ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ສປປ ລາວ ສຳເລັດການຢ້ຽມຢາມ ແລະ ແລກປ່ຽນກັບ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ສສ ຫວຽດນາມ

  

  

20230517 20 MOFA WU visit VN 1 320230517 20 MOFA WU visit VN 1 1

  

  

ໃນລະຫວ່າງວັນທີ 17-20 ພຶດສະພາ 2023, ຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ນຳໂດຍ ທ່ານ ນາງ ອາລຸນີ ກົມມະສິດ, ພັນລະຍາຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ສປປ ລາວ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ປະທານກິດຕິມະສັກກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ ສປປ ລາວ, ພັນລະຍາຄະນະນຳກະຊວງ ແລະ ຄະນະກົມເພດຍິງ ຈຳນວນໜຶ່ງ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ສສ ຫວຽດນາມ ທີ່ ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ. ການຢ້ຽມຢາມຄັ້ງນີ້ ເປັນການຢ້ຽມຢາມ ແລະ ແລກປ່ຽນປະຈຳປີ ຂອງສະຫະພັນແມ່ຍິງສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.

  

ໃນໂອກາດການຢ້ຽມຢາມຄັ້ງນີ້, ແມ່ຍິງຂອງສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມໄດ້   ມີກອງປະຊຸມພົບປະ ແລະ ແລກປ່ຽນບົດຮຽນຮ່ວມກັນ, ໂດຍໄດ້ແຈ້ງໃຫ້ກັນຊາບ ​ ສະພາບ ແລະ ການເຄື່ອນໄຫວ ຂອງ ສະຫະພັນແມ່ຍິງກະຊວງຂອງຕົນ ໃນໄລຍະຜ່ານມາ, ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນການຮ່ວມມືທີ່ໄດ້ຕົກລົງກັນໃນກອງປະຊຸມພົບປະຄັ້ງຜ່ານມາ (ປີ 2022) ໃນນັ້ນ, ແມ່ນວຽກສ້າງຄວາມເຂັ້ມແຂງແກ່ແມ່ຍິງກະຊວງການຕ່າງປະເທດ ຊຶ່ງ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຝ່າຍ ສສ ຫວຽດນາມ ໄດ້ເຫັນດີໃຫ້ການສະໜັບສະໜູນການຈັດຝຶກອົບຮົມ 2 ຊຸດແກ່ແມ່ຍິງກະຊວງການຕ່າງປະເທດ ສປປ ລາວ ຊຶ່ງປະຈຸບັນຢູ່ໃນຂັ້ນຕອນການດຳເນີນງານ ແລະ ປະສານສົມທົບຂອງສອງຝ່າຍ. ນອກນັ້ນ, ການພົບປະຄັ້ງນີ້ຍັງໄດ້ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າຂອງແມ່ຍິງສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ. ​

  

   

 

20230517 20 MOFA WU visit VN 2 1

ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ຫງວຽນ ເຟືອງ ຫງ່າ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ

 

 

20230517 20 MOFA WU visit VN 3 220230517 20 MOFA WU visit VN 3 1

ເຂົ້າຢ້ຽມຂໍ່ານັບ ທ່ານ ຮ່ວາງ ມິງ ເກືອງ, ຮອງເຈົ້າຄອງນະຄອນຮາຍຟ່ອງ 

   

 

ນອກຈາກນັ້ນ, ຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ສປປ ລາວ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ຫງວຽນ ເຟືອງ ຫງ່າ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ  ແລະ ຢ້ຽມຂໍ່ານັບ ທ່ານ ຮ່ວາງ ມິງ ເກືອງ, ຮອງເຈົ້າຄອງນະຄອນຮາຍຟ່ອງ ເພື່ອເພີ່ມທະວີສາຍພົວພັນຮ່ວມມື, ຄວາມສາມັກຄີພິເສດ ຂອງສອງຊາດລາວ-ຫວຽດນາມ. ພ້ອມດຽວກັນນີ້, ຄະນະສະຫະພັນແມ່ຍິງຍັງໄດ້ມີໂອກາດໄປຢ້ຽມສະຖານທີ່ທ່ອງທ່ຽວສຳຄັນຕ່າງໆ ຢູ່ ນະຄອນຫຼວງຮ່າໂນ້ຍ ແລະ ແຂວງຮາຍຟ່ອງ.

  

   

  

WhatsApp Image 2023 05 22 at 091812 1

WhatsApp Image 2023 05 22 at 091813

   

 

ການແລກປ່ຽນຢ້ຽມຢາມຂອງສອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ ເປັນກົນໄກການຮ່ວມມືທີ່ສຳຄັນໜຶ່ງ ໂດຍໄດ້ມີການຜັດປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ເປັນປະຈຳທຸກປີ ແລະ ໃນປີ 2024 ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຫວຽດນາມ ຈະມາຢ້ຽມຢາມ ສປປ ລາວ.

  

  

 

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486420
ມື້ນີ້116
ມື້ວານ220
ອາທິດນີ້82
ເດືອນນີ້5725