ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລັງ

 

PresentLetterofCredential

 

ໃນຕອນບ່າຍຂອງ ວັນທີ 19 ກັນຍາ 2023 ທີ່ຜ່ານມາ, ທ່ານ ດວງມະນີ ຍອດສີອຸດົມ, ເອກອັກຄະລັດຖະທູດແຕ່ງຕັ້ງ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ Guðni Thorlacius Jóhannesson, ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລັງ, ທີ່ສໍານັກງານປະທານາທິບໍດີ, ນະຄອນຫຼວງ ເຣຈາວິກ, ສາທາລະນະລັດ ອິສລັງ, ເພື່ອຍື່ນສານຕາຕັ້ງຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນຊົນລາວ, ທີ່ແຕ່ງຕັ້ງ ທ່ານ ດວງມະນີ ຍອດສີອຸດົມ, ໃຫ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນຊົນລາວ ປະຈຳ ສາທາລະນະລັດ ອິດສະລັງ, ເຊິ່ງມີສໍານັກງານຕັ້ງຢູ່ນະຄອນຫຼວງ ລອນດອນ.

 

ໃນໂອກາດດັ່ງກ່າວ ທ່ານ ດວງມະນີ ຍອດສີອຸດົມ ໄດ້ສະແດງຄວາມຍິນດີເປັນຢ່າງຍິ່ງ ແລະ ຖືເປັນກຽດຢ່າງສູງ ທີ່ ພະນະທ່ານ ປະທານາທິບໍດີ ຍິນດີຮັບເອົາຜູ້ກ່ຽວ ແລະ ໃຫ້ກຽດຮັບສານຕາຕັ້ງດັ່ງກ່າວ, ຊຶ່ງໃນໂອກາດດຽວກັນນີ້ ທ່ານ ເອກອັກຄະລັດຖະທູດ ຍັງໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ພ້ອມດ້ວຍຄໍາອວຍພອນໄຊອັນປະເສີດ ແລະ ຄວາມຮັກແພງຖານເພື່ອນມິດຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ເຖິງ ພະນະທ່ານ Guðni Thorlacius Jóhannesson, ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລັງ ແລະ ຜ່ານພະນະທ່ານປະທານາທິບໍດີໄປຍັງປະຊາຊົນ ແລະ ລັດຖະບານແຫ່ງອິດສະລັງ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ໃນໄລຍະເວລາການປະຕິບັດໜ້າທີ່ທາງການທູດຂອງຕົນ ທ່ານຈະພະຍາຍາມເຮັດສຸດຄວາມສາມາດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ດີຂຶ້ນເລື້ອຍໆ. ທ່ານ ປະທານາທິບໍດີ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ທີ່ໄດ້ຮັບການແຕ່ງຕັ້ງຢ່າງສົມກຽດ ເພື່ອມາດຳລົງຕໍາແໜ່ງ ແລະ ປະຕິບັດ ໜ້າທີ່ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ອິດສະລັງ, ພ້ອມທັງໄດ້ສົ່ງຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ, ລັດຖະບານ ແລະ ປະຊາຊົນລາວ ທຸກຖ້ວນໜ້າ, ພ້ອມທັງອວຍພອນໄຊໃຫ້ ທ່ານ ເອກອັກຄະລັດຖະທູດປະຕິບັດໜ້າທີ່ການທູດຂອງຕົນດ້ວຍຜົນສຳເລັດຢ່າງສູງ ແລະ ຈົບງາມ.

 

ພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດ ໄດ້ເຂົ້າຮ່ວມງານລ້ຽງຜົນສໍາເລັດໃນການຍື່ນສານຕາມທຳນຽມປະຕິບັດຂອງປະເທດເຈົ້າພາບ, ໂດຍການເປັນເຈົ້າພາບ ຂອງ ທ່ານປະທານາທິບໍດີ ອິດສະລັງ, ການເຂົ້າຮ່ວມງານຈາກກົມກ່ຽວຂ້ອງກະຊວງການຕ່າງປະເທດ, ຫ້ອງການປະທານາທິບໍດີ ແລະ ບັນດາເອກອັກຄະລັດຖະທູດປະເທດອື່ນໆທີ່ໄດ້ເດີນທາງມາຍື່ນສານຕາຕັ້ງໃນວັນດຽວກັນ, ເຊິ່ງການຍື່ນສານຕາຕັ້ງຂອງເອກອັກຄະລັດຖະທູດລາວ ຕໍ່ທ່ານປະທາ ນາທິບໍດີ ສາທາລະນະລັດ ອິດສະລັງ ໃນຄັ້ງນີ້ເຕັມໄປດ້ວຍບັນຍາກາດຄວາມສະໜິດສະໜົມ, ອົບອຸ່ນ ແລະ ປະສົບຜົນສຳເລັດຢ່າງຈົບງາມ. ໃນໂອກາດເດີນທາງໄປຍື່ນສານຄັ້ງນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ເຂົ້າຢ້ຽມຢາມ ແລະ ພົບປະກັບທ່ານຫົວໜ້າຫ້ອງການ ແລະ ທ່ານຫົວໜ້າກົມນະໂຍບາຍ ແລະ ການຮ່ວມມືສາກົນ, ກະຊວງການຕ່າງ ປະເທດ ແຫ່ງ ອິດສະລັງ, ເພື່ອເປັນການສະເໜີຕົວ, ແລກປ່ຽນຄໍາຄິດຄໍາເຫັນ ແລະ ປຶກສາຫາລືກ່ຽວກັບຊ່ອງທາງ ໃນການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງປະເທດ ໃນຂົງເຂດທີ່ມີຄວາມເປັນໄປໄດ້ຮ່ວມກັນ. ສປປ ລາວ ແລະ ສາທາລະນະລັດ ອິດສະລັງ ໄດ້ສ້າງສາຍພົວພັນການທູດນໍາກັນໃນ 02 ກັນຍາ 2004.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486301
ມື້ນີ້217
ມື້ວານ215
ອາທິດນີ້1337
ເດືອນນີ້5606