ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ງານພົບປະສ້າງສັນ ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ ໃນວັນທີ 20 ມິຖຸນາ 2023 ທີ່ ສວນວັດທະນະທໍາຊຽງຄວນ

 

    

   

20230620 Women ASEAN 3

    

  

ໃນວັນທີ 20 ມິຖຸນາ 2023 ທີ່ ສວນວັດທະນະທໍາຊຽງຄວນ,  ກຸ່ມແມ່ຍິງອາຊຽນ ທີ່ ນະຄອນ ຫຼວງວຽງຈັນ ໄດ້ຈັດກິດຈະກຳຢ້ຽມຢາມສວນວັດທະນະທຳຊຽງຄວນ ແລະ ພົບປະສ້າງສັນລະຫວ່າງ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ໂດຍການເປັນປະທານຂອງ ທ່ານ ນາງ ອາລຸນີ ກົມມະສິດ, ພັນລະຍາທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານກິດຕິມະສັກກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ    ໂດຍມີບັນດາພັນລະຍາຄະນະນຳກະຊວງການຕ່າງປະເທດ,  ເອກອັກຄະລັດຖະທູດເພດຍິງ ແລະ ບັນດາພັນລະຍາທ່ານທູດ ພ້ອມດ້ວຍສະມາຊິກກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ ເຂົ້າຮ່ວມທັງໝົດປະມານ 30 ກວ່າທ່ານ. ​

   

  

  

20230620 Women ASEAN 4

20230620 Women ASEAN 5

20230620 Women ASEAN 6

   

  

ການຈັດກິດຈະກຳໃນຄັ້ງນີ້, ນອກຈາກເພື່ອເປັນການເຜີຍແຜ່ ສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳ ກໍຄືສວນວັດທະນະທຳຊຽງຄວນ ທີ່ເປັນມູນມໍລະດົກສືບທອດກັນມາ ເຊິ່ງໄດ້ຖືກຮັບຮອງເປັນມໍລະດົກ​ແຫ່ງ​ຊາດ​ລະດັບ​ທ່ອງ​ຖິ່ນ​ແຫ່ງ​ທໍາ​ອິດ ​ຂອງ​ນະຄອນຫຼວງ​ວຽງ​ຈັນ ​ໃນ​ວັນ​ທີ 22 ທັນວາ 2022 ໃຫ້ບັນດາກຸ່ມ ກຍອວ ໄດ້ຮັບຊາບແລ້ວ, ຍັງເພື່ອເປັນການພົບປະສ້າງສັນ ແລະ ຮັດແໜ້ນຄວາມສາມັກຄີ ລະຫວ່າງ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ແມ່ຍິງອາຊຽນ ກໍຄື ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ), ນອກຈາກນັ້ນ, ຍັງຖືເປັນໂອກາດສະແດງຄວາມຊົມເຊີຍສະມາຊິກ ກຍອວ ທີ່ສໍາເລັດການປະຕິບັດໜ້າທີ່ ຢູ່ ສປປ ລາວ ​ແລະ ຈະເດີນທາງກັບຄືນປະເທດຂອງຕົນ, ພ້ອມທັງຕ້ອນຮັບສະມາຊິກ ກຍອວ ທີ່ມາປະຈຳການໃໝ່ ຢູ່ ສປປ ລາວ.

  

 ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ  ໄດ້ສ້າງຕັ້ງຂຶ້ນໃນປີ 2017 ໂດຍມີຈຸດປະສົງເພື່ອສົ່ງເສີມຄວາມສາມັກຄີໃນອາຊຽນ ແລະ ເພື່ອສ້າງໃຫ້ມີການແລກປ່ຽນທາງດ້ານວັດທະນະທຳ ລະຫວ່າງສະມາຊິກດ້ວຍກັນ. ສະມາຊິກ ກຍອວ ປະກອບດ້ວຍພັນລະຍາຄະນະນຳກະຊວງການຕ່າງປະເທດຂອງ ສປປ ລາວ, ທຸຕານຸທູດເພດຍິງອາຊຽນ, ພັນລະຍາບັນດາເອກອັກຄະລັດຖະທູດ/ເອກອັກຄະຣາຊະທູດ ອາຊຽນ, ບັນດານັກການທູດຍິງຈາກສະຖານທູດອາຊຽນ ທີ່ ນະຄອນຫຼວງວຽງຈັນ ແລະ ນັກການທູດຍິງຈາກກະຊວງການຕ່າງປະເທດ ສປປ ລາວ, ໂດຍແມ່ນພັນລະຍາລັດຖະມົນຕີກະຊວງການຕ່າງປະເທດເປັນປະທານກິດຕິມະສັກ.  

  

  

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486414
ມື້ນີ້110
ມື້ວານ220
ອາທິດນີ້76
ເດືອນນີ້5719