ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຢ້ຽມຢາມແຮງງານລາວທີ່ໄດ້ຮັບບາດເຈັບ

 

20231005 LaoAmb visit LaoWorker

 

ໃນຕອນເຊົ້າ 5 ຕຸລາ 2023, ທ່ານ ຄໍາພັນ ອັ່ນລາວັນ, ເອກອັກຄະລັດຖະທູດ ແຫ່ງ ສປປລາວ ປະຈໍາ ຣາຊະອານາຈັກໄທ ພ້ອມຄະນະ ໄດ້ຢ້ຽມຢາມ ແລະ ໃຫ້ກໍາລັງໃຈ ນາງ ຄໍາຜີວ ຄໍາຊົມພູ, ພົນລະເມືອງລາວ ແລະ ແຮງງານລາວຕາມ MOU ທີ່ຖືກຍີງຢູ່ ຮ້ານຊັບພະສິນຄ້າສະຫຍາມພາຣາກອນ ໃນຕອນແລງວັນທີ 3 ຕຸລາ 2023. ພາຍຫຼັງເກີດເຫດ, ເຈົ້າໜ້າທີ່ໄທໄດ້ນໍາສົ່ງຜູ້ກ່ຽວເຂົ້າປິ່ນປົວຢູ່ໂຮງໝໍກຸງເທບຄຣິດສະຕຽນ ເປັນການດ່ວນ.

 

ເຫດຍິງກັນເກີດຂື້ນໃນເວລາ 16 ໂມງ ຂອງວັນທີ 3 ຕຸລາ 2023, ໂດຍມີໄວໜຸ່ມຄົນໄທ ເພດຊາຍ ອາຍຸ 14 ປີ ກໍ່ເຫດຍິງປືນສັ້ນໃນຮ້ານຊັບພະສິນຄ້າສະຫຍາມພາຣາກອນ ທີ່ເປັນຮ້ານຄ້າຊັ້ນນໍາຢູ່ໃຈກາງບາງກອກ, ພາໃຫ້ມີຜູ້ເສຍຊີວິດ 2 ຄົນ (ນັກທ່ອງທ່ຽວຈີນ ເພດຍິງ ແລະ ແຮງງານມຽນມາ ເພດຍິງ) ແລະ ມີຜູ້ບາດເຈັບຈຳນວນ 5 ຄົນ, ຊຶ່ງ 1 ໃນຈຳນວນຜູ້ໄດ້ຮັບບາດເຈັບເປັນຄົນສັນຊາດລາວ ຊື່ ນາງ ຄໍາຜິວ ຄຳຊົມພູ, ອາຍຸ 28 ປີ, ເປັນຄົນອານາໄມຢູ່ໃນຮ້ານຄ້າດັ່ງກ່າວ ຊຶ່ງເບື້ອງຕົ້ນອາການແມ່ນສາຫັດຍ້ອນຖຶກລູກປືນຝັງໃນບ່າໄຫຼ່ ແຕ່ປະຈຸບັນອາການປອດໄພ ແລະ ດີຂື້ນຕາມລໍາດັບ.

 

ຕໍ່ເຫດການດັ່ງກ່າວ, ໃນຕອນເຊົ້າຂອງວັນທີ 4 ຕຸລາ 2023, ທ່ານ ເສດຖາ ທະວີສິນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໄດ້ໂທລະສັບຫາທ່ານ ທູດລາວ ສະແດງຄວາມເສຍໃຈຕໍ່ເຫດການ ແລະ ທາງການໄທຈະໃຫ້ການດູແລເປັນຢ່າງດີ ແລະ ແຈ້ງໃຫ້ຊາບວ່າ ພະບາດສົມເດັດພະເຈົ້າມະຫາຊີວິດ ແລະ ພະຣາຊີນີ ໄດ້ຮັບແຮງງານລາວທີ່ໄດ້ຮັບບາດເຈັບໄວ້ໃນພະຣາຊະນຸເຄາະຂອງພະອົງທັງສອງ. ພ້ອມດຽວກັນນີ້, ໃນຕອນບ່າຍຂອງວັນດຽວກັນ, ທ່ານ ທູດລາວ ກໍໄດ້ຕ້ອນຮັບການສະເໜີເຂົ້າມາຢ້ຽມຢາມພົບປະຂອງ ທ່ານນາງ ສຸດາວັນ ຫວັງສຸພະກິດໂກສົນ, ລັດຖະມົນຕີກະຊວງການທ່ອງທ່ຽວ ແລະ ກິລາ ແລະ ທ່ານ ຈັກກະພົງ ແສງມະນີ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ເພື່ອສະແດງຄວາມເສຍໃຈຕໍ່ເຫດການທີີ່ເກີດນີ້ ແລະ ສະແດງຄວາມພ້ອມຂອງຝ່າຍໄທ ໃນການຊ່ວຍເຫຼືອແກ່ແຮງງານລາວທີ່ໄດ້ຮັບບາດເຈັບຈາກເຫດການດັ່ງກ່າວ.

 

ພາຍຫຼັງໄດ້ຮັບຂ່າວ, ສະຖານທູດລາວ ໄດ້ຕິດຕາມ ແລະ ປະສານຢ່າງໃກ້ຊິດກັບພາກສ່ວນກ່ຽວຂ້ອງຕ່າງໆຂອງໄທ ເປັນຕົ້ນ: ກະຊວງການຕ່າງປະເທດ, ສຳນັກງານຕຳຫຼວດແຫ່ງຊາດ ເພື່ອປະສານຊ່ວຍເຫຼືອດູແລຄົນລາວທີ່ໄດ້ຮັບບາດເຈັບໃນເຫດການຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຊາບຊຶ້ງທີ່ພະບາດສົມເດັດພະເຈົ້າມະຫາຊີວິດ ແລະ ພະຣາຊີນີ ໄດ້ກະລຸນາຮັບຄົນເຈັບໄວ້ໃນພະຣາຊະນຸເຄາະຂອງພະອົງທັງສອງ.

 

 ນາງ ຄໍາຜິວ ຄໍາຊົມພູ, ເກີດຢູ່ບ້ານດອນໂຂງ, ເມືອງສຸຂຸມາ, ແຂວງຈຳປາສັກ, ເດີນທາງເຂົ້າມາອອກແຮງງານຢູ່ໄທຕາມ MOU ນັບແຕ່ເດືອນ ມິຖຸນາ 2023 ເປັນຕົ້ນມາ. (ຈົບ)

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486166
ມື້ນີ້82
ມື້ວານ215
ອາທິດນີ້1202
ເດືອນນີ້5471