ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມພົບປະແລກປ່ຽນບົດຮຽນການເຄື່ອນໄຫວວຽກງານຊາວໜຸ່ມ ແລະ ວິຊາສະເພາະ ລະຫວ່າງ ຊາວໜຸ່ມກະຊວງການຕ່າງປະເທດ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ

 

20230623 Youth Exchange MOFA MOIC 01

 

20230623 Youth Exchange MOFA MOIC 02

 

ໃນວັນທີ 23 ມິຖຸນາ 2023, ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ມີກອງປະຊຸມພົບປະແລກປ່ຽນບົດຮຽນ ການເຄື່ອນໄຫວວຽກງານຊາວໜຸ່ມ ແລະ ວິຊາສະເພາະ ລະຫວ່າງ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງອຸດສະຫະກຳ ແລະ ການຄ້າ ແລະ ກະຊວງການຕ່າງປະເທດ ໂດຍການເປັນປະທານຮ່ວມຂອງ ສະຫາຍ ມະໄລທອງ ກົມມະສິດ, ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ອຸດສະຫະກຳ ແລະ ການຄ້າ; ສະຫາຍ ມອນໄຊ ລາວມົວຊົ່ງ, ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ; ແລະ ສະຫາຍ ທອງຜ່ານ ສະຫວັນເພັດ, ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ; ມີບັນດາຄະນະບໍລິຫານງານຊາວຫນຸ່ມ ແລະ ສະມາຊິກຊາວຫນຸ່ມຂອງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

 

20230623 Youth Exchange MOFA MOIC 03

 

ໃນກອງປະຊຸມຄັ້ງນີ້, ຊາວຫນຸ່ມຂອງສອງກະຊວງ ໄດ້ຮັບຟັງການແລກປ່ຽນບົດຮຽນນຳກັນ ໂດຍມີຜູ້ຕາງຫນ້າຈາກຄະນະບໍລິຫານງານຊາວຫນຸ່ມຂອງສອງກະຊວງ ຂຶ້ນລາຍງານຫຍໍ້ ກ່ຽວກັບ ວຽກງານຊາວຫນຸ່ມ ແລະ ວຽກງານວິຊາສະເພາະທີ່ກ່ຽວຂ້ອງກັບສອງຂະແຫນງການ ເຊັ່ນ: ການເຄື່ອນໄຫວວຽກງານຊາວຫນຸ່ມ, ການຈັດຕັ້ງປະຕິບັດວຽກງານ 4 ບຸກ, ການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ສິ່ງທ້າທາຍຂອງສະພາບເສດຖະກິດຫຼັງ ໂຄວິດ-19 ຢູ່ ສປປ ລາວ.

 

ພ້ອມດຽວກັນນີ້, ສະມາຊິກຊາວຫນຸ່ມຂອງສອງກະຊວງ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກຄະນະປະທານ, ໂດຍຄະນະປະທານໄດ້ສະແດງຄວາມຊົມເຊີຍຕໍ່ຄະນະບໍລິຫານງານຊາວຫນຸ່ມຂອງສອງກະຊວງ ທີ່ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນໃນຄັ້ງນີ້, ເຊິ່ງເຫັນວ່າມີຄວາມຫມາຍຄວາມສຳຄັນ ແລະ ເປັນໂອກາດທີ່ດີ ສຳລັບ ສະມາຊິກຊາວຫນຸ່ມຂອງສອງພາກສ່ວນ ໃນການຖອດຖອນບົດຮຽນນຳກັນ ໃນວຽກງານຊາວຫນຸ່ມ ກໍຄື ວຽກງານວິຊາສະເພາະ ທີ່ເປັນປະໂຫຍດ ໃຫ້ແກ່ສະມາຊິກຊາວຫນຸ່ມ. ໃນໂອກາດນີ້, ຄະນະປະທານ ຍັງໄດ້ເນັ້ນໃຫ້ສະມາຊິກຊາວຫນຸ່ມທຸກສະຫາຍ ຕ້ອງເພີ່ມທະວີຄວາມຫນັກແຫນ້ນທາງດ້ານການເມືອງ ໃນທ່າມກາງສະພາບການທີ່ມີຄວາມຫຍຸ້ງຍາກໃນໄລຍະນີ້ ແລະ ຕັ້ງຫນ້າປະຕິບັດຫນ້າທີ່ວຽກງານຂອງຕົນ ໃຫ້ປະສົບຜົນສຳເລັດຕາມການມອບຫມາຍຂອງການຈັດຕັ້ງຕົນ.

 

20230623 Youth Exchange MOFA MOIC 04

 

ໃນຕອນແລງຂອງວັນດຽວກັນ, ສະມາຊິກຊາວຫນຸ່ມຂອງສອງກະຊວງ ຍັງໄດ້ຈັດການແຂ່ງຂັນກິລາບານເຕະມິດຕະພາບຂຶ້ນ ເພື່ອສ້າງຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງການຕ່າງປະເທດ ໃຫ້ແຫນ້ນແຟ້ນຍິ່ງໆຂຶ້ນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486411
ມື້ນີ້107
ມື້ວານ220
ອາທິດນີ້73
ເດືອນນີ້5716