ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ໃນຕອນເຊົ້າຂອງວັນທີ 13 ຕຸລາ 2021 ສາມອົງການຈັດຕັ້ງມະຫາຊົນກະຊວງການຕ່າງປະເທດ ນໍາໂດຍທ່ານ ນາງ ໄກມະນີ ອໍລະບູນ, ກໍາມະການຄະນະບໍລິຫານງານພັກ, ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ນໍາພາຄະນະ ໂດຍມີຜູ່ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ ແລະ ຫ້ອງການກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫລືອ ປະກອບມີຜ້າປິດປາກ-ດັງ ຈຳນວນ 10 ແກັດ ໃຫ້ແກ່ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ທີ່ ກະຊວງການຕ່າງປະເທດ.
ໃນພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກາວ ທ່ານ ນາງ ໄກມະນີ ອໍລະບູນ ຕາງໜ້າໃຫ້ສາມອົງການຈັດຕັ້ງມະຫາຊົນກະຊວງການຕ່າງປະເທດ ໄດ້ໃຫ້ກຽດກ່າວມອບ ໂດຍໄດ້ສະແດງຄວາມຫ່ວງໄຍ ແລະ ຢື້ຢາມຖາມຂ່າວ ເຖິງ ບັນດາພະນັກງານນັກຮົບເກົ່າ ທີ່ໄດ້ປະກອບສ່ວນເປັນກໍາລັງແຮງໜຶ່ງທີ່ສໍາຄັນເຂົ້າໃນການປະຕິບັດພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເຊິ່ງຍາມໃດກໍຍັງລະນຶກເຖິງຄຸນງາມຄວາມດີ ແລະ ມູນເຊື້ອການປະຕິວັດທີ່ພິລະອາດຫານຂອງບັນດາອະດີດເລົ່າຮົບ ໃນຖັນແຖວກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໂດຍສະເພາະ ໃນທ່າມກາງສະພາບທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນຂອບເຂດທົ່ວປະເທດ, ຍິ່ງມີຄວາມເປັນຫ່ວງເປັນໄຍ ເປັນຢ່າງຍິ່ງ. ຕາງຫນ້າຮັບໂດຍ ທ່ານ ພັທ ນ. ບຸນມາ ປຸນນຸວົງ, ຮອງຫົວໜ້າຫ້ອງການສະຫະພັນນັກຮົບເກົ່າແຫ່ງຊາດລາວ, ເຊິ່ງໄດ້ສະແດງຂອບໃຈ ມາຍັງ ສາມອົງການຈັດຕັ້ງມະຫາຊົນກະຊວງການຕ່າງປະເທດ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ອັນໄດ້ສະແດງໃຫ້ເຫັນເຖິງຄວາມຫ່ວງໄຍ, ຄວາມເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນຕໍ່ ອະດີດ ນາຍ ແລະ ພົນທະຫານ, ຕໍາຫຼວດ ໃນຖັນແຖວກໍາລັງປະກອບອາວຸດ ແລະ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ເຖິງ ຄະນະພັກ-ຄະນະນໍາກະຊວງການຕ່າງປະເທດ ໃນໂອກາດນີ້ດ້ວຍ.