 2023, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດງານຂາຍອາຫານ ແລະ ເຄື່ອງດື່ມ ຂຶ້ນ ທີ່ ກະຊວງການຕ່າງປະເທດ ໂດຍເປັນກຽດເຂົ້າຮ່ວມງານຂອງທ່ານ ນາງ ອາລຸນີ ກົມມະສິດ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ, ພັນລະຍາທ່ານຮອງນາຍົົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ; ມີບັນດາພັນລະຍາຄະນະນຳກະຊວງ, ພະນັກງານບຳນານເພດຍິງ, ອົງການຈັດຕັ້ງກຳມະບານ, ຊາວໜູ່ມ, ຄະນະກົມພາຍໃນກະຊວງ, ບັນດາເອື້ອຍນ້ອງແມ່ຍິງ ແລະ ອ້າຍນ້ອງຊາຍ ພາຍໃນກະຊວງ ແລະ ຕາງໜ້າແມ່ຍິງກະຊວງອ້ອມຂ້າງເຂົ້າຮ່ວມຫຼາຍກວ່າ 200 ຄົນ. ງານຂາຍອາຫານ ແລະ ເຄື່ອງດື່ມ ຄັ້ງນີ້ ແມ່ນການປະກອບສ່ວນຂອງບັນດາໜ່ວຍແມ່ຍິງໃນກະຊວງການຕ່າງປະເທດ ຊຶ່ງມີປະເພດ ອາຫານ, ເຄື່ອງດື່ມ ແລະ ເຄື່ອງຫັດຖະກຳ ຈຳນວນນຶ່ງ ເພື່ອຫາລາຍໄດ້ສົມທົບທຶນເຂົ້າໃນໜ່ວຍແມ່ຍິງຂອງຕົນ. ໃນພິທີເປີດງານ, ຍັງໄດ້ມີການມອບຂອງຂວັນ ໃຫ້ແກ່ພະນັກງານບຳນານເພດຍິງ ເພື່ອສະແດງຄວາຮູ້ບຸນຄຸນ ຕໍ່ຜົນງານທີ່ພວກເພິ່ນໄດ້ສ້າງໄວ້ໃນໄລຍະທີ່ຜ່ານມາ.

  

  

  

20230728 MOFA WM 5

20230728 MOFA WM 6

   

  • ພ້ອມນ້ັ້ນ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ ຍັງໄດ້ນຳພາເອື້ອຍນ້ອງແມ່ຍິງເຄື່ອນໄຫວຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ກັບສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ຊຶ່ງຈັດຂຶ້ນໃນວັນທີ 21 ກໍລະກົດ 2023 ຜ່ານມາ ນຳໂດຍ ທ່ານ ນາງ ຂັນມາລາ ພັນດານຸວົງ, ຮອງປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ມີບັນດາຄະນະບໍລິຫານງານສະຫະພັນແມ່ຍິງ ແລະ ຕາງໜ້າສະມາຊິກແມ່ຍິງແຕ່ລະກົມພາຍໃນກະຊວງເຂົ້າຮ່ວມຢ່າງພ້ອມພຽງ.  ໃນໂອກາດດັ່ງກ່າວ, ໄດ້ມີການປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ ຊຶ່ງນຳສະເໜີໂດຍ ແມ່ຍິງກະຊວງການຕ່າງປະເທດ ແລະ ການແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບ ພາລະບົດບາດ ແລະ ການຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍຂອງສູນໃຫ້ຄຳປຶກສາດັ່ງກ່າວ. ສູນໃຫ້ຄຳປຶກສາປົກປ້ອງແມ່ຍິງ ແລະ ເດັກນ້ອຍ ນອກຈາກເຮັດໜ້າທີ່ໃນການຊ່ວຍເຫລືອແມ່ຍິງ ແລະ ເດັກນ້ອຍຜູ້ທີ່ຖືກເຄາະຮ້າຍ ແລ້ວ, ທາງສູນຍັງໄດ້ເອົາໃຈໃສ່ໃນການເຜີຍແຜ່ຄວາມຮູ້ ກ່ຽວກັບສິດຂອງແມ່ຍິງຕໍ່ກຽດສັກສີ ແລະ ການປົກປ້ອງຈາກຮູບແບບຄວາມຮຸນແຮງ ແລະ ການຈຳແນກທຸກຮູບແບບ ໃຫ້ແກ່ແມ່ຍິງພາກສ່ວນຕ່າງໆໄດ້ເຂົ້າໃຈ. 

   

  • ນອກຈາກ 2 ກິດຈະກຳຂ້າງເທິງນັ້ນ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຍັງໄດ້ໄປຢ້ຽມຢາມ ແລະ ອວຍພອນພະນັກງານອາວຸໂສບໍານານເພດຍິງຂອງກະຊວງການຕ່າງປະເທດຈຳນວນໜຶ່ງ, ເພື່ອສະແດງຄວາມເປັນຫ່ວງເປັນໄຍ, ເພື່ອສ້າງຄວາມຮັກແພງ ແລະ ທັງເປັນກຳລັງໃຈໃຫ້ແກ່ພະນັກງານບຳນານ.

  

  

  

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486440
ມື້ນີ້136
ມື້ວານ220
ອາທິດນີ້102
ເດືອນນີ້5745